ການຈັດອັນດັບໂລກຂອງ ວົງການເຕັນນິສໂລກຫລ້າສຸດມີຄວາມໄຫວໜ້າສົນໃຈພຽງກໍລະນີດຽວຄື ໂຣເຈີ ເຟເດີເຣີ ນັກເຕັນ ນິສໜຸ່ມອາຍຸ 35 ປີ ທີ່ຄວ້າແຊ໊ມ ຊາຍດ່ຽວຈາກລາຍການເຕັນນິສ ບີເອັນພີ ຟາຣິໂບສ ທີ່ເມືອງອິນ ດຽນເວລ ປະເທດສະຫະລັດ ອາ ເມຣິກາ ມາໝາດໆ ເຮັດຄະແນນ ຍ້າຍລວດດຽວຂຶ້ນ 4 ອັນດັບ ຈາກກ່ອນໜ້ານີ້ເປັນມືວາງອັນ ດັບ 10 ຍ້າຍຂຶ້ນມາເປັນມືວາງ ອັນດັບ 6 ຂອງໂລກ ແລະ ມີໂອ ກາດວ່າຈະຍ້າຍຂຶ້ນໄປເປັນ “ທ໊ອບໄຟ” ຫຼື ມືວາງອັນດັບ 5 ທຳອິດໄດ້ຢ່າງບໍ່ຍາກປານໃດ.
ທັງນີ້ ສະມາຄົມເຕັນນິສອາ ຊີບ ຫຼື ATP ປະກາດອັນດັບ ໂລກຊາຍດ່ຽວອອກມາປາກົດ ວ່າ ມືວາງອັນດັບ 1 ແລະ 2 ຍັງ ຄົງເປັນ ແອນດີ ເມີເຣ ແລະ ຢໍໂຄ ວິດ ຄືເກົ່າ ເພາະເຮັດຄະແນນ ສະສົມນຳຫ່າງຄົນອື່ນໆຢູ່ຫຼາຍ.