ຫູຟັງບໍ່ມີສາຍ, ໃຊ້ແບດເຕີຣີ 25 ຊົ່ວໂມງ
February 3, 2021 - 2:51 PM


Sennheiser HD 250BT ນ້ອຍ ເບົາ ກະທັດຮັດ, ອາຍຸໃຊ້ງານຂອງ ແບດເຕີຣີດີ, ຫຼາຍຄົນນິຍົມໃຊ້ໄວ້ຟັງເພງ.
HD 250BT ເປັນໜຶ່ງໃນຮູບແບບຫູຟັງເກາະໃສ່ຫູ(on-ear), ມີນໍ້າໜັກເບົາທີ່ສຸດທີ່ເຄີຍມີມາ, ເປັນຜະລິດຕະພັນຂອງ Sennheiser ມີນໍ້າໜັກພຽງ 125 ກລາມ, ຊຶ່ງນ້ອຍກວ່າທຸກໆແບບທີ່ບໍ່ມີສາຍເຊັ່ນ: Sonr WH-CH510(132 ກລາມ), Marshall Majo III( 178gram) ຫຼື Pioneer S3BT(205 gram)D
ຜະລິດຕະພັນຂອງ Sennheiser ເກືອບວ່າເຮັດດ້ວຍຢາງທັງໝົດ, ເວັ້ນເສຍແຕ່ຂອບຂອງຫູຟັງທີ່ໃຊ້ໂລຫະ. ເຖິງຢ່າງໃດກໍຕາມ ຫູຟັງໃຫ້ຄວາມຮູ້ສຶກທີ່ດີ ມີຄວາມໝັ້ນໃຈ, ບໍ່ເໜັງຕີງ ຫຼື ບໍ່ລຸດອອກ ເວລາເກາະໃສ່ຫູ. ພື້ນຜິວຂອງມັນມື່ນ ຂີ້ຝຸ່ນບໍ່ເກາະຕິດ, ບໍ່ເປື້ອນ…