ເອຟເອັ ຕັ່ງຂໍ້ຫາ ແມນເຊສເຕີ ຊິຕີ ກໍລະນີຄວບຄຸມນັກເຕະບໍ່ໄດ້ໃນເກມທີ່ສະເໝີກັບ ລິເວີພູລ
March 22, 2017 - 4:39 PM


ເກມພຣີເມຍລີກທີ່ສະໜາມ ເອຕິຮັດ ສະເຕດ້ຽມ ລິເວີພູລ ໄດ້ ຈຸດໂທດຈາກຈັງຫວະທີ່ ໂຣແບ ໂຕ ຟິມີໂນ ຖືກ ກາແອລ ກລິຊີ ເຂົ້າປະທະໃນຂອບເຂດໂທດ ກ່ອນທີ່ກຳມະການຕັດສິນຢ່າງ ໄມເຄິລ ໂອລິເວີ ຈະເປົ່າໝາຫວີດ ແບບບໍ່ລັງເລ, ນັກເຕະ ແມນເຊສ ເຕີ ຊິຕີ ຫຼາຍຄົນຕ່າງກໍເຂົ້າໄປຫຸ້ມ ລ້ອມປະທ້ວງ ແຕ່ບໍ່ເປັນຜົນ ເພາະ ໂອລິເວີ ຢືນຢັນເປັນຈຸດໂທດກ່ອນ ທີ່ ເຈມ ມິລເນີ ຈະຮັບໜ້າທີ່ຍິງ ເຂົ້າໄປ, ເຊິ່ງທາງ ເອຟເອ ກໍໄດ້ພິ ຈາລະນາແລ້ວວ່າເປັນສິ່ງທີ່ບໍ່ ເໝາະສົມ ເຮັດໃຫ້ພວກເຂົາຕັດ ສິນໃຈຕັ້ງຂໍ້ຫາໃສ່ສະໂມສອນ ແມນເຊສເຕີ ຊິຕີ ທີ່ບ່ໍສາມາດ ຄວບຄຸມນັກເຕະໄດ້.
ທັງນີ້ ແມນເຊສເຕີ ຊິຕີ ມີເວ ລາເຖິງ 18:00 ຂອງວັນພະຫັດ ທີ 23 ມີນາ ເພື່ອຕອບສະໜອງ ຕໍ່ຂໍ້ກ່າວກ່ອນໜານີ້, ແມນເຊສເຕີ ຊິຕີ ເຄີຍຖືກ ເອຟເອ ປັບໃໝເງິນ 35,000 ປອນ ໃນກໍລະນີ້ຄ້າຍຄື ກັນທີ່ພວກເຂົາບໍ່ສາມາດຄວບຄຸມນັກເຕະໄດ້ ໃນເກມທີ່ເສຍໃຫ້ ເຊລ ຊີ 3-1 ໃນເດືອນທັນວາຜ່ານມາ.