ນຳໃຊ້ທາງດ່ວນຕ້ອງມີສະຕິ
ໂດຍ: ທິດກໍ່າ
ກ່ອນເປີດສາຍທາງດ່ວນວຽງຈັນ-ວັງວຽງບໍ່ພໍເທົ່າໃດວັນ, ທິດກໍ່າໄດ້ຂຽນບົດຄວາມບົດໜຶ່ງທີ່ມີຫົວຂໍ້ວ່າ: ເປີດສາຍທາງດ່ວນໄປແລ້ວ ຂໍຢ່າໃຫ້ສາຍທາງມໍລະນະ, ອີງຕາມການລາຍງານຂ່າວຂອງກົມຕຳຫລວດຈະລາຈອນໃຫ້ຮູ້ວ່າ: ນັບແຕ່ມື້ສ້າງທາງດ່ວນ ມາເຖິງທ້າຍປີ 2020 ເກີດອຸປະຕິເຫດເຖິງ 30 ຄັ້ງ, ສັງຫານຄົນຕາຍໄປແລ້ວ 16 ຄົນ. ຫລ້າສຸດເມື່ອອາທິດຜ່ານມາສົດຮ້ອນໆ ໄດ້ມີລົດວີໂກ້ສີປອນແລ່ນຖະໄຫລຕຳຮົ້ວເຈີດຖະແຫລລົງຄອງປີ້ນຫລາຍພິກຈົນຫຍໍ້ເປັນເປົາໝາກແປດ ເບິ່ງສິ່ງກີດຂວາງມຸ່ນປານເຕະເຫັດ. ການເກີດອຸປະຕິເຫດແຕ່ລະຄັ້ງນັ້ນ ມັນກໍມີຫລາຍກໍລະນີ ເປັນຕົ້ນລົດໃຫຍ່ຕຳເດັກນ້ອຍ, ລົດໃຫຍ່ຕຳຮາວປີ້ນ, ລົດໃຫຍ່ຕຳລົດຈັກ, ລົດໃຫຍ່ຕຳງົວ, ລົດໃຫຍ່ຕຳໝາ ແລະ ກໍລະນີອື່ນໆສັບມະປິ. ອັນທີ່ພິເສດອີກຢ່າງໜຶ່ງທີ່ແຕກຕ່າງໝູ່ສຳລັບປະເທດລາວພວກເຮົາກໍແມ່ນມີຝູງງົວ, ຝູງຄວາຍຍ່າງຕາມສາຍທາງດ່ວນແບບເປັນຝູງໂກ້ໆຕາມຄວາມໄຮ້ດຽງສາຂອງພວກມັນ ເຊິ່ງມັນແຕກຕ່າງຈາກສາຍທາງດ່ວນຢູ່ປະເທດທີ່ເຂົາຈະເລີນ ແລ່ນໄປສອງສາມຮ້ອຍຫລັກບາງຄັ້ງຈຶ່ງເຫັນສັດປ່າແລ່ນຂ້າມທາງ.
ຈາກກໍລະນີຕ່າງໆທີ່ກ່າວມານີ້ ຈຶ່ງເປັນເຫດໃຫ້ສາຍທາງດ່ວນຢູ່ບ້ານເຮົາມັກເກີດອຸປະຕິເຫດຂຶ້ນເລື້ອຍໆ. ປັດໄຈ ແລະ ສາເຫດທີ່ເຮັດໃຫ້ເກີດອຸປະຕິເຫດອີກຢ່າງໜຶ່ງກໍແມ່ນລົດແລ່ນໄວໃຫ້ໄດ້ຕາມມາດຕະຖານທີ່ກຳນົດ, ຖ້າແລ່ນຊ້າຕາມຂະເຍີມເຈົ້າໜ້າທີ່ກ່ຽວຂ້ອງຕ້ອງປັບໄໝໃນສະຖານຜິດກົດຈະລາຈອນ ເພາະທາງດ່ວນກໍຄືທາງດ່ວນ.
ນອກຈາກມັກເກີດອຸປະຕິເຫດຂຶ້ນເລື້ອຍໆແລ້ວ ຍັງມີຫາງສຽງວິພາກວິຈານຕ່າງໆນາໆກ່ຽວກັບບັນຫາຄ່າທາງຂາໄປ ແລະ ຂາກັບມັນບໍ່ເອກະພາບກັນເຊັ່ນ: ຂາໄປລາຄາຢ່າງໜຶ່ງ, ຂາກັບລາຄາຢ່າງໜຶ່ງ ທັງໆທີ່ແມ່ນລົດຄັນເກົ່າ, ລົດກໍຜູ້ເກົ່າຂັບ ເບິ່ງຢ່າງໜຶ່ງມັນຄ້າຍຄືຊື້ຖືກຂາຍແພງ, ຊື້ຫ້າຂາຍສິບ. ບັນຫາການປັບໄໝກໍລະນີຄວາມຜິດຕ່າງໆມັນກໍເກີນເຫດທີ່ຈະຮັບໄດ້ເຊັ່ນ: ກໍລະນີມີລົດໄປດາດເສົາຮ່ອມຈະລາຈອນພຽງສີມັນໂປກ ຫລື ຂູດເລັກໜ້ອຍ ກໍປັບໄໝກັນເປັນສີ່ຫ້າລ້ານ ແລະ ກໍລະນີອື່ນໆກໍເໝືອນກັນ ເຫັນວ່າມັນເກີນກວ່າຄວາມເປັນຈິງ ແລະ ລະບຽບກົດໝາຍຂອງບ້ານເມືອງ.
