ປາບ​ການ​ສໍ້​ລາດ​ບັງ​ຫລວງ​ແມ່ນ​ໜ້າ​ທີ່​ຂອງ​ຜູ້​ເປັນ​ນາຍ

ປາບ​ການ​ສໍ້​ລາດ​ບັງ​ຫລວງ​ແມ່ນ​ໜ້າ​ທີ່​ຂອງ​ຜູ້​ເປັນ​ນາຍ - unnamed 1 - ປາບ​ການ​ສໍ້​ລາດ​ບັງ​ຫລວງ​ແມ່ນ​ໜ້າ​ທີ່​ຂອງ​ຜູ້​ເປັນ​ນາຍ
ປາບ​ການ​ສໍ້​ລາດ​ບັງ​ຫລວງ​ແມ່ນ​ໜ້າ​ທີ່​ຂອງ​ຜູ້​ເປັນ​ນາຍ - kitchen vibe - ປາບ​ການ​ສໍ້​ລາດ​ບັງ​ຫລວງ​ແມ່ນ​ໜ້າ​ທີ່​ຂອງ​ຜູ້​ເປັນ​ນາຍ

ໂດຍ: ທິດກໍ່າ

ວັນ​ທີ 9 ທັນວາຂອງ​ທຸກໆ​ປີ​ເປັນ​ວັນ​ສາກົນ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ. ປີ​ນີ້​ຖື​ວ່າ​ຄົບຮອບ 17 ປີ ຖ້າ​ພວກ​ເຮົາ​ຫາກ​ຄິດ​ໄລ່​ມາ​ແຕ່​ວັນ​ທີ 9/12/2003 ຫາ​ວັນ​ທີ 9/12/2020 ຂອງ​ປີຜ່ານມາ. ​ເພາະສະນັ້ນ ​ເພື່ອ​ເປັນ​ການສະ​ເຫລີ​ມສະຫລອງ ​ແລະ ​ໃຫ້​ຄວາມ​ສຳຄັນ​ຕໍ່​ວັນ​ດັ່ງກ່າວ, ​ໃນ​ອາທິດ​ຜ່ານໆ​ມາ ທາງ​ອົງການ​ກວດກາ​ລັດຖະບານ ຮ່ວມ​ກັບ​ສະ​ຖາ​ບັນ​ຊ່ວຍ​ເຫລືອ​ທາງ​ດ້ານ​ກົດໝາຍ ​ແລະ ວິຊາ​ການ​ປະ​ເທ​ດລຸກ​ຊຳ​ບວກ (ILSTA) ​ໄດ້​ຮ່ວມ​ກັນ​ຈັດ​ພິທີ​ສະ​ເຫລີ​ມສະຫລອງ​ຢ່າງ​ມີ​ຄວາມ​ໝາຍ​ຕໍ່​ວັນ​ປະຫວັດສາດ​ດັ່ງກ່າວ​ຢູ່​ທີ່​ໂຮງຮຽນ​ມັດທະຍົມ​ສົມບູນ​ສາລາ​ຄາ​ຄຳ ​ເມືອງ​ຫາດ​ຊາຍ​ຟອງ ນະຄອນຫລວງ​ວຽງ​ຈັນ.

ປາບ​ການ​ສໍ້​ລາດ​ບັງ​ຫລວງ​ແມ່ນ​ໜ້າ​ທີ່​ຂອງ​ຜູ້​ເປັນ​ນາຍ - Visit Laos Visit SALANA BOUTIQUE HOTEL - ປາບ​ການ​ສໍ້​ລາດ​ບັງ​ຫລວງ​ແມ່ນ​ໜ້າ​ທີ່​ຂອງ​ຜູ້​ເປັນ​ນາຍ

​ເວົ້າ​ເຖິງ​ການ​ສໍ້​ລາດ​ບັງ​ຫລວງ​ຢູ່​ປະ​ເທດ​ເຮົາ​ໃນ​ຊ່ວງ​ສິບ​ຊາວ​ປີຜ່ານມາ ຖື​ວ່າ​ໜັກໜ່ວງ​ພໍ​ສົມຄວນ ຈົນ​ເຮັດ​ໃຫ້​ຖັນ​ແຖວ​ພະນັກງານ-ລັດຖະກອນ​ຕ່າງ​ກໍ​ມີ​ຄຳ​ຂວັນ ​ແລະ ອຸດົມ​ການ​ທີ່​ແຕກ​ຕ່າງ​ກັນ​ໄປ ​ແລະ ​ເຮັດ​ໄປ​ຄົນ​ລະ​ແບບ ​ເປັນຕົ້ນມີ​ຄຳ​ເວົ້າອອກ​ມາ​ວ່າ ຖ້າ​ຕ້ອງການ​ໃຫ້​ປະ​ເທດ​ຊາດ​ຮັ່ງມີ ຕົນ​ເອງ​ຕ້ອງ​ຮັ່ງມີ​ກ່ອນ. ໝາ​ຍວ່າ​ໃຫ້​ທຸກ​ຄົນ​ຮັ່ງມີ​ກ່ອນ. ​ເມື່ອ​ໃດ​ເຮົາ​ຍັງ​ທຸກ​ຍາກ ປະ​ເທດ​ຊາດ​ມັນ​ກໍ​ທຸກ​ຍາກ. ​ເລີ່​ມຈາກ​ທິດ​ສະ​ດີ ​ແລະ ​ແນວ​ຄວາມ​ຄິດ​ແບບ​ນີ້ ​ໃຜ​ກໍ​ຊອກ​ຫາ​ຊ່ອງ​ທາງ​ເພື່ອ​ໃຫ້​ໄດ້​ເງິນ​ຄຳ ​ແລະ ຊັບ​ສິນ​ມາ​ໃຫ້​ຕົນ​ເອງ​ດ້ວຍ​ວິທີ​ທີ່​ແຕກ​ຕ່າງ​ກັນ​ເຊັ່ນ: ຜູ້​ດຸ​ໝັ່ນ​ແດ່​ກໍ​ສູ້​ຊົນ ທັງ​ເປັນ​ພະນັກງານ, ທັງ​ເຮັດ​ຄ້າຂາຍ ​ເຊິ່ງຍຸກ​ປ່ຽນ​ໃໝ່​ພາກັນ​ເອີ້ນ​ວ່າ: “ທາງ​ຫລັງ​ເປັນ​ພໍ່ຄ້າ-​ແມ່​ຄ້າ ທາງ​ໜ້າ​ເປັນ​ພະນັກງານ” ຜູ້​ໃດ​ໄຕ່​ເຕົ້າຂຶ້ນມາ​ເປັນ​ເຈົ້າ​ເປັນ​ນາຍ​ກໍ​ໃຊ້​ວິທີ​ເອົາ​ຖານະ​ຕຳ​ແໜ່​ງຂອງ​ຕົນ​ເພື່ອ​ຫາ​ລາຍ​ໄດ້​ດ້ວຍ​ການ​ສໍ້​ລາດ​ບັງ​ຫລວງ​ເອົາ​ເງິນ​ງົບປະມານ, ​ເອົາ​ຊັບ​ສິນ​ຂອງ​ລັດ​ແບບ​ສາລະພັດ​ຢ່າງ. ຜູ້​ຢູ່​ໃກ້​ກັບ​ເງິນ​ກໍ​ກິນ​ເງິນ, ຜູ້​ຢູ່​ນຳ​ໄມ້​ກໍ​ກິນ​ໄມ້, ຜູ້​ເຮັດ​ນຳ​ເຫລັກ​ກໍ​ກິນ​ເຫລັກ, ຜູ້​ເຮັດ​ນຳ​ດິນ​ກໍ​ກິນ​ດິນ, ຜູ້​ໃດ​ຢາກ​ໄດ້​ເງິນ​ໄວ​ເງິນ​ຫລາຍ​ກໍ​ພາກັນ​ຄ້າ​ຢາ​ເສບ​ຕິດ, ຜູ້​ໃດ​ມີ​ມູນ​ມີ​ມັງ​ຂອງ​ເກົ່າ​ຂອງ​ນ້ອຍ​ຂອງ​ໃຫຍ່​ກໍ​ເຫີ່​ກັນ​ຂາຍ​ຕາມ​ເທັກ​ຕາມ​ບາ, ຜູ້​ບໍ່​ມີ​ຫຍັງ​ກໍ​ໄປ​ຫາ​ປຸ້ນ​ຫາ​ຈີ້ງັດ​ແງະ​ຂ້າ​ເຈົ້າ​ເອົາ​ຂອງ ກາຍ​ເປັນ​ບັນຫາ​ປາກົດການ​ຫຍໍ້ທໍ້​ໃນ​ສັງຄົມ​ຢ່າງ​ແຜ່​ລາມ ​ແລະ ຫລີກ​ລ່ຽງບໍ່​ໄດ້. ບັນຫາ​ທີ່​ໂດ່​ງດັງ​ຈົນ​ກາຍ​ເປັນ​ກະ​ແສ​ສັງຄົມ​ໃນ​ຍຸກ​ໜຶ່ງ​ກໍ​ແມ່ນ​ຜູ້​ໃດ​ໄດ້​ເປັນ​ພາສີ​ກາຍ​ເປັນ​ຄົນ​ຮັ່ງມີ​ແບບ​ຜິດ​ປົກກະຕິ. ນອກ​ນັ້ນ ກໍ​ແມ່ນ​ບັນຫາ​ການ​ຊື້ຈ້າງ​ເຂົ້າຮຽນ, ​ເຂົ້າ​ເຮັດ​ວຽກ​ໃນ​ຂະ​ແໜງ​ການ​ທີ່​​ໃກ້​ກັບ​ເສດຖະກິດ, ​ໃກ້​ກັບ​ເງິນ​ແມ່ນ​ເປັນ​ຂະ​ບວນກວ້າງຂວາງ​ບໍ່​ຢອກ.​​ ​ໃນ​ຖັນ​ແຖວ​ພະນັກງານ​ລັດ​ເກີດ​ມີ​ແນວ​ຄິດ​ເມື່ອ​ກູ​ໄດ້​ຂຶ້ນມາ​ເປັນ​ນາຍ​ແລ້ວ ກູ​ຕ້ອງ​ຫາ​ວິທີ​ເອົາ​ເງິນ, ຫາ​ວິທີ​ເອົາ​ລົດ​ປະຈຳ​ຕຳ​ແໜ່​ງຄັນ​ໃໝ່ໆ​ງາມໆ ​ເພື່ອ​ໃຫ້​ສົມ​ສັກ​ສີ ​ແລະ ຖານະ​ຕຳ​ແໜ່​ງ ​ເມື່ອ​ກູ​ໝົດ​ອຳນາດ ຫລື ​ໄດ້​ບຳນານ​ໄປ​ເມື່ອ​ໃດ​ກໍ​ຂໍ​ໃຫ້​ມີ​ຢູ່​ມີ​ກິນ, ມີ​ເງິນ, ມີ​ຄຳ​ຮັ່ງມີ​ເປັນ​ດີ, ມີ​ບົດບາດ​ ສາມາດ​ຄ້ຳຈູ​ນຄອບຄົວ​ໃນ​ສັງຄົມ​ໄດ້​ເປັນ​ຢ່າງ​ໂກ້​ເກ້​ຜາງ​ຜາຍ.

ຈາກ​ສາ​ເຫດ, ຕົ້ນ​ເຫດ ​ແລະ ​ແນວ​ຄວາມ​ຄິດ​ໃນ​ຖັນ​ແຖວ​ພະນັກງານ​ລັດ ກໍ​ຄື​ຜູ້​ທີ່​ເປັນ​ຫົວໜ້າ ຫລື​ວ່າ ຜູ້​ເປັນ​ນາຍ​ຕົກ​ໃນ​ສະພາບ​ຄື​ແນວ​ນີ້​ຈຶ່ງ​ກໍ່​ໃຫ້​ເກີດ​ມີ​ການ​ສໍ້​ລາດ​ບັງ​ຫລວງ​ຢ່າງ​ແຜ່​ລາມ​ຈົນ​ເຂົ້າກະດູກ​ດຳ​ໃນ​ສັງຄົມ​ລາວ ​ເຊິ່ງມາ​ຮອດ​ປັດຈຸບັນ​ກໍ​ຍັງ​ບໍ່​ທັນ​ສາມາດ​ປາບ​ປາມ​ໄດ້​ຢ່າງ​ເຖິງ​ຖອງ, ຖອນ​ຮາກ​ຖອນ​ໂຄນ ​ແລະ ​ໃຫ້​ໝົດ​ສ້ຽງ​ໄດ້.

ກໍ​ດັ່ງ​ພວກ​ເຮົາ​ຮູ້​ນຳ​ກັນ​ແລ້ວ​ວ່າ, ການ​ສໍ້​ລາດ​ບັງ​ຫລວງ​ມັນ​ຄື​ປວກ​ເຈາະ​ໄມ້, ຄື​ມອດ​ເຈາະ​ເຮືອນ ຖ້າ​ປະປ່ອຍ​ແກ່ຍາວ​ໄປ​ຫລາຍ​ເທົ່າ​ໃດ ​ເຮືອນ​ກໍ​ຈະລົ້ມ, ພຸ​ພັງ​ຄົງ​ຍັງ​ເຫລືອ​ແຕ່​ຊາກ​ກໍ​ເໝືອນ​ເຮັດ​ໃຫ້​ປະ​ເທດ​ຊາດ​ບ້ານ​ເມືອງ​ຕົກທຸກ​ໄດ້​ຍາກ ​ແລະ ຫລົ້ມຈົມ​ ບໍ່​ໄວ​ກໍ​ຊ້າ​ດັ່ງ​ອົງການ​ກວດກາ​ພັກ-ລັດ​ໄດ້​ລາຍ​ງານ​ຕໍ່​ກອງ​ປະຊຸມ​ໃນ​ສະພາ​ແຕ່ລະຄັ້ງ, ​ແຕ່ລະ​ປີ​ວ່າ​ສາມາດ​ກວດກາ​ພົບ​ເຫັນ​ການ​ຢັກ​ຢອກ​ເອົາ​ເງິນ​ຄຳ​ຊັບ​ສິນ​ໃນ​ແຕ່ລະ​ປີ​ຫລາຍ​ຮ້ອຍ​ຫລາຍ​ພັນຕື້.

​ເຖິງ​ຢ່າງ​ໃດ​ກໍ​ດີ, ນັບ​ແຕ່​ມີ​ລັດຖະບານ​ຊຸດ​ທີ VIII ​ເປັນຕົ້ນມາ ກໍ​ປາກົດ​ວ່າການ​ປາບ​ປາມ​ການ​ສໍ້​ລາດ​ບັງ​ຫລວງ​ນັ້ນພໍ​ເຫັນ​ເປັນ​ຮູບ​ປະ​ທຳ​ຂຶ້ນມາ ​ເພາະ​ສາ​ເຫດ​ຜູ້​ເປັນ​ແກ່ນ​ນຳ​ຂັ້ນສູງ​ສຸດ​ຂອງ​ປະ​ເທດ ​ແລະ ພະນັກງານ​ຫລັກ​ແຫ​ລ່ງນຳພາ​ຫລາຍ​ທ່ານ​ຫລາຍ​ສະຫາຍ​ໄດ້​ຫລິ່ງ​ເຫັນ​ອະນາຄົດ​ຂອງ​ປະ​ເທດ​ຊາດ, ​ເຫັນ​ຄວາມທຸກ​ຍາກ​ລຳບາກ​ຂອງ​ປະຊາຊົນ​ວ່າ​ເຂົາ​ຍັງ​ມືນ​ຕາ​ອ້າ​ປາກ​ລໍຄອຍ​ຜູ້​ແທນ​ປະຊາຊົນ​ມາ​ແກ້​ໄຂ​ບັນຫາ​ຊ່ວຍ​ເຂົາ​ເຈົ້າ​ໃນ​ເມື່ອ​ເຂົາ​ຍັງ​ມີ​ຄວາມ​ຫຍຸ້ງຍາກ, ມີ​ຄວາມທຸກ​ຈົນ​ໃນ​ທ້ອງ​ຖິ່ນ. ​ແຕ່​ຖ້າ​ຜູ້​ເປັນ​ນາຍ​ບໍ່​ເຫັນ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ ​ແລະ ບໍ່​ເພື່ອ​ປະຊາຊົນ ​ເຫັນ​ແຕ່​ຜົນ​ປະ​ໂຫຍ​ດຂອງ​ຕົນ​ເອງລ້ອນຈ້ອນ​ແນ່ນອນ ສັດທາ​ຕໍ່​ຜູ້​ເປັນ​ນາຍ​ມັນ​ກໍ​ນັບ​ມື້​ເຊື່ອມ​ຖອຍ​ລົງ​ ສຸດ​ທ້າຍ​ການ​ບໍລິຫານ​ປົກຄອງ​ບ້ານ​ເມືອງ​ມັນ​ກໍ​ເພ.

 

ປາບ​ການ​ສໍ້​ລາດ​ບັງ​ຫລວງ​ແມ່ນ​ໜ້າ​ທີ່​ຂອງ​ຜູ້​ເປັນ​ນາຍ - 4 - ປາບ​ການ​ສໍ້​ລາດ​ບັງ​ຫລວງ​ແມ່ນ​ໜ້າ​ທີ່​ຂອງ​ຜູ້​ເປັນ​ນາຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!