ຜູ້ຍິງຊົນເຜົ່າອິນເດຍເຈາະດັງ ແລະ ສັກລາຍໃບໜ້າເຮັດໃຫ້ຂີ້ຮ້າຍເພື່ອປ້ອງກັນຊາຍຕ່າງເຜົ່າລັກພາຕົວ
ຜູ້ຍິງສ່ວນຫລາຍໃຊ້ເງິນ ໃນການຊື້ເຄື່ອງສຳອາງບໍ່ວ່າ ຈະແພງຊໍ່າໃດກໍຊື້ໄດ້, ແຕ່ບໍ່ແມ່ນ ເລື່ອງແປກຫຍັງ ເພາະຜູ້ຍິງສ່ວນ ຫລາຍກໍຢາກງາມ, ແຕ່ສຳລັບ ຜູ້ຍິງຊົນເຜົ່າທີ່ເອີ້ນຕົນ ເອງວ່າ: ອາປາຕານິດ (Apatanis ຫລື Tanis) ບໍ່ມີໂອກາດເຮັດໃຫ້ ຕົນເອງງາມຄືຜູ້ຍິງທົ່ວໄປເພາະ ຄວາມງາມຈະເປັນອັນຕະລາຍ ຕໍ່ຕົນເອງ.
+ ບ້ານແຫ່ງໜຶ່ງຢູ່ອິນເດຍຫ້າມຜູ້ຍິງໃຊ້ໂທລະສັບມືຖື
+ ຄວາມງົດງາມຂອງຊຸດຊົນເຜົ່າເມືອງໄຊບີເລຍປະເທດຣັດເຊຍ
Apatanis ເປັນຊົນເຜົ່າທີ່ ອົບພະຍົບມາຢູ່ທົ່ງພຽງ Apatani ຂອງປະເທດອິນເດຍ ແລະ ຮູ້ຈັກ ໃນຖານະຊົນເຜົ່າທີ່ມີຄວາມຊຳ ນານໃນດ້ານກະສິກຳ. ສ່ວນປະ ຫວັດ ຫລື ທີ່ມາຂອງ ຊົນເຜົ່ານັ້ນ ບໍ່ໄດ້ຖືກບັນທຶກເປັນລາຍລັກອັກສອນ, ແຕ່ມີເລື່ອງເລົ່າທີ່ຖືກຖ່າຍ ທອດຈາກຮຸ້ນສູ່ຮຸ້ນຈົນເຖິງປັດ ຈຸບັນ. ໜຶ່ງໃນເລື່ອງເລົ່າເຫລົ່າ ນັ້ນ ຄືເຫດຜົນທີ່ຜູ້ຍິງໃນຊົນເຜົ່າ Apatanis ສ່ວນຫລາຍແລ້ວ ຈະຕ້ອງເຈາະຮູດັງເປັນວົງກວ້າງ ແລະ ມີຮອຍສັກຢູ່ເຕັມໃບໜ້າ.
ມີການເລົ່າວ່າ: ຜູ້ຍິງໃນຊົນ ເຜົ່ານີ້ ເປັນຄົນງາມ ແລະ ຈາກ ຄວາມງາມເຫລົ່ານີ້ຈະເຮັດໃຫ້ ພວກນາງຖືກຜູ້ຊາຍຕ່າງເຜົ່າມາ ລັກພາຕົວໄປເປັນເມຍ ໂດຍຜູ້ ຍິງ ບໍ່ໄດ້ເຕັມໃຈ. ດັ່ງນັ້ນເພື່ອບໍ່ໃຫ້ ເກີດເຫດການແບບນີ້ອີກຜູ້ອາ ຍຸສູງຂອງຊົນເຜົ່າຈຶ່ງຕັດສິນໃຈ ສັກລາຍໃສ່ໃບໜ້າຂອງຜູ້ຍິງ ແລະ ເຈາະຮູດັງໃຫ້ກວ້າງແຕ່ ນ້ອຍເຮັດໃຫ້ມີລັກສະນະຂີ້ຮ້າຍ ເພື່ອຫລຸດ ຄວາມສົນໃຈຂອງຜູ້ ຊາຍຕ່າງເຜົ່າ. ຮອຍສັກຢູ່ໃບ ໜ້າຈະເລີ່ມເມື່ອເດັກຍິງອາຍຸ 10 ປີ ແລະ ເຖິງວ່າສາເຫດຂອງ ການເຮັດແບບນີ້ຈະບໍ່ງາມ, ແຕ່ ຜູ້ຍິງບາງຄົນກໍພູມໃຈກັບຮອຍ ສັກ ແລະ ການເຈາະຮູດັງເພາະ ມັນໄດ້ກາຍເປັນສ່ວນໜຶ່ງຂອງ ພວກເຂົາແລ້ວ.
ເຖິງຢ່າງໃດກໍຕາມ, ປະເພ ນີການສັກລາຍໃບໜ້າ ແລະ ເຈາະຮູດັງພວມຈະຖືກຍົກເລີກ ເພາະຖືກລັດຖະບານອິນເດຍ ສັ່ງຫ້າມນັບແຕ່ປີ 1970. ນອກ ຈາກນີ້ຍັງໄດ້ຮັບຄວາມນິຍົມ ໜ້ອຍລົງເນື່ອງຈາກບາງຄົນ ເລືອກຈະເຂົ້າໄປເຮັດວຽກໃນ ຕົວເມືອງ ແລະ ຖ້າມີຮອຍສັກ ຢູ່ໃບໜ້າກັບຮູດັງທີ່ກວ້າງຈະ ເຮັດໃຫ້ພວກນາງເບິ່ງແປກໆໃນ ສາຍຕາຂອງຄົນອື່ນ.
ເຖິງຢ່າງໃດກໍຕາມ, ເພື່ອບໍ່ ໃຫ້ປະເພນີເຫລົ່ານີ້ສູນຫາຍ ໄປ, ທາງຊົນເຜົ່າຈຶ່ງໄດ້ກຳນົດ ໃຫ້ການສັກລາຍໃບໜ້າ ແລະ ເຈາະຮູດັງເປັນສ່ວນໜຶ່ງຂອງຜູ້ ຍິງຊົນເຜົ່າ Apatanis. ນອກ ຈາກນີ້ ຍັງມີລາງວັນສຳລັບຜູ້ ຍິງທີ່ມີຮູດັງໃຫຍ່ທີ່ສຸດ.