ວັກຊີນໂຄວິດເຖິງມາເລເຊຍແລ້ວ ພ້ອມເລີ່ມຕົ້ນສັກ 24 ກຸມພານີ້

ວັກຊີນໂຄວິດເຖິງມາເລເຊຍແລ້ວ ພ້ອມເລີ່ມຕົ້ນສັກ 24 ກຸມພານີ້ - malaysiabig 20210221122659 - ວັກຊີນໂຄວິດເຖິງມາເລເຊຍແລ້ວ ພ້ອມເລີ່ມຕົ້ນສັກ 24 ກຸມພານີ້
ວັກຊີນໂຄວິດເຖິງມາເລເຊຍແລ້ວ ພ້ອມເລີ່ມຕົ້ນສັກ 24 ກຸມພານີ້ - kitchen vibe - ວັກຊີນໂຄວິດເຖິງມາເລເຊຍແລ້ວ ພ້ອມເລີ່ມຕົ້ນສັກ 24 ກຸມພານີ້

ມາ​ເລ​ເຊຍ​ໄດ້​ຮັບ​ວັກ​ຊີ​ນຊຸດ​ທຳ​ອິດ​ຈາກ Pfizer ​ແລະ BioNTech ຮຽບຮ້ອຍ​ແລ້ວ ຈຳນວນ 3 ​ແສນ​ກວ່າ​ໂດ​ສ ​ແລະ ຄາດ​ວ່າ​ຈະ​ໄດ້​ຮັບ​ວັກ​ຊີ​ນ​ເພີ່ມ​ອີກ​ໃນ​ມໍ່ໆ​ນີ້ ​ເຊິ່ງມາ​ເລ​ເຊຍ​ສັ່ງ​ວັກ​ຊີ​ນສູດ​ນີ້​ລວມ 32 ລ້ານ​ໂດ​ສ ​ໂດຍ​ມາ​ເລ​ເຊຍ​ຈະ​ເລີ່​ມສັກ​ວັກ​ຊີ​ນສູດ​ນີ້​ໃຫ້​ປະຊາຊົນ​ໃນ​ວັນ​ທີ 24 ກຸ​ມພາ​ນີ້ ​ເຊິ່ງ​ໄວ​ກວ່າ​ກຳນົດສອງ​ວັນ ​ໂດຍ​ນາຍົກລັດຖະມົນຕີ ​ແລະ ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ​ຈະ​ເປັນ​ສອງ​ຄົນ​ທຳ​ອິດ​ທີ່​ໄດ້​ສັກ​ວັກ​ຊີ​ນ.

ມາ​ເລ​ເຊຍ​ຈະ​ສັກ​ວັກ​ຊີ​ນ​ໃຫ້​ປະຊາຊົນ​ຢ່າງ​ໜ້ອຍ 80% ຂອງ​ປະຊາກອນ​ທົ່ວ​ປະ​ເທດ 32 ລ້ານ​ຄົນ​ພາຍ​ໃນ​ປີ​ນີ້ ​ເພື່ອ​ຫວັງ​ພິກ​ຟື້ນ​ເສດຖະກິດ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ໜັກ​ຈາກ​ມາດ​ຕະການ​ເຂັ້ມງວດ​ໂຄ​ວິດ.

ວັກຊີນໂຄວິດເຖິງມາເລເຊຍແລ້ວ ພ້ອມເລີ່ມຕົ້ນສັກ 24 ກຸມພານີ້ - Visit Laos Visit SALANA BOUTIQUE HOTEL - ວັກຊີນໂຄວິດເຖິງມາເລເຊຍແລ້ວ ພ້ອມເລີ່ມຕົ້ນສັກ 24 ກຸມພານີ້

ນອກຈາກ​ວັກ​ຊີ​ນຈາກ Pfizer ​ແລ້ວ, ຄາດ​ວ່າ​ວັກ​ຊີ​ນຊຸດ​ທຳ​ອິດ​ຈາກຊິ​ໂນ​ແວກ ​ໄບ​ໂອ​ເທັກ ຈາກ​ຈີນ​ຈະ​ມາ​ເຖິງ​ມາ​ເລ​ເຊຍ​ໃນ​ວັນ​ທີ 25 ກຸມພາ​ນີ້ ​ເຊິ່ງຕອນ​ນີ້​ກຳລັງ​ລໍ​ຖ້າ​ອະນຸມັດ​ການ​ນຳ​ໃຊ້​ຈາກ​ທາງ​ການ​ມາ​ເລ​ເຊຍ​ຢູ່.

ວັກຊີນໂຄວິດເຖິງມາເລເຊຍແລ້ວ ພ້ອມເລີ່ມຕົ້ນສັກ 24 ກຸມພານີ້ - 4 - ວັກຊີນໂຄວິດເຖິງມາເລເຊຍແລ້ວ ພ້ອມເລີ່ມຕົ້ນສັກ 24 ກຸມພານີ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!