ວັກຊີນ ຈອນສັນ ແອນ ຈອນສັນ ມີປະສິດທິພາບສູງ ໃກ້ອະນຸມັດແລ້ວ


ແຫຼ່ງຂ່າວຕ່າງປະເທດລາຍງານ ເມື່ອວັນທີ 25 ກຸມພານີ້ ໃຫ້ຮູ້ວ່າ ວັກຊີນ ຈອນສັນ ແອນ ຈອນສັນ ມີຄວາມປອດໄພ ແລະ ມີປະສິດທິພາບ ໃນລະຫວ່າງການທົດລອງ. ຈາກຂໍ້ມູນຂອງສຳນັກງານອາຫານ ແລະ ຢາ ສະຫະລັດ(FDA) ໃນວັນທີ 24 ກຸມພາຜ່ານມາ ໄດ້ອະນຸມັດໃຊ້ເພື່ອການສຸກເສີນ ໃນອາທິດນີ້.
ໃນເອກະສານທີ່ເຜີນແພ່ອອກມາ ກ່ອນໜ້າຄະນະຜູ້ຊ່ຽວຊານອິດສະລະ ຊຶ່ງມີໜ້າທີ່ໃຫ້ຄຳປຶກສາໜ່ວຍງານແຫ່ງນີ້ ດ້ານການອະນຸມັດໃຊ້ໃນການສຸກເສີນຈະປະຊຸມກັນໃນວັນສຸກທີ່ຈະມາເຖິງ. ທາງສຳນັກງານອາຫານ ແລະ ຢາສະຫະລັດລະບຸວ່າ ວັກຊີນມີປະສິດທິພາບ 66% ສຳລັບການປົກປ້ອງການຕິດເຊື້ອໂຄວິດ-19, ອາການປານກາງຈົນໄປເຖິງຄວາມຮຸນແຮງໃນຜູ້ສະໝັກ 4.000 ຄົນທົ່ວໂລກ.
ຂໍ້ມູນໃໝ່ທີ່ທາງຈອນສັນ ແອນ ຈອນສັນ ມອບໃຫ້ ອົງການອາຫານ ແລະ ຢາ ຂອງສະຫະລັດ ຍັງເປີດເຜີຍໃຫ້ເຫັນວ່າ ວັກຊີນມີປະສິດທິພາບ 64% ໃນການຢຸດກໍລະນີຕິດເຊື້ອໂຄວິດ-19 ອາການປານກາງຈົນໄປເຖິງຮຸນແຮງ ຫຼັງສັກວັກຊີນໄດ້ 28 ວັນໃນຜູ້ສະໝັກຫຼາຍພັນຄົນ ໃນ ແອຟຣິກກາໃຕ້ ບ່ອນທີ່ເກີດໄວຣັດກາຍພັນໃໝ່ ຊຶ່ງກຳລັງແພ່ລະບາດຢູ່ໃນຂະນະນີ້.
ໃນພາບລວມ, ວັກຊີນມີປະສິດທິພາບ 100% ສຳລັບຢຸດການຕິດເຊື້ອ ອາການຮຸນແຮງຕ້ອງເຖິງຂັ້ນເຂົ້າຮັກສາຕົວຢູ່ໃນໂຮງໝໍ 28 ວັນຫຼັງສັກວັກຊີນເຂົ້າໄປ ແຕ່ຖ້າຢູ່ໃນໄລຍະ 14 ວັນປະສິດທິພາບຂອງວັກຊີນຈະຕົກຢູ່ທີ 85% ແລະ ຈະບໍ່ພົບເຫັນຜູ້ເສຍຊີວິດຈາກ ໂຄວິດ-19 ໃນກູ່ມຜູ້ສະໝັກສັກວັກຊີນດັ່ງກ່າວ.