ໄບເດນ ຍອມຮັບ ການສັກວັກຊີນຕ້ານໂຄວິດ-19 ໃຫ້ຄວບຄຸມພົນລະເມືອງກຸ່ມສ່ຽງທັງໝົດທ້າທາຍຫລາຍ ຫລັງພົບບັນຫາວັກຊີນຂາດເຂີນ

ໄບເດນ ຍອມຮັບ ການສັກວັກຊີນຕ້ານໂຄວິດ-19 ໃຫ້ຄວບຄຸມພົນລະເມືອງກຸ່ມສ່ຽງທັງໝົດທ້າທາຍຫລາຍ ຫລັງພົບບັນຫາວັກຊີນຂາດເຂີນ - image 1 - ໄບເດນ ຍອມຮັບ ການສັກວັກຊີນຕ້ານໂຄວິດ-19 ໃຫ້ຄວບຄຸມພົນລະເມືອງກຸ່ມສ່ຽງທັງໝົດທ້າທາຍຫລາຍ ຫລັງພົບບັນຫາວັກຊີນຂາດເຂີນ
ໄບເດນ ຍອມຮັບ ການສັກວັກຊີນຕ້ານໂຄວິດ-19 ໃຫ້ຄວບຄຸມພົນລະເມືອງກຸ່ມສ່ຽງທັງໝົດທ້າທາຍຫລາຍ ຫລັງພົບບັນຫາວັກຊີນຂາດເຂີນ - kitchen vibe - ໄບເດນ ຍອມຮັບ ການສັກວັກຊີນຕ້ານໂຄວິດ-19 ໃຫ້ຄວບຄຸມພົນລະເມືອງກຸ່ມສ່ຽງທັງໝົດທ້າທາຍຫລາຍ ຫລັງພົບບັນຫາວັກຊີນຂາດເຂີນ

ວັນ​ທີ 8 ກຸມພາ 2021, ທ່ານ ​ໂຈ ​ໄບ​ເດນ ປະທານາທິບໍດີ​ອາ​ເມ​ລິ​ກາ ກ່າວ​ວ່າ: ການ​ສັກ​ວັກ​ຊີ​ນຕ້ານ​ໂຄ​ວິດ-19 ​ໃຫ້​ຄວບ​ຄຸມ​ພົນລະ​ເມືອງ​ອາ​ເມ​ລິ​ກາ​ຈຳນວນ​ຫລາຍ​ນັ້ນຖື​ເປັນ​ວຽກ​ທີ່​ຍາກ ​ແລະ ທ້າ​ທາຍ​ຫລາຍ ໜຶ່ງ​ໃນ​ບັນຫາ​ສຳຄັນ​ຄື ອາ​ເມ​ລິ​ກາ​ຍັງ​ໄດ້​ຮັບ​ວັກ​ຊີ​ນຕ້ານ​ໂຄ​ວິດ-19 ບໍ່​ພຽງພໍ​ຕໍ່​ຄວາມ​ຕ້ອງການ ​ໂດຍ​ມີ​ທ່າ​ອ່ຽງຈະ​ຂາດ​ເຂີນ​ກ່ອນ​ຈະ​ສັກ​ວັກ​ຊີ​ນ​ໄດ້​ຄວບ​ຄຸມ​ພົນລະ​ເມືອງ​ທັງ​ໝົດ ​ແລະ ອາດ​ຈະ​ຍັງ​ບໍ່​ສຳ​ເລັດ​ກ່ອນ​ລະດູ​ຮ້ອນ (ປະມານ​ເດືອນ​ສິງຫາ).

ທັງ​ບັນຫາ​ການ​ຂາດ​ເຂີນ​ວັກ​ຊີ​ນ, ການ​ຂົນ​ສົ່ງ​ໂລ​ຈິ​ສຕິກ​ທີ່​ຊັກ​ຊ້າ​ຈາກ​ຜູ້​ຜະລິດ ​ແລະ ພັດທະນາ​ວັກ​ຊີ​ນ ລວມທັງ​ການ​ແກ້​ໄຂ​ບັນຫາ​ທີ່​ຖືກ​ກອງ​ຖິ້ມ​ໄວ້​ຈາກ​ລັດຖະບານ​ຊຸດ​ກ່ອນ​ໜ້າ ​ເຮັດ​ໃຫ້​ເປົ້າໝາຍ​ຂອງ​ອາ​ເມ​ລິ​ກາ​ຂັບ​ເຄື່ອນ​ໄປ​ໄດ້​ຊ້າ​ກວ່າ​ທີ່​ຄວນ​ຈະ​ເປັນ. ທາງ​ການ​ອາ​ເມ​ລິ​ກາ​ຈຶ່ງ​ຈະ​ຕ້ອງ​ພະຍາຍາມ​ຫາ​ວັກ​ຊີ​ນ​ເພີ່ມ ​ເພື່ອ​ໃຫ້​ພຽງພໍ​ຕໍ່​ຄວາມ​ຕ້ອງການ​ຂອງ​ພົນລະ​ເມືອງ​ໃນ​ປະ​ເທດ ລວມທັງ​ກະກຽມ​ພື້ນທີ່​ຂະໜາດ​ໃຫຍ່​ທີ່​ຈະ​ໃຊ້​ເປັນ​ພື້ນທີ່​ສັກ​ວັກ​ຊີ​ນ​ໃຫ້​ຄົນ​ຈຳນວນ​ຫລາຍ ​ເຊິ່ງຄາດ​ວ່າ​ອາດ​ຈະ​ໃຊ້​ສະໜາມ National Football League ທີ່​ທາງ​ຄະນະ​ກຳມະການ​ລີກ​ສະ​ເໜີ​ມາ.

ຈາກ​ຂໍ້​ມູນ​ກ່ຽວ​ກັບ​ສະຖານະ​ການ​ການ​ສັກ​ວັກ​ຊີ​ນຕ້ານ​ໂຄ​ວິດ-19 ຂອງ​ສູນ​ຄວບ​ຄຸມ ​ແລະ ປ້ອງ​ກັນ​ພະຍາດ​ອາ​ເມ​ລິ​ກາ (US CDC) ລະບຸ​ວ່າ: ປັດຈຸບັນ ອາ​ເມ​ລິ​ກາ​ສັກ​ວັກ​ຊີ​ນ​ຕ້ານ​ໂຄ​ວິດ-19 ​ໄປ​ແລ້ວ 41,2 ລ້ານ​ກວ່າ​ໂດ​ສ, ມີ​ພົນລະ​ເມືອງ​ອາ​ເມ​ລິ​ກາ​ໄດ້​ຮັບ​ວັກ​ຊີ​ນ​ແລ້ວ​ຢ່າງ​ໜ້ອຍ 1 ​ໂດ​ສ 31,5 ລ້ານ​ຄົນ. ຂະນະ​ທີ່​ມີ​ພົນລະ​ເມືອງ​ທີ່​ໄດ້​ຮັບ​ວັກ​ຊີ​ນຄົບ​ທັງ​ສອງ​ໂດ​ສ​ແລ້ວ 9,1 ລ້ານ​ຄົນ​ທົ່ວ​ປະ​ເທດ ຖື​ເປັນ​ປະ​ເທດ​ທີ່​ສັກ​ວັກ​ຊີ​ນ​ໃຫ້​ພົນລະ​ເມືອງ​ຫລາຍ​ທີ່​ສຸດ​ໃນ​ປັດຈຸບັນ (ທາງ​ປະລິມານ) ຮອງ​ລົງ​ມາ​ແມ່ນ​ຈີນ 31,2 ລ້ານ​ໂດ​ສ ​ແລະ ອັງກິດ 11,98 ລ້ານ​ໂດ​ສ, ສ່ວນ​ອິດສະ​ລາ​ແອນ​ຍັງ​ເປັນ​ປະ​ເທດ​ທີ່​ມີ​ອັດຕາ​ປະຊາກອນ​ເຂົ້າຮັບ​ການ​ສັກ​ວັກ​ຊີ​ນຫລາຍ​ທີ່​ສຸດ​ໃນ​ປັດຈຸບັນ ​ເກືອບ 2 ​ໃນ 3 ຂອງ​ປະຊາກອນ​ທັງ​ໝົດ​ທົ່ວ​ປະ​ເທດ​ປະມານ 9,3 ລ້ານ​ຄົນ.

ໄບເດນ ຍອມຮັບ ການສັກວັກຊີນຕ້ານໂຄວິດ-19 ໃຫ້ຄວບຄຸມພົນລະເມືອງກຸ່ມສ່ຽງທັງໝົດທ້າທາຍຫລາຍ ຫລັງພົບບັນຫາວັກຊີນຂາດເຂີນ - 5 - ໄບເດນ ຍອມຮັບ ການສັກວັກຊີນຕ້ານໂຄວິດ-19 ໃຫ້ຄວບຄຸມພົນລະເມືອງກຸ່ມສ່ຽງທັງໝົດທ້າທາຍຫລາຍ ຫລັງພົບບັນຫາວັກຊີນຂາດເຂີນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!