ການດື່ມຂອງຜູ້ຊາຍ ໃນສາຍຕາຂອງຜູ້ຍິງ


ໃນສາຍຕາຂອງພວກຜູ້ຍິງພວກເຮົາແລ້ວ, ຜູ້ຊາຍທີ່ເປັນຜູ້ຊາຍແທ້ ຕ້ອງມີໜ້າທີ່ການງານທີ່ດີ, ຮູ້ຈັກທຸ່ມເທເພື່ອຫາຄວາມສຸກອັນອົບອຸ່ນມາໃຫ້ຄອບຄົວ-ລູກເມຍ
ບາງຄັ້ງຄາວ ຂ້ອຍມັກຈະໄປກັບຜົວ ເມື່ອມີການດື່ມກັບເພື່ອນຝຸງ, ຂ້ອຍສັງເກດເຫັນດັ່ງນີ້:
ອັນທີໜຶ່ງ: ເມື່ອເພື່ອນຝຸງພົບກັນຈຶ່ງດື່ມ, ຄັນບໍ່ກໍໂອ້ລົມກັນທຳມະດາ. ຖ້າດຶ່ມເກີນ 1 ລິດ ກໍເລີ່ມຈະບໍ່ເປັນເຈົ້າຕົນເອງໄດ້, ເລີ່ມບັງຄັບກັນດື່ມ, ມີແຕ່ຜູ້ເວົ້າ ບໍ່ມີຜູ້ຟັງ, ຍົກ ! ຍົກ ! ລຽນຕິດ, ທັງເວົ້າທັງຫົວ, ນໍ້າລາຍຟົ້ງຊະຊາຍ, ລົມແຕ່ເລື່ອງບໍ່ເປັນເລື່ອງ, ບໍ່ເປັນຕາຟັງ. ອາຫານສັງມາຍັງຄືເກົ່າບໍ່ມີໃຜກິນ ໃຜກໍມີແຕ່ດື່ມ, ຟູມເຟືອຍຫຼາຍ.
ອັນທີສອງ: ອອກຈາກບ່ອນດື່ມແລ້ວ ກໍເລີ່ມຊວນກັນໄປຮ້ອງ ກາລາໂອເກະຕໍ່, ໄປຫັ້ນກໍຍັງດື່ມຕໍ່, ເລີ່ມຍາດໄມກັນ, ຜູ້ໃດບໍ່ຮ້ອງເພງກໍນັ່ງດື່ມ, ຜູ້ທີ່ເມົາແຮງກໍນອນ, ບາງຄົນກໍຮາກແຕກຮາກແຕນ, ລົມກັນກໍຮ້ອງໃສ່ໜ້າກັນເອົາ, ຫຼັງຈາກນັ້ນກໍເຊຊຸເຊຊາຍ ພາກັນກັບບ້ານ. ໃນຂະນະດຽວກັນ ລູກ-ເມຍ ຄອງຖ້າຢູ່ບ້ານຈົນເດິກ ຈົນດື່ນ.
ອັນທີສາມ: ຮຸ່ງເຊົ້າຂຶ້ນມາ ຜົວຂອງຂ້ອຍປານໄກ່ຖືກຄ້ອນ, ບາງເທື່ອຈົນໄປວຽກໄປງານບໍ່ໄດ້ເລີຍ, ທ້ອງຮ້ອງໂກກ ແຕ່ກິນບໍ່ໄດ້.
ຂ້ອຍສະໜັບສະໜູນຜົວຂອງຂ້ອຍທີ່ສຸດ ແຕ່ລະຄັ້ງທີ່ພົບປະກັບໝູ່ຄູ່ລາວມັກຈະຊວນໝູ່ໄປຮ້ານກາເຟ, ຖ້າມີການດຶ່ມກໍ ພ້ອມກັນດຶ່ມຈັກ 2-3 ແກ້ວພໍມ່ວນ. ຈັ່ງແມ່ນເປັນຕາຊັງອັນວ່າບັງຄັບກັນດຶ່ມຫັ້ນນ່າ, ດື່ມຈົນເມົາແປ້ເມົາແປດ, ບໍ່ເຫັນຄວາມເປັນຜູ້ຊາຍຢູ່ໃສເລີຍ, ແບບນັ້ນມີແຕ່ຜູ້ຊາຍເສຍຄຸນຫັ້ນແຫຼະ, ເວົ້າທົ່ວທີບທົ່ວແດນ, ບໍ່ເປັນເຈົ້າຕົນເອງໄດ້.
ສຳລັບຜູ້ຍິງພວກເຮົາແລ້ວ, ຜູ້ຊາຍທີ່ເປັນຜູ້ຊາຍແທ້ຕ້ອງມີໜ້າທີ່ການງານທີ່ດີ, ມີລາຍຮັບປົກະຕິ, ຮູ້ຊອກຮູ້ຫາຊີວິດທີ່ອົບອຸ່ນມາໃຫ້ຄອບຄົວ, ລູກ-ເມຍ. ເຮັດໃຫ້ຄອບຄົວມີຄວາມສຸກ.