ຊະໄວສະໄຕເກີ ບອກລາ ແມນເຊສເຕີ ຢູໄນເຕັດ ຍ້າຍໄປສະຫະລັດ ແລ້ວ
March 22, 2017 - 4:42 PM


ກອງກາງອາຍຸ 32 ປີ ໄດ້ ໂອກາດລົງຫລິ້ນຢ່າງຈຳກັດນັບແຕ່ການມາຂອງ ໂຮເຊ ມູຣິນໂຢ ລາວຖືກສົ່ງລົງສະໜາມພຽງ 4 ນັດ ໃນລະດູການນີ້, ເນລສັນ ໂຣດຣິເກດ ຜູ້ຈັດການທີມທົ່ວໄປ ຂອງ ຊິຄາໂກ ເຜີຍວ່າ: ເຮົາໄດ້ ນັກເຕະທີ່ຄວ້າແຊ໊ມມາທຸກລະດັບ ລວມເຖິງລະດັບສູງສຸດ ເຮົາເອງ ເປັນສະໂມສອນທີ່ຕ້ອງການມີ ມາດຕະຖານສູງຂຶ້ນ ກ່ອນໜ້ານີ້ ເຮົາອາດພໍໃຈກັບການເປັນທີ່ຮູ້ ຈັກໃນປະເທດ ແຕ່ຈາກນີ້ເຮົາ ຕ້ອງການເປັນທີ່ຮັບຮູ້ຫຼາຍຂຶ້ນໃນລະດັບນາໆຊາດ.
ດ້ານ ຊະໄວສະໄຕເກີ ກ່າວວ່າ: “ຕະຫຼອດການເປັນນັກເຕະອາຊີບ ຂ້ອຍຊອກຫາໂອກາດຢູ່ສະເໝີ ແລະ ຕ້ອງການເຮັດບາງສິ່ງທີ່ດີເດັ່ນ ການຍ້າຍໄປ ຊິຄາ ໂກ ກໍບໍ່ຕ່າງກັນ ຂ້ອຍເຊື່ອໃນວິໄສທັດ ແລະ ປັດສະຍາຂອງທີມ”.