ເມື່ອຕັ້ງໂຈດກັນວ່າ: ເພື່ອແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນນີ້ ພວກເຮົາຈະເຮັດແນວໃດ ? ກ່ອນອື່ນໝົດ ຕາມທິດກໍ່າວ່າ ພາກລັດຕ້ອງມີການປະສານສົມທົບກັບຜູ້ລົງທຶນໃຫ້ສອດຄ່ອງກັບກົດໝາຍ ແລະ ສະພາບຄວາມເປັນຈິງຂອງເຫດການທີ່ເກີດຂຶ້ນແຕ່ລະຢ່າງໃຫ້ມີການລົງຕົວ ບໍ່ປະປ່ອຍໃຫ້ຜູ້ລົງທຶນເຮັດຕາມໃຈ. ນອກຈາກນັ້ນ ການສະໜອງຂໍ້ມູນຂ່າວສານທາງດ້ານບໍລິການກໍໃຫ້ລະອຽດຊັດເຈນ ເພື່ອໃຫ້ຜູ້ໃຊ້ບໍລິການເດີນທາງໄປມາເຂົ້າໃຈຢ່າງເລິກເຊິ່ງຖີ່ຖ້ວນ. ຕາມທີ່ຮູ້ມາ ຂໍ້ມູນລະອຽດທີ່ເປັນພາສາລາວບາງຢ່າງແມ່ນບໍ່ທັນມີ ຫລື ມີກໍມີແຕ່ພາສາຈີນອ່ອຍຕ້ອຍ. ພະນັກງານທີ່ເປັນຄົນລາວ ເຊິ່ງມີໜ້າທີ່ເກັບເງິນ ຫລື ໜ້າວຽກອື່ນໆ ເຂົາກໍວ່າຂຶ້ນກັບຈີນທັງໝົດ, ຄົນຈີນທີ່ບໍ່ຮູ້ພາສາລາວມັນກໍປຸກປານຢາບ້ານຫ້ອມ ເບິ່ງຢ່າງໜຶ່ງມັນກໍເອົາແຕ່ໄດ້ກັບໄດ້ ເພາະກູເປັນຜູ້ລົງທຶນ. ນີ້ຄືປະເດັນຂອງບັນຫາທາງດ່ວນຢູ່ບ້ານເຮົາທີ່ຫາກໍເລີ່ມແລກແຮກໝານຍ່ານທຳອິດຂອງປະເທດ.
ເຖິງຢ່າງໃດກໍດີ, ໃນອະນາຄົດ ຫລື ຍາວນານຈະຖືກແກ້ໄຂໄປໂດຍດີ ທັງສອດຄ່ອງກັບລະບຽບກົດໝາຍ ແລະ ຄວາມຈະເລີນຂອງປະເທດຊາດ. ທັງນີ້ກໍເພື່ອຫລີກລ່ຽງຫາງສຽງວິພາກວິຈານຈົນໜາຫູກາຍເປັນບັນຫາປາກົດການຫຍໍ້ທໍ້ແບບອາຖັນ ແລະ ຊຳເຮື້ອຢູ່ໃນສັງຄົມບ້ານເມືອງຢ່າງບໍ່ມີຄວາມສະຫງົບ, ສ່ວນວ່າບັນຫາການເກີດອຸປະຕິເຫດເປັນປະຈຳລຽນຕິດນັ້ນ ກໍຂໍໃຫ້ມີວິທີແກ້ ໂດຍບໍ່ໃຫ້ມີສັດສາວາສິ່ງເຂົ້າມາໃນບໍລິເວນທາງດ່ວນຢ່າງເດັດຂາດ, ຖ້າເຈົ້າຂອງສັດຜູ້ໃດຮັກສາບໍ່ກຸ້ມກໍໃຫ້ມີມາດຕະການທີ່ເໝາະສົມ ເພື່ອໃຫ້ເຂົາມີສະຕິ ແລະ ເປັນເຈົ້າການຮ່ວມມືນຳຢ່າງຈິງຈັງ ເພາະສັງຄົມລາວເຮົາຢູ່ຕາມແຖວຊົນນະບົດແຕ່ດຶກດຳບັນມາ ເຄີຍຊິນກັບການລ້ຽງສັດປະປ່ອຍໄປກິນຕາມຂະເຍີມ ຫລື ທົ່ງນາປ່າເລົ່າ ເຊິ່ງແຕກຕ່າງຢູ່ບ້ານເຂົາລ້ຽງສັດຕ້ອງມີຟາມ ຫລື ມີສະຖານທີ່ກັກກັນຄັກແນ່ຈຶ່ງຮັບປະກັນ. ນີ້ລະເຂົາວ່າທາງດ່ວນຊວນໂລເລ.