ເຊລຊີ ທຸ່ມເງິນ 70 ລ້ານປອນ ຊື້ ໂມຣາຕາ
July 11, 2017 - 6:31 PM




ກ່ອນໜ້ານີ້ ເຊລຊີ ໄດ້ເລັງ ຄວ້າໂຕ ໂຣເມລູ ລູກາກູ ກອງໜ້າ ຂອງ ເອຟເວີຕັນ ເປັນເປົ້າໝາຍ ອັນດັບທຳອິດ ແຕ່ສຸດທ້າຍກໍ ຜິດຫວັງໄປ ເພາະນັກເຕະເລືອກ ຍ້າຍໄປ ແມນເຊສເຕີ ຢູໄນເຕັດ ຮຽບຮ້ອຍ ເຮັດໃຫ້ເວລານີ້ ເຊລຊີ ຫັນໄປລ່າໂຕ ໂມຣາຕາ.
ຫຼ້າສຸດ ອາສ ລະບຸວ່າ ເຊລຊີ ເອົາແທ້ກັບການລ່າໂຕດາວຍິງ ອາຍຸ 24 ປີ ມາຮ່ວມທີມ ໂດຍ ພ້ອມຍື່ນຂໍ້ສະເໜີເງິນລະດັບ 70 ລ້ານປອນ ໄປໃຫ້ ຣິນ ມາດຣິດ ພິຈາລະນາ.
ທັງນີ້ໃນລະດູການ 2016- 17 ຜ່ານມາ ເຖິງວ່າ ໂມຣາຕາ ບໍ່ມີຕຳແໜ່ງໂຕຈິງແບບຖາວອນໃນທີມ ຣິນ ມາດຣິດ ແຕ່ລາວເອງ ຍັງເຮັດໄດ້ເຖິງ 20 ປະຕູ ຈາກ ການລົງຫຼິ້ນລວມທຸກລາຍການ 43 ນັດ.