ຖັດຈາກ Bitcoin ຫຼາຍສະກຸນເງິນເໝືອນກໍແລ່ນຂຶ້ນລາຄາ

ຖັດຈາກ Bitcoin ຫຼາຍສະກຸນເງິນເໝືອນກໍແລ່ນຂຶ້ນລາຄາ - bic elon musk cybertruck btc - ຖັດຈາກ Bitcoin ຫຼາຍສະກຸນເງິນເໝືອນກໍແລ່ນຂຶ້ນລາຄາ
ຖັດຈາກ Bitcoin ຫຼາຍສະກຸນເງິນເໝືອນກໍແລ່ນຂຶ້ນລາຄາ - kitchen vibe - ຖັດຈາກ Bitcoin ຫຼາຍສະກຸນເງິນເໝືອນກໍແລ່ນຂຶ້ນລາຄາ

ໂດຍແລ່ນຕາມກະແສຄວາມຄິດຂອງເສດຖີເງິນຕື້ Elon Musk, ບໍ່ສະເພາະແຕ່ Bitcoin ທີ່ຂຶ້ນລາຄາ, ເງິນສະກຸນເໝືອນອື່ນໆ ກໍແລ່ນຂຶ້ນລາຄາເຊັ່ນດຽວກັນ.

Elon Musk ເປີດເຜີຍຄວາມລັບວ່າ bitcoin ຈະຂຶ້ນລາຄາແບບກະທັນຫັນ. Coindesk ໃຫ້ຮູ້ວ່າ ສະກຸນເງິນເໝືອນ Dogecoin ຊຶ່ງແມ່ນແນວຄວາມຄິດຈາກການອອກແບບຂອງ “Doge” ທີ່ມີຊື່ສຽງໃນ ອິນເຕີເນັດນັ້ນ ໄດ້ຂຶ້ນລາຄາຈາກ 67,99% ຂຶ້ນເປັນ 0,054 USD. ສະກຸນເງິນເໝືອນດັ່ງກ່າວເພີ່ມລາຄາສູງຂຶນຫລາຍກວ່າ 60% ໃນວັນທີ 4 ກຸມພາປ່ານມາ, ພາຍຫລັງເສດຖີເງິນຕື້ Elon Musk ໄດ້ລົງໃນທະວິດເຕີສ່ວນຕົວຂອງເຂົາ.

ຖັດຈາກ Bitcoin ຫຼາຍສະກຸນເງິນເໝືອນກໍແລ່ນຂຶ້ນລາຄາ - Visit Laos Visit SALANA BOUTIQUE HOTEL - ຖັດຈາກ Bitcoin ຫຼາຍສະກຸນເງິນເໝືອນກໍແລ່ນຂຶ້ນລາຄາ

ໃນຄະນະດຽວກັນລາຄາຂອງ Bitcoin ກຳລັງເໜັງຕິງຢູ່ໃນລະດັບ 37.303 USD/bitcoin ໃນທ້ອງຕະຫລາດ ຂອງ Coindesk, ຊຶ່ງກ່ອນໜ້ານັ້ນ ລາຄາຂອງ Bitcoin 4/2 ເພີ່ມຂຶ້ນສູງຂຶ່ນ ໂດຍກາຍຂີດກຳນົດ 38.000 USD/bitcoin.

ສະກຸນເງິນ Ethereum ກໍເພີ່ມລາຄາສູງຂຶ້ນຢູ່ທີ່ 1.698,56 ກ່ອນທີ່ຈະຫຼຸດລົງ. ໃນຂະນະດຽວກັນສະກຸນເງິນເໝືອນທີ່ໃຫຍ່ທີ່ສຸດໃນທ້ອງຕະຫລາດເຊັ່ນ Bitcoin ກໍຫຼຸດລາຄາລົງຈາກ 1,2% ຍັງເຫລືອພຽງ 37.184 USD.

ເສດຖີເງິນຕື້ Elon Musk ໃນການກ່າວຖະແຫລງກັບ Clubhouse ນັ້ນ ເຂົາກ່າວວ່າ ຍັງຈະສືບຕໍ່ສະໜັບສະໜູນ Bitcoin ຕໍ່ໄປ. ເຂົາກ່າວວ່າ: “ຮູ້ສຶກກິນແໜງ ເພາະບໍ່ຟັງຄວາມເພື່ອນໆ ທີ່ເຂົ້າຮ່ວມຕະຫລາດ Bitcoin ແຕ່ປີ 2013, ເມື່ອຮັບຮູ້ຄຸນຄ່າຂອງເງິນດີຈີຕອນ ກໍຫລ້າສວາຍເກີນໄປແລ້ວ”

ຖັດຈາກ Bitcoin ຫຼາຍສະກຸນເງິນເໝືອນກໍແລ່ນຂຶ້ນລາຄາ - 4 - ຖັດຈາກ Bitcoin ຫຼາຍສະກຸນເງິນເໝືອນກໍແລ່ນຂຶ້ນລາຄາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!