ຢາບ້າມະຫັນຕະໄພທໍາລາຍປະເທດຊາດ
ໂດຍ: ທິດກໍ່າ
ທຸກມື້ນີ້, ບັນດາທ່ານອາດຈະເຫັນເກືອບທຸກແຫລ່ງຂ່າວ ບໍ່ວ່າໃນໜັງສືພິມ, ທາງໂທລະພາບ ຫລື ສື່ອອນລາຍໃນແຕ່ລະວັນແມ່ນຈະເຫັນຂ່າວຄາວຈັບພວກຄ້າຂາຍຢາເສບຕິດ. ນີ້ສະແດງໃຫ້ເຫັນວ່າເບື້ອງເຈົ້າໜ້າທີ່ກ່ຽວຂ້ອງເພິ່ນກໍບໍ່ໄດ້ລົດລະໃນການຕາມລ່າປາບປາມຂະບວນການດັ່ງກ່າວ ແລະ ເມື່ອກ່າວເຖິງຂະບວນການຢາເສບຕິດ ຫລືວ່າ ຢາບ້າໃນປັດຈຸບັນນີ້ ນັບທັງຜູ້ຜະລິດ, ຜູ້ຈໍາ ໜ່າຍ ແລະ ຜູ້ເສບມັນກໍມີທຸກຮູບແບບ, ທຸກວິທີທີ່ສາມາດເຮັດໄດ້. ໃນວັນທີ 26 ມິຖຸນາຜ່ານມາ, ເນື່ອງໃນໂອກາດວັນສາກົນ ຕ້ານຢາເສບຕິດ (26 ມິຖຸນາ) ຄົບຮອບ 30 ປີ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກໍໄດ້ມີສານກ່າວເຖິງການຕໍ່ສູ້ເພື່ອສະ ກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດ ຖືວ່າເປັນບັນຫາລວມຂອງໂລກທີ່ເປັນໄພອັນຕະລາຍຕໍ່ມວນມະນຸດ, ເປັນບໍ່ເກີດແຫ່ງການກໍ່ອາຊະຍາກໍາ, ການສໍ້ລາດບັງຫລວງ, ກົດໜ່ວງຖ່ວງດຶງການສ້າງສາພັດທະນາເສດຖະກິດ-ສັງຄົມຂອງຊາດ ທັງສ້າງຄວາມເສຍຫາຍຢ່າງໃຫຍ່ຫລວງຕໍ່ບຸກຄົນ ແລະ ຄອບຄົວຜູ້ຕົກເປັນທາດຂອງມັນ.
ສໍາລັບຢູ່ປະເທດເຮົາແລ້ວ, ເທົ່າທີ່ທິດກໍ່າໄດ້ຕິດຕາມ ແລະ ເຫັນຜ່ານມາ, ເບິ່ງຢ່າງໜຶ່ງຄືວ່າມັນໜັກໜ້າ. ເປັນຫຍັງຈຶ່ງວ່າແນວນັ້ນ ? ຍ້ອນວ່າດຽວນີ້ຢາບ້າມັນມີທຸກຈອກທຸກແຈ, ທຸກບ້ານ, ທຸກເມືອງໃນທົ່ວປະເທດ. ພວກທີ່ຄ້າຢາບ້າເບິ່ງຄືວ່າພວກເຮົາປາບປາມ ແລະ ຈັບກຸມຫລາຍເທົ່າໃດກໍປາກົດວ່າມີຂຶ້ນຕິກໆ. ພວກທີ່ຂົນຢາບ້າຈາກຈຸດໜຶ່ງໄປຫາຈຸດໜຶ່ງກໍປາກົດວ່າມີທຸກວິທີ ແລະ ທຸກຮູບແບບ, ຖ້າວ່າເຈົ້າໜ້າທີ່ເຮົາຫາກບໍ່ເກັ່ງແດ່ກໍບໍ່ສາມາດປາບປາມ ແລະ ຈັບກຸມໄດ້. ສ່ວນພວກທີ່ເສບນັ້ນກໍເຫັນວ່ານັບມື້ນັບຫລາຍ, ແຕ່ກ່ອນເຮົາບໍ