ກະຊວງປ້ອງກັນປະເທດສະຫລຸບວຽກງານປ້ອງກັນຊາດ ປະຈໍາສົກ ປີ 2020

ກະຊວງປ້ອງກັນປະເທດສະຫລຸບວຽກງານປ້ອງກັນຊາດ ປະຈໍາສົກ ປີ 2020 - 6749e0df721199343b5bb9436fc88303 - ກະຊວງປ້ອງກັນປະເທດສະຫລຸບວຽກງານປ້ອງກັນຊາດ ປະຈໍາສົກ ປີ 2020
ກະຊວງປ້ອງກັນປະເທດສະຫລຸບວຽກງານປ້ອງກັນຊາດ ປະຈໍາສົກ ປີ 2020 - kitchen vibe - ກະຊວງປ້ອງກັນປະເທດສະຫລຸບວຽກງານປ້ອງກັນຊາດ ປະຈໍາສົກ ປີ 2020

ໃນວັນທີ 22 ກຸມພາ 2021 ຢູ່ກະຊວງປ້ອງກັນປະເທດ ໄດ້ມີກອງປະຊຸມສະຫລຸບຕີລາຄາວຽກງານປ້ອງກັນຊາດ ປະຈໍາສົກປີ 2020 ແລະ ຫາລືທິດທາງວຽກງານປະຈໍາປີ 2021, ໂດຍການ​ເຂົ້າຮ່ວມຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ.

ກະຊວງປ້ອງກັນປະເທດສະຫລຸບວຽກງານປ້ອງກັນຊາດ ປະຈໍາສົກ ປີ 2020 - 82ea5aa1db9fc06c7299ef82d603034c 300x200 - ກະຊວງປ້ອງກັນປະເທດສະຫລຸບວຽກງານປ້ອງກັນຊາດ ປະຈໍາສົກ ປີ 2020

ໃນໂອກາດກ່າວເປີດກອງປະຊຸມ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກ່າວວ່າ: ກອງປະຊຸມຄັ້ງນີ້ ເພື່ອຕີລາຄາການຈັດຕັ້ງປະຕິບັດວຽກງານໃນປີຜ່ານມາ ໂດຍສະເພາະແມ່ນ 4 ໜ້າທີ່ໃຫຍ່, 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ເພື່ອຄວາມເປັນເອກະພາບໃນການປັບປຸງກໍ່ສ້າງກອງທັບເຮົາໃຫ້ມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ ແລະ ພ້ອມກັນຄົ້ນຄວ້າເປັນເອກະພາບໃນທິດທາງແຜນການທີ່ຈະສຸມໃສ່ຈັດຕັ້ງປະຕິບັດໃນປີ 2021 ນີ້.

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ຕີລາຄາວ່າ: ໃນປີ 2020 ຜ່ານມາ, ພາຍໃຕ້ການຊີ້ນໍາ-ນໍາພາຂອງຄະນະພັກກະຊວງ ກໍຄືຄະນະພັກ-ຄະນະບັນຊາແຕ່ລະຂັ້ນໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ແລະ ວຽກງານຈຸດສຸມຂອງກະຊວງ ພວກເຮົາສາມາດຍາດໄດ້ຜົນສໍາເລັດໃນຫລາຍດ້ານ, ຮັບປະກັນໄດ້ສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບເປັນລະບຽບຮຽບຮ້ອຍໃນສັງຄົມ, ແກ້ໄຂຄວາມທຸກຍາກຂອງປະຊາຊົນຢ່າງໜັກແໜ້ນ ແລະ ທົ່ວເຖິງ ມີຜົນສໍາເລັດເປັນຢ່າງດີ ເຮັດໃຫ້ບົດບາດອິດທິພົນຂອງຊາດລາວເຮົາພົ້ນເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ, ໃນນັ້ນ ກອງທັບເຮົາໄດ້ເປັນກໍາລັງຫລັກແຫລ່ງໃນການປ້ອງກັນບັນດາວັນບຸນ ແລະ ກອງປະຊຸມສໍາຄັນຂອງຊາດໃຫ້ມີຄວາມສະຫງົບປອດໄພ 100% ສາມາດສ້າງໄດ້ຄວາມເຊື່ອໝັ້ນ, ຄວາມໄວ້ວາງໃຈຈາກການນໍາພັກ-ລັດ ກໍຄືປະຊາຊົນບັນດາເຜົ່າ. ພວກເຮົາໄດ້ສຸມໃສ່ຮັບປະກັນປົກປັກຮັກສາອໍານາດອະທິປະໄຕຂອງຊາດ, ຮັບປະກັນເຮັດໃຫ້ການເມືອງມີສະຖຽນລະພາບ, ສັງຄົມມີ ຄວາມສະຫງົບປອດໄພໂດຍພື້ນຖານ, ການປະຕິບັດແນວທາງແຜນນະໂຍບາຍຂອງພັກ, ການພັດທະ ນາເສດຖະກິດ, ວັດທະນະທໍາ-ສັງຄົມຍັງສືບຕໍ່ຂະຫຍາຍຕົວ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ, ການປັບປຸງກໍ່ສ້າງກອງທັບເຮົາກໍມີຫລາຍດ້ານພົ້ນເດັ່ນຂຶ້ນ ແລະ ກ້າວເຂົ້າສູ່ຄວາມເປັນລະບຽບ, ມີແບບແຜນ ແລະ ທັນສະໄໝ, ແຕ່ຂະນະດຽວກັນ ກໍເຫັນວ່າຍັງມີຫລາຍບັນຫາທີ່ພວກເຮົາຈະຕ້ອງໄດ້ສຸມໃສ່ແກ້ໄຂ ເປັນຕົ້ນແມ່ນປະກົດການຫຍໍ້ທໍ້ຕ່າງໆ, ຄຸນທາດການ ເມືອງຂອງພະນັກງານຈໍານວນໜຶ່ງຍັງມີການເຊື່ອມຖອຍ, ຂາດຄວາມຈູບຈ້າວຫ້າວຫັນຕໍ່ວຽກງານ, ບັນຫາຢາເສບຕິດ, ການຄ້າມະນຸດ, ອາຊະຍາກໍາ ແລະ ອື່ນໆ ເຊິ່ງໄດ້ສົ່ງຜົນກະທົບໂດຍກົງຕໍ່ການພັດທະນາເສດຖະກິດ-ສັງຄົມ ກໍຄືການປັບປຸງກໍ່ສ້າງກອງທັບ, ການຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍຂອງພັກ ແລະ ວຽກງານຈຸດສຸມຂອງກະຊວງ ເປັນຕົ້ນວຽກງານເຮັດໃຫ້ສະພາບມີຄວາມສະຫງົບ, ການປັບປຸງກໍ່ສ້າງກໍາລັງ, ການປະກອບສ່ວນພັດທະນາເສດຖະກິດ, ວັດທະນະທໍາ-ສັງຄົມ ກໍຄືວຽກງານອື່ນໆຂອງກອງທັບ ມີບາງດ້ານຕ້ອງໄດ້ເບິ່ງຄືນ ແລະ ພ້ອມກັນຄົ້ນຄວ້າໃຫ້ຈະແຈ້ງຕື່ມ ເພື່ອມີວິທີການຊຸກຍູ້-ຊີ້ນໍາການຈັດຕັ້ງປະຕິບັດໃຫ້ມີການຫັນປ່ຽນດີຂຶ້ນກວ່າເກົ່າ.

ກະຊວງປ້ອງກັນປະເທດສະຫລຸບວຽກງານປ້ອງກັນຊາດ ປະຈໍາສົກ ປີ 2020 - 4 - ກະຊວງປ້ອງກັນປະເທດສະຫລຸບວຽກງານປ້ອງກັນຊາດ ປະຈໍາສົກ ປີ 2020
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!