ບັງຄັບກັນດື່ມອີກຈັກຈອກສອງຈອກ ຈຶ່ງຖືວ່າຮັກກັນ… ????


ອີງຕາມສະຖິຕິກວດສອບທົ່ວປະເທດ ເຫັນວ່າມີປະມານ 17.000 ຄົນຖືກເຂົ້າໂຮງໝໍແບບກູ້ໄພສຸກເສີນ ຈາກການເກີດອຸປະຕິເຫດໃນທ້ອງຖະໜົນ ສ່ວນຫຼາຍນັ້ນ ແມ່ນເກີດອຸປະຕິເຫດຈາກການດື່ມເຫຼົ້າ-ເບຍ ຫຼາຍເກີນໄປ. ເມື່ອເປັນເຊັ່ນນັ້ນ, ຄວນບໍທີ່ພວກເຮົາຈະເຮັດໃຫ້ວັນແຫ່ງຄວາມມ່ວນຊື່ນ ກາຍເປັນວັນໂສກເສົ້າຂອງຕົນ ແລະ ຄອບຄົວ? ຈົນມີບາງຄົນເວົ້າວ່າ: “ບໍ່ດື່ມກໍສະແດງວ່າບໍ່ຮັກກັນ”.
ເຖິງຢ່າງໃດກໍຕາມຂໍຢ່າໃຫ້ທັດສະນະດັ່ງກ່າວກາຍເປັນຄວາມເຂົ້າໃນຂອງຄົນທົ່ວໄປ. ຂ້າພະເຈົ້າເຄີຍຍິນກັບຫູ ດູກັບຕາມາແລ້ວ: ຫຼາຍຄົນເມື່ອມີເພື່ອນມາຢາມເຮືອນ ກໍມີການກິນດື່ມກັນຢ່າງເອົາຈິງເອົາຈັງ ຈົນວ່ານອນຄາທີ່ຍາມໃດບໍ່ຮູ້ເມື່ອ, ເພື່ອນເມືອປະຍາມໃດກໍບໍ່ຊາບ. ອັນນັ້ນຈຶ່ງວ່າຮັກແພງກັນບໍ?
ມີບາງຄົນຫຼາຍຟ້າຫຼາຍປີຈຶ່ງມາພົບພໍ້ກັນ, ກໍເລີຍຊວນກັນອອກໄປທີ່ຮ້ານເບຍເພື່ອດື່ມກັນ ໃຫ້ສົມໃຈ, ບາດວ່າເມົາມາແລ້ວ ກໍຍາດກັນເວົ້າກັນວ່າ ຈົນບໍ່ມີໃຜຟັງໃຜ(ມີແຕ່ຜູ້ເວົ້າບໍ່ມີຜູ້ຟັງ), ບາງຄົນກໍຈົນໝູບໜ້າໃສ່ກັບໜ້າໂຕະກັບຕັ່ງ, ບາງຄົນກໍຮາກແຕກຮາກແຕນ, ບາງຄົນກໍຍ່າງເຊຊ້າຍ ເຊຂວາ ຂຶ້ນລົດເມືອ ແຕ່ກໍບໍ່ຮູ້ວ່າຈະເມືອຮອດເຮືອນຫຼືບໍ່? ຍັງບໍ່ທັນເວົ້າເຖິງການເກີດອຸປະຕິເຫດ, ຖ້າຫາກເກີດອຸປະຕິເຫດ ແມ່ນໃຜຈະເປັນຜູ້ໄດ້ຮັບຜົນກະທົບໂດຍກົງ. ພວກເພື່ອນນັກດື່ມນຳກັນເຫຼົ່ານັ້ນ ແມ່ນໃຜແດ່ຈະແບກຫາບຄວາມເຈັບປວດໃຫ້ກັບຄອບຄົວຜູ້ທີ່ຖືກເຄາະຮ້ານນັ້ນ?
ໃນຄວາມເປັນຈິງແລ້ວ, ເມື່ອມີການດື່ມກັນ, ຜູ້ໃດກໍຢາກສະແດງໂຕເປັນໜຶ່ງ ເພື່ອໃຫ້ໄດ້ຄວາມໃສ່ໃຈຂອງເພື່ອນໆ. ຂ້ອຍດື່ມເຫຼົ້າ-ເບຍບໍ່ໄດ້ ບໍແມ່ນຍ້ອນຂ້ອຍບໍ່ມີເງິນ ແຕ່ຫາກແມ່ນຍ້ອນຂ້ອຍບໍ່ມັກດື່ມຕາງຫາກ. ນອກຈາກເຫຼົ້າ-ເບຍຕ່າງປະເທດທີ່ມີລາຄາແພງແລ້ວ, ສ່ວນຫຼາຍແມ່ນຂ້ອຍມັກບອງເຫຼົ້າໄວ້ດື່ມມື້ລະຈອກສອງຈອກ ຫຼື ດື່ມເບຍສົດເທົ່ານັ້ນ, ແມ່ນແຕ່ເບຍປ໋ອງ ຊື່ງບໍ່ແມ່ນເບຍທີ່ມີລາຄາສູງປານໃດ ຂ້ອຍກໍບໍ່ມັກດື່ມ. ຢ່າເຂົ້າໃຈວ່າ ບັງຄັບກັນດື່ມເຫຼົ້າ-ເບຍ ຈຶ່ງວ່າຮັກແພງກັນ.
ສຳລັບຂ້ອຍແລ້ວ ເຄີຍເຮັດວຽກຢູ່ໃນຂະແໜງການ ຮ້ານອາຫານມາຫຼາຍຟ້າຫຼາຍປີ, ເຄີຍຮັບໃຊ້ງານລ້ຽງນ້ອຍ-ໃຫຍ່ຕ່າງໆ ຂອງສະຖານທູດຕ່າງປະເທດ ຫຼາຍຮ້ອຍງານມາແລ້ວ. ຂ້ອຍເຫັນພວກເຂົາດື່ມບໍ່ຄືເຮົາ. ເມື່ອເຂົາເຊີນຜູ້ໃດເຂົ້າຮ່ວມງານ ເຂົາຈະເອົາໃຈໃສ່ນັບຕັ້ງແຕ່ມື້ມາຮອດງານ, ເບິ່ງແຍງອາຫານການກິນ ແລະ ເຄື່ອງດື່ມທີ່ເໝາະສົມ. ພວກເຂົາເວົ້າລົມກັນ ໃນຄວາມເປັນເພື່ອນມິດ ແລະ ໃຫ້ກຽດຊຶ່ງກັນ ແລະ ກັນ ດ້ວຍການສົ່ງທາງ ຢ່າງມີມາລະຍາດ.
ເຖິງຢ່າງໃດກໍຕາມ ບໍ່ຄວນຈະບັງຄັບກັນເຊັ່ນ: “ຕ້ອງດື່ມ”, “ດື່ມໃຫ້ໝົດ”, “ບໍ່ໝົດບໍ່ເມືອ”, “ນ້ອງໝົດ ອ້າຍກໍຕ້ອງໝົດ”, “ດື່ມພ້ອມກັນ ມັນຈຶ່ງມ່ວນ…” ແບບນີ້ແມ່ນບໍ່ຄວນຢ່າງຍິ່ງ. ການທີ່ບັງຄັບກັນແບບນັ້ນ ບາງທີອາດສ້າງຄວາມລຳຄານໃຫ້ແກ່ຜູ້ອື່ນ, ເຖິງແມ່ນດື່ມບໍ່ໄດ້ກໍຕ້ອງດື່ມ ເພາະຄວາມເກງໃຈນັ້ນເອງ.
ໃນງານຕ່າງໆ ແທນທີ່ຈະໄດ້ກິນແນວແຊບໆ ແຕ່ຊໍ້າພັດສັ່ງແຕ່ເຫຼົ້າ-ເບຍລຽນຕິດລຽນຕໍ່ ອາຫານການກິນຊໍ້າພັດບໍ່ມີຫຍັງ, ຊໍ້າບໍໜຳຍັງເວົ້າວ່າ: ນ້ອງຮັກອ້າຍຫຼາຍ, ຮັກອາວຫຼາຍ, ຮັກສ່ຽວຫຼາຍ…. ບາດເລີກລາງານ ທ້ອງຮ້ອງໂກດໂກດ ຍ້ອນຫິວບໍ່ໄດ້ກິນ, ດື່ມແຕ່ເຫຼົ້າ-ເບຍ, ວິນຫົວວິນເກົ້າ…
ພາຍຫຼັງງານລ້ຽງ ເຫຼືອຫຍັງໄວ້ໃຫ້ແກ່ເຮົາ? ເຫຼືອພຽງແຕ່ຄວາມອິດເມື່ອຍ, ເຈັບຫົວ, ອ້າງວ່າງ, ຍັງບໍ່ທັນເວົ້າເຖິງການເກີດອຸປະຕິເຫດ. ບໍ່ຮູ້ວ່າທຸກຄົນຈະໂຊກດີຄືກັນກັບຄຳອວຍພອນກັນໃນເວລາດື່ມ ຫຼື ບໍ່ ຫຼື ຈະເປັນຜີເຝົ້າຂ້າງຖະໜົນ?
ຄວນດື່ມຕາມຄວາມສາມາດຂອງແຕ່ລະຄົນ ບໍ່ຄວນບັງຄັບກັນດື່ມ ເມື່ອຮ່າງກາຍບໍ່ສູ້ແລ້ວ.