ອຸປະຕິເຫດ ຢູ່ບ້ານທົ່ງເໝືອດ ເມືອງກາສີ ແຂວງວຽງຈັນ ມີຜູ້ບາດເຈັບ ບໍ່ມີຜູ້ເສຍຊີວິດ
February 17, 2021 - 10:33 AM


ອີງຕາມການລາຍງານຂອງເຈົ້າໜ້າທີ່ໃຫ້ຮູ້ວ່າ: ວັນທີ 16 ກຸມພາ 2021 ໄດ້ມີລົດທະບຽນ ກກ 7999 ເກີດອຸປະຕິເຫດທີ່ເສັ້ນທາງກາສີ-ເມືອງນານ ຈຸດບ້ານທົ່ງເໝືອດ ເມືອງກາສີ ແຂວງວຽງຈັນ ເຊິ່ງເດີນທາງມາຈາກ ເມືອງນານແຂວງຫລວງພະບາງ- ເພື່ອຈະເດີນທາງມານະຄອນຫລວງວຽງຈັນ ສາເຫດແມ່ນຍ້ອນເບກບໍ່ຢູ່ເສຍຫລັກ ເລີຍຕົກຂົວ ທີ່ມີລັກສະນະເປັນເຫວ.
ເຫດການຄັ້ງນີ້ ມີຜູ້ໂດຍສານທັງໝົດ 4 ຄົນ ເປັນເພດຊາຍທັງໝົດ, ບໍ່ມີຜູ້ເສຍຊີວິດ ມີຜູ້ບາດເຈັບ ສາຫັດ 2 ຄົນ ແລະ ເລັກໜ້ອຍ 2 ຄົນ ສ່ວນພາຫະນະໄດ້ຮັບຄວາມເສຍຫາຍໜັກ.