ໂຄວິດ-19 ພາໃຫ້ເຮົາຫັນປ່ຽນຊີວິດໃໝ່

ໂຄວິດ-19 ພາໃຫ້ເຮົາຫັນປ່ຽນຊີວິດໃໝ່ - AK103966 0 - ໂຄວິດ-19 ພາໃຫ້ເຮົາຫັນປ່ຽນຊີວິດໃໝ່
ໂຄວິດ-19 ພາໃຫ້ເຮົາຫັນປ່ຽນຊີວິດໃໝ່ - kitchen vibe - ໂຄວິດ-19 ພາໃຫ້ເຮົາຫັນປ່ຽນຊີວິດໃໝ່

ທິດກໍ່າ
ໃນສະໄໝພຸດທະການ,​ ກ່ອນພະພຸດທະເຈົ້າຈະນິພານໄປຈາກໂລກໃບນີ້ໄປ ພະອົງໄດ້ຕັດສັ່ງໄວ້ວ່າ: ເມື່ອສາສະໜາພຸດກ້າວເຂົ້າຮອດປີ 2500 ຂຶ້ນໄປ​ ໂລກຂອງເຮົາຈະມີອັນເປັນໄປໃນທິດທາງບໍ່ດີຫລາຍຢ່າງ ເປັນຕົ້ນຈະເກີດພາຍຸລົມແຮງແຜ່ນດິນໄຫວ, ຈະເກີດອັກຄີໄພ, ຈະເກີດອຸທົກກະໄພຈົນເກີດຟ້າຜ່າ, ຈະເກີດຮ້ອນເກີນໄປໜາວເກີນໄປ, ຈະເກີດສານພິດຕ່າງໆ ແລະ​ຈະເກີດສານພິດຕ່າງໆ​ ແລະ​ຈະເກີດກາລະໂຣກຕ່າງໆຕໍ່ມວນມະນຸດເຮົາ.​ຈາກເຫດໄພພິບັດ ແລະ​ ໂຣຄາພະຍາດຕ່າງໆທີ່ເກີດຂຶ້ນນັ້ນຈະເຮັດໃຫ້ມວນມະນຸດມີຄວາມລຳບາກກາກກຳ, ຍາກເຂັນ,​ສັບສົນອົນລະເວງ ແລະ​ເກີດຄວາມເດືອດຮ້ອນຫລາຍປະການຄື: ເປັນທຸກຍ້ອນເກີດເສິກສົງຄາມບໍ່ແລ້ວບໍ່ທົ່ວ, ທຸກຍາກຮ້ອນຍ້ອນໄຟໄໝ້ ແລະ​ ນໍ້າຖ້ວມ,​ ທຸກຍາກຮ້ອນຍ້ອນຄົນຕາຍຢ່າງຫລວງຫລາຍຈົນບໍ່ມີໃຜສິເບິ່ງໃຜ, ທຸກຍາກຮ້ອນຍ້ອນອຶດເຂົ້າປາອາຫານ, ທຸກຍາກຮ້ອນຍ້ອນເກີດໂຣຄາພະຍາດທີ່ມາທຳລາຍຊີວິດອິນຊີຂອງມວນມະນຸດທົ່ວໂລກ.
ມາຮອດຍຸກປັດຈຸບັນນີ້ ສາສະໜາພຸດເຮົາມີອາຍຸໄດ້ 2563 ປີພໍດີ ເຫັນວ່າທຸກສິ່ງຢ່າງທີ່ພະພຸດທະເຈົ້າໄດ້ທຳນາຍເອົາໄວ້ນັ້ນໄດ້ປາກົດໃຫ້ເຮົາເຫັນຢ່າງຊັດເຈນໝົດແລ້ວ. ຈາກຄຳທຳນາຍຂອງພະເຈົ້າທີ່ໄດ້ກ່າວມານັ້ນມວນມະນຸດໃນໂລກພວມຜະເຊີນຢູ່ໃນປັດຈຸບັນກໍແມ່ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ເຊິ່ງມັນໄດ້ສັັງຫານມວນມະນຸດໃນໂລກຫລາຍກວ່າສອງລ້ານຄົນແລ້ວ. ນອກຈາກນັ້ນ ກໍຍັງມີໄພພິບັດອື່ນໆທີ່ໄດ້ທຳລາຍຊີວິດອິນຊີມວນມະນຸດໃນໂລກ ນັບທັງເສດຖະກິດ-ສັງຄົມຂອງໂລກຢ່າງນັບບໍ່ຖ້ວນ.
ສຳລັບ​ ສາທາລະນະລັດ ປະຊາທິປະໄຕ​ ປະຊາຊົນລາວ​ ຂອງພວກເຮົາທີ່ເປັນໜຶ່ງໃນວົງສາຄະນາຍາດຂອງຊາວໂລກກໍໄດ້ຮັບຜົນກະທົບຈາກໄພພິບັດ ແລະ​ ໂຣຄາພະຍາດຕ່າງໆເໝືອນກັນ ເປັນຕົ້ນໃນສະພາບປັດຈຸບັນແມ່ນພວມຢູ່ໃນໄລຍະໃຊ້ມາດຕະການຕ້ານ ແລະ​ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢ່າງເດັດຂາດ.
ເຖິງຢ່າງໃດກໍດີ, ນັບແຕ່ມື້ນີ້ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ມາຮອດປັດຈຸບັນເຫັນວ່າເຊື້ອພະຍາດດັ່ງກ່າວຍັງບໍ່ທັນມີທ່າທີຫລຸດຜ່ອນ ແລະ​ ມະຫັບມະຫາຍໄປຈາກໂລກໃບນີ້.​ ກົງກັນຂ້າມ​ ພະຍາດດັ່ງກ່າວຍິ່ງແຜ່ລະບາດໄປໃນທົ່ວໂລກຢ່າງບໍ່ຢຸດຢ່ອນ.​ ໃນສະພາບປັດຈຸບັນ ໄດ້ມີບາງປະເທດໄດ້ມີການແຜ່ລະບາດຄືນໜັກກວ່າເກົ່າ.​ ສ່ວນ​ ສປປ ລາວ​ ຂອງພວກເຮົາສະພາບຄົນຕິດເຊື້ອພະຍາດໂຄວິດ-19 ກໍໄດ້ເພີ່ມຂຶ້ນຈາກຈຳນວນເກົ່າມາເປັນ 45 ຄົນ,​ ປົວຫາຍດຮໄປແລ້ວ 41 ຄົນ,​ ພວມປິ່ນປົວຢູ່ໂຮງໝໍ 4 ຄົນ​ ແລະ​ ໂຊກດີຍັງບໍ່ທັນມີຄົນໃດເສຍຊີວິດຍ້ອນ.​ ສຳລັບສະຖິຕິຜູ້ຕິດເຊື້ອໃນທົ່ວໂລກມາຮອດປັດຈຸບັນແມ່ນ​ ​ 108.293.836 ຄົນ,​ ເສຍຊີວິດໄປແລ້ວ 2.378.759 ຄົນ,​ ປິ່ນປົວດີ 80.327.049 ຄົນ​ ແລະ​ ພວມປິ່ນປົວຢູ່ໂຮງໝໍ​ 25.438.749 ຄົນ​ ໃນນີ້ປະເທດທີ່ຕິດເຊື້ອຫລາຍກວ່າໝູ່ແມ່ນສະຫະລັດອາເມລິກາ, ຮອງລົງມາກໍແມ່ນອິນເດຍ, ບຣາຊິນ ຕາມລຳດັບ.
ສະຫລຸບແລ້ວ, ມາຮອດປັດຈຸບັນເຫັນວ່າຈຳນວນຜູ້ຕິດເຊື້ອໄດ້ເພີ່ມຂຶ້ນຕິກໆ, ຜູ້ຕາຍກໍເພີ່ມຂຶ້ນ ແລະ​ ຜູ້ປິ່ນປົວດີກໍຫລາຍ.​ ແຕ່ກໍຍັງເຫັນວ່າເຊື້ອພະຍາດດັ່ງກ່າວຍັງສືບຕໍ່ທຳລ່ຍຊີວິດອິນຊີມວນມະນຸດ ແລະ​ ເສດຖະກິດ-ສັງຄົມຂອງໂລກອີກຕໍ່ໄປ ແລະ​ ຍັງບໍ່ຮູ້ວ່າເດືອນປີໃດຈຶ່ງຈະສາມາດຕ້ານ, ສະກັດ ແລະ​ ປາບປາມພະຍາດຊະນິດນີ້ໄດ້.​ ປັດຈຸບັນ​ ເຖິງວ່າມີຫລາຍປະເທດໄດ້ຜະລິດຢາວັກຊີນອອກມານຳໃຊ້ ແລະ​ ສາມາດສັກໃຫ້ຜູ້ທີ່ມີຄວາມສ່ຽງສູງ ແຕ່ກໍຍັງບໍ່ທັນຄົບຖ້ວນ ແລະ​ ກວ້າງຂວາງໃຫ້ສົມກັບຄວາມຮຽກຮ້ອງຕ້ອງການ ຈຶ່ງເປັນເງື່ອນໄຂໃຫ້ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19​ ໃນບາງປະເທດຍັງສືບຕໍ່ແຜ່ລາມເປັນວົງກວ້າງຢູ່.
ເພາະສະນັ້ນ​ຈຶ່ງເຫັນວ່ານັບແຕ່ມື້ມີພະຍາດໂຄວິດ-19 ເລີ່ມແຜ່ລະບາດມາຮອດປັດຈຸບັນໄດ້ສົ່ງຜົນກະທົບຢ່ງໃຫຍ່ຫລວງໃຫ້ແກ່ຊີວິດອິນຊີ ແລະ​ ເສດຖະກິດ-ສັງຄົມຂອງແຕ່ລະປະເທດ ແລະ​ ຈະຍັງແກ່ຍາວໄປຢ່າງບໍ່ມີກຳນົດ.​ ເມື່ອເປັນຄືທີ່ວ່ານີ້ ມັນກໍຈຳເປັນໃຫ້ພວກເຮົາຕ້ອງປັບຕົວຫັນປ່ຽນຊີວິດແບບໃໝ່ ດ້ວຍການເພິ່ງຕົນເອງ, ກຸ້ມຕົນເອງໃຫ້ຫລາຍຂຶ້ນ, ສິໄປໃສມາໃສຕ້ອງມີໄລ່ລຽງປະຢັດມັດທະຍັດ, ສ້າງເສດຖະກິດຄອບຄົວດ້ວຍຮູບການຜະລິດໃນຫລາຍຮູບແບບ, ສຸມໃສ່ການປູກການລ້ຽງ ແລະ​ມີຄວາມອົດທົນໃນໜ້າທີ່ທຸລະກິດການງານໃຫ້ສູງຂຶ້ນ, ຫ່າງເຫີນກັບສິ່ງທີ່ໄຮ້ຄວາມຈິງ ທັງເປັນເຈົ້າການຮັກຫອມຕົນເອງ ແລະ​ ປະເທດຊາດ,​ຕ້ານທຸກປາກົດການທີ່ສ້າງຄວາມເສຍຫາຍແກ່ບ້ານເມືອງດ້ວຍພຶດຕິກຳທີ່ຖືກຕ້ອງຕາມລະບຽບກົດໝາຍຂອງບ້ານເມືອງ. ນີ້ຄືສ່ວນໜຶ່ງຂອງການຫັນປ່ຽນຊີວິດແບບໃໝ່ໃນຊ່ວງໂຄວິດ-19 ມາອາລະວາດ.

ໂຄວິດ-19 ພາໃຫ້ເຮົາຫັນປ່ຽນຊີວິດໃໝ່ - 3 - ໂຄວິດ-19 ພາໃຫ້ເຮົາຫັນປ່ຽນຊີວິດໃໝ່
ໂຄວິດ-19 ພາໃຫ້ເຮົາຫັນປ່ຽນຊີວິດໃໝ່ - Visit Laos Visit SALANA BOUTIQUE HOTEL - ໂຄວິດ-19 ພາໃຫ້ເຮົາຫັນປ່ຽນຊີວິດໃໝ່
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!