ອົງການອະນາໄມໂລກ ເລີ່ມແຈກຢາຍວັກຊີນລາຄາຖືກໃຫ້ກັບ ບັນດາປະເທດມີລາຍຮັບຕໍ່າ
February 2, 2021 - 3:26 PM


ລາຍງານຂ່າວຕ່າງປະເທດ ວັນທີ 2 ກຸມພານີ້ ໃຫ້ຮູ້ວ່າ ອົງການອະນາໄມໂລກ ໄດ້ເລີ່ມແຈກຢາຍວັກຊີນຕ້ານໂຄວິດ-19 ໄປໃຫ້ 190 ປະເທດ ແລະ ເຂດແຄວ້ນຕ່າງໆ ໃນທົ່ວໂລກໄດ້ແລ້ວ ໃນອາທິດທີ່ຜ່ານມາ.
ເຖິງຢ່າງໃດກໍຕາມ, ຜູ້ຊ່ວຍວຽກຂອງຫົວໜ້າອົງການອະນາໄມໂລກ Mariangela Simao ໃຫ້ຮູ້ວ່າ ອົງການອະນາໄມໂລກຍັງບໍ່ທັນສາມາດກຳນົດໄດ້ຈຳນວນວັກຊີນທີ່ແນ່ນອນ ທີຈະນຳໄປແຈກຢາຍໃນເດືອນກຸມພາ ແລະ ໃນເດືອນມີນາໄດ້ເທື່ອ ເພາະ ມີຄວາມຂັດຂ້ອງໃນການຜະລິດ ອາດຈະເຮັດໃຫ້ການຕອບສະໜອງວັກຊີນ ໃຫ້ບັນດາປະເທດຕ່າງໆ ຈະຕໍ່ກວ່າ ເປົ້າໝາຍຕັ້ງໄວ້.
ສຳລັບຢູ່ໃນອາຊຽນ, ຟີລິບປິນ ແລະ ອິນໂດເນເຊຍ ມີຄວາມເບີກບານມ່ວນຊື່ນທີ່ຈະໄດ້ຮັບວັກຊີນຈາກ Pfizer/BioNTech ແລະ AstraZeneca ຫຼາຍລ້ານໂດສ.