ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ກ່າວຄໍາປາໄສ ໃນກອງ​ປະ​ຊຸມລະດັບພາກພື້ນອາຊີ-ປາຊີຟິກ ຂອງ​ບັນ​ດາ​ຜູ້​ຕາ​ງ​ໜ້າ​ອົງ​ການ​ ສ​ປ​ຊ ​ເພື່ອ​ການ​ພັດ​ທະ​ນາ

- kitchen vibe - ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ກ່າວຄໍາປາໄສ ໃນກອງ​ປະ​ຊຸມລະດັບພາກພື້ນອາຊີ-ປາຊີຟິກ ຂອງ​ບັນ​ດາ​ຜູ້​ຕາ​ງ​ໜ້າ​ອົງ​ການ​ ສ​ປ​ຊ ​ເພື່ອ​ການ​ພັດ​ທະ​ນາ

- SLXThaiUNDPSL News 300x225 - ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ກ່າວຄໍາປາໄສ ໃນກອງ​ປະ​ຊຸມລະດັບພາກພື້ນອາຊີ-ປາຊີຟິກ ຂອງ​ບັນ​ດາ​ຜູ້​ຕາ​ງ​ໜ້າ​ອົງ​ການ​ ສ​ປ​ຊ ​ເພື່ອ​ການ​ພັດ​ທະ​ນາ
          ໃນ​ວັນ​ທີ 09 ມີ​ນາ 2017 ທີຜ່ານ​ມາ​, ທ່ານ ສະ​ເຫຼີມໄຊ ກົມ​ມະ​ສິດ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ໄດ້​ຮັບການເຊຶ້ອເຊີນໂດຍຕາງຫນ້າໃຫ້ບັນດາປະເທດໃນທະວີບອາຊີ ຂຶ້ນກ່າວຄໍາປາໄສ ຢູ່ໃນ​ພາກ​ເປີດ​ຂອງກອງ​ປະ​ຊຸມ​ບັນ​ດາ​ຜູ້​ປະ​ສານ​ງານ​ອົງ​ການ ສ​ປ​ຊ ແລະ ບັນ​ດາ ​ຜູ້​ຕາງ​ໜ້າ​ອົງ​ການ ສ​ປ​ຊ ເພື່ອ​ການ​ພັດ​ທະ​ນາ ປະ​ຈຳ​ປະ​ເທດ​ຕ່າງໆ ຢູ່ ພາກ​ພື້ນ​ອາ​ຊີ-ປາ​ຊີ​ຟິກ ຈັດຂຶ້ນພາຍ​ໃຕ້​ຫົວ​ຂໍ້ “ການ​ບັນ​ລຸ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃນ​ຍຸກ​ໃໝ່”. ໃນ​ບົດ​ກ່າວ​ຄຳ​ປາ​ໄສ​ຕໍ່​ກອງ​ປະ​ຊຸມ, ທ່ານ ລັດ​ຖະ​ມົນ​ຕີຕ່າງປະເທດ ສປປ ລາວ ໄດ້​ຕີ​ລາ​ຄາຄືນ ​ກ່ຽວ​ກັບ​ສະ​ພາບ​ດ້ານການ​ພັດ​ທະ​ນາ​ເສດຖະກິດ-ສັງຄົມ ຢູ່​ໃນ​ພາກ​ພື້ນ, ບັນດາກາລະໂອກາດ ແລະ ສິ່ງທ້າທາຍຕ່າງໆ ເພື່ອບັນລຸເປົ້າຫມາຍການພັດທະນາແບຍຍືນຍົງ ຂອງ ສປຊ ລວມທັງເນັ້ນໃຫ້ເຫັນເຖິງພາ​ລະ​ບົດ​ບາດ ແລະ ຫນ້າທີ່ຂ​ອງ ອົງ​ການ ສປຊ ໂດຍສະເພາະ ອົງການ ສປຊ ດ້ານການພັດທະນາ (UNDP) ທີ່ໄດ້ໃຫ້ການຊ່ວຍເຫລືອບັນດາປະເທດຕ່າງໆ ໃນວຽກງານການພັດທະນາ ໃນ​ທ່າມ​ກາງ​ທີ່​ປະຊາຄົມໂລກ​ ພວມ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ ແລະ ​ການ​ປ່ຽນ​ແປງໃໝ່ຫລາຍດ້ານ. ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີການຕ່າງປະເທດ ສປປ ລາວ ຍັງໄດ້ຍົກໃຫ້ເຫັນບັນຫາທີ່ພົ້ນເດັ່ນໃນລະດັບປະເທດ ພ້ອມທັງແລກປ່ຽນບົດຮຽນ ແລະ ປະ​ສົບ​ການ ຂອງ ສປປ ລາວ ໃນການສ້າງ ແລະ ປະຕິບັດຂອບ​ການ​ຮ່ວມ​ມືດ້ານການພັດທະນາ ລະ​ຫວ່າງ ສ​ປ​ປ ລາວ ແລະ ອົງ​ການ ສປຊ ຕະຫລອດໄລຍະຜ່ານມາ ພ້ອມທັງ​ໄດ້​ແລກ​ປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ຕໍ່ກອງ​ປະ​ຊຸມ​ ກ່ຽວ​ກັບ ​ນະ​ໂຍ​ບາຍ ແລະ ທິດ​ທາງ​ ສຳ​ລັບ​ການ​ຂະຫຍາຍການຮ່ວມມືກັບອົງການເຄືອຂ່າຍ ສປຊ ທີ່ເຮັດວຽກດ້ານການພັດທະນາ​ໃນຊຸມປີຕໍ່​ໜ້າ, ຊຶ່ງ​ໃນ​ນັ້ນ ທ່ານ​ ລັດ​ຖະ​ມົນ​ຕີ ​ໄດ້ເນັ້ນຫນັກໃຫ້ ອົງການ ສປຊ ກໍານົດບັນດາເປົ້າຫມາຍຂອງແຜນງານຮ່ວມມືໃນລະດັບປະເທດ ໂດຍແທດເຫມາະກັບສະພາບການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ ໂດຍສະເພາະໃຫ້ສອດຄ່ອງກັບ​ບັນ​ດາ​ບູ​ລິ​ມະ​ສິດ ແລະ ​ຈຸດ​ສຸມ​ສຳ​ລັບ​ວຽກ​ງານ​ການ​ພັດ​ທະ​ນາແຫ່ງຊາດ ເພື່ອສາມາດ​ຊ່ວຍໃຫ້ບັນດາປະເທດເຫລົ່ານັ້ນສາມາດບັນ​ລຸ​ເປົ້າ​ໝາຍ​ການພັດທະນາແບຍືນຍົງ​ຂອງສາ​ກົນ. ສປປ ລາວ ໄດ້ກໍານົດ​ບັນ​ດາ​ບູ​ລິ​ມະ​ສິດດ້ານການພັດທະນາໃນໄລຍະໃຫມ່ຢູ່ໃນແຜນພັດທະນາເສດຖະກິດ-ສັງຄົມ ສະບັບປັດຈຸບັນ ໂດຍສອດຄ່ອງກັບເປົ້າຫມາຍການພັດທະນາແບຍືນຍົງຂອງສາກົນ ເຊິ່ງສຸມໃສ່ສ້າງປັດໃຈທີ່ເປັນພື້ນຖານໃຫ້ແກ່ການຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ. ລັດຖະບານ ສປປ ລາວ ໄດ້ເພີ້ມການລົງທຶນ ແລະ ງົບປະມານ ໃຫ້ແກ່ຂະແຫນງການທີ່ເປັນພື້ນຖານ ເຊິ່ງລວມທັງຂະ​ແໜງ​ການ​ສຶກ​ສາ​, ສາທາລະນະສຸກ, ການກໍ່ສ້າງພື້ນຖານໂຄງລ່າງຢູ່ເຂດຊົນນະບົດ ໄປຄຽງຄູ່ກັບ ການ​ປັບ​ປຸງຍົກ​ລະ​ດັບ ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ານຊັບ​ພະ​ຍາ​ກອນ​ມະ​ນຸດ. ທ່ານຍັງ​ໄດ້​ກ່າວ​ວ່າ ການ​ລົງ​ທຶນ​ເຂົ້າໃສ່​ການພັດທະນາພື້ນ​ຖານ​ໂຄງ​ລ່າງ ແມ່ນ​ມີ​ຄວາມ​ຈຳ​ເປັນ​ເພື່ອ​ສົ່ງ​ເສີມ​ການ​ຄ້າ, ການລົງທຶນ, ການ​ໄປ​ມາ​ຫາ​ສູ່​ກັນ​ຂອງປະ​ຊາ​ຊົນຢູ່ພາຍໃນປະເທດ, ລະ​ຫວ່າງ​ປະ​ເທດ ແລະ ​ສົ່ງ​ເສີມ​ການ​​ເຊື່ອມ​ໂຍງ​ໃນ​ພາກ​ພື້ນ ​ເພື່ອ​ຈະ​ນຳ​ໄປ​ສູ່​ການຊຸກຍູ້​ການ​ເຕີບ​ໃຫ​ຍ່​ຂະ​ຫ​ຍາຍ​ຕົວ​ຂອງ​ເສດ​ຖະ​ກິດ​ໃນພາກ​ພື້ນ ​ອາ​ຊີ-ປາ​ຊີ​ຟິກ ຢ່າງຫມັ້ນທ່ຽງ ແລະ ຕາມທິດ​ຍືນຍົງ. ທ່ານຍັງໄດ້​ເນັ້ນ​ໜັກ​ຕື່ມ​ວ່າ  ອົງການ ສປຊ ເວົ້າລວມ,​ ໂດຍສະເພາະ ​ອົງ​ການ UNDP ຈະສືບຕໍ່ ມີບົດບາດສໍາຄັນ ໃນການ​ເປັນ​ຄູ່​ຮ່ວມ​ມື​ທີ່​ດີກັບລັດຖະບານ ເພື່ອຊ່ວຍໃຫ້ບັນດາ​ປະ​ເທດ​ກຳ​ລັງ​ພັດ​ທະ​ນາສາມາດ​ບັນ​ລຸ​ເປົ້າ​ໝາຍ​ແຫ່ງ​ຊາດ​ຂອງຕົນ ກໍຄືປະກອບສ່ວນໃຫ້ແກ່ການບັນລຸເປົ້າຫມາຍ​ຮ່ວມ​ກັນ​ຂອງ​ພາກ​ພື້ນ ແລະ ສາ​ກົນ. ຂຶ້ນກ່າວປົດປາໄສ ໃນພາກເປີດກອງປະຊຸມດັ່ງກ່າວ ຍັງມີທ່ານລັດຖະມົນຕີການຕ່າງປະເທດໄທ, ໃນນາມປະເທດເຈົ້າພາບ, ລັດຖະມົນຕີຕ່າງປະເທດ ໂຊໂລມອນ ໄອແລນ, ຕາງຫນ້າໃຫ້ບັນດາປະເທດໃນພາກພື້ນປາຊີຟິກ ແລະ ຜູ້ອໍານວຍການໃຫຍ່ ອົງການ UNDP.

- 4 - ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ກ່າວຄໍາປາໄສ ໃນກອງ​ປະ​ຊຸມລະດັບພາກພື້ນອາຊີ-ປາຊີຟິກ ຂອງ​ບັນ​ດາ​ຜູ້​ຕາ​ງ​ໜ້າ​ອົງ​ການ​ ສ​ປ​ຊ ​ເພື່ອ​ການ​ພັດ​ທະ​ນາ
- Visit Laos Visit SALANA BOUTIQUE HOTEL - ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ກ່າວຄໍາປາໄສ ໃນກອງ​ປະ​ຊຸມລະດັບພາກພື້ນອາຊີ-ປາຊີຟິກ ຂອງ​ບັນ​ດາ​ຜູ້​ຕາ​ງ​ໜ້າ​ອົງ​ການ​ ສ​ປ​ຊ ​ເພື່ອ​ການ​ພັດ​ທະ​ນາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!