ແຮງງານຫລາຍກວ່າ 17 ພັນຄົນໃນໂຮງງານຕັດຫຍິບຕ່າງໆ ຈະໄດ້ຮັບເງິນອຸດໜູນໂຄວິດ-19 ຜູ້ລະ 9 ແສນກີບ


ໃນວັນທີ 23 ກຸມພານີ້, ອົງການປະກັນສັງຄົມແຫ່ງຊາດ ໄດ້ປະກາດບ້ວງເງິນອຸດໜູນໄລຍະສັ້ນ ຈຳນວນ 1,8 ລ້ານໂດລາສະຫະລັດ ແກ່ຜູ້ປະກັນຕົນຂອງອົງການປະກັນສັງຄົມແຫ່ງຊາດຫບາຍກວ່າ 17.000 ຄົນ ໃນຂົງເຂດໂຮງງານຕັດຫຍິບຕ່າງໆທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ຜູ້ລະ 9 ແສນກີບ, ສ່ວນຫລາຍແມ່ນເພດຍິງກວມ 85% ເຊິ່ງຈະເລີ່ມຈ່າຍແຕ່ເດືອນມີນາ 2021 ເປັນຕົ້ນໄປ.
ຜູ້ລາຍງານຂ່າວໃຫ້ຮູ້ວ່າ: ເງິນອຸດໜູນໄລຍະສັ້ນນີ້ ແມ່ນເພື່ອຊ່ວຍເຫລືອແຮງງານໃນຂົງເຂດຕັດ ຫຍິບທີ່ສູນເສຍລາຍຮັບ ແລະ ເພື່ອເປັນການສະໜັບສະໜູນໃນການຫລຸດຜ່ອນຄ່າໃຊ້ຈ່າຍຂອງໂຮງງານໃນການຊ່ວຍເຫລືອຜູ້ອອກແຮງງານ ແລະ ສາມາດສືບຕໍ່ດຳເນີນທຸລະກິດໄດ້ຢ່າງຕໍ່ເນື່ອງ. ບ້ວງເງິນດັ່ງກ່າວແມ່ນການຊ່ວຍເຫລືອຈາກກະຊວງການຮ່ວມມືດ້ານເສດຖະກິດ ແລະ ການພັດທະນາຂອງສະຫະພັນເຢຍລະມັນ ແລະ ໄດ້ຮັບການສະໜັບສະໜູນດ້ານວິຊາການຈາກອົງການແຮງງານສາກົນ.
ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກ່າວວ່າ: ໂຄງການດັ່ງກ່າວ ນອກຈາກຈະຊ່ວຍໃຫ້ເງິນອຸດໜູນແກ່ຜູ້ອອກແຮງງານໃນຂົງເຂດຕັດຫຍິບໂດຍກົງແລ້ວ ຍັງຈະຊ່ວຍສ້າງຄວາມເຂັ້ມແຂງໃນການຄຸ້ມຄອງບໍລິຫານ ແລະ ກົນໄກການຈ່າຍເງິນອຸດໜູນຂອງລະບົບປະກັນສັງຄົມນຳອີກ.
ທ່ານເອກອັກຄະລັດຖະທູດສະຫະພັນເຢຍລະມັນ ປະຈຳ ສປປ ລາວ ໄດ້ສະແດງຄວາມດີໃຈທີ່ເງິນຊ່ວຍເຫລືອໄດ້ຈັດຕັ້ງປະຕິບັດຜ່ານອົງການປະກັນສັງຄົມແຫ່ງຊາດ ເຊິ່ງເປັນລະບົບປົກປ້ອງສັງຄົມທີ່ມີຄວາມເຂັ້ມແຂງ ແລະ ສາມາດຮັບມືກັບວິກິດການ. ການຮັບມືກັບວິກິດການ ແລະ ໃຫ້ຄວາມຊ່ວຍເຫລືອຜູ້ທີ່ໄດ້ຮັບຜົນກະທົບຈາກເຫດການສຸກເສີນຮ້າຍແຮງທີ່ເກີດຂຶ້ນເປັນສິ່ງທີ່ສຳຄັນຍິ່ງ.
ຜູ້ອໍານວຍການຫ້ອງການອົງການແຮງງານສາກົນ ຮັບຜິດຊອບປະເທດໄທ, ກຳປູເຈຍ ແລະ ລາວ ກໍມີຄຳເຫັນວ່າ: ອຸດສາຫະກຳຂົງເຂດຕັດຫຍິບໄດ້ຮັບຜົນກະທົບໜັກໜ່ວງຈາກການລະບາດຂອງພະຍາດໂຄວິດ-19 ເຊິ່ງການໃຫ້ເງິນອຸດໜູນຄັ້ງນີ້ຈະຊ່ວຍປະກອບສ່ວນໃຫ້ແຮງງານ ແລະ ທຸລະກິດໃນຂົງເຂດຕັດຫຍິບສາມາດຜ່ານວິກິດຄັ້ງນີ້ກັບຄືນມາດຳເນີນງານພາຍຫລັງທີ່ຜົນກະທົບຂອງການລະບາດພະຍາດດັ່ງກ່າວຫລຸດລົງ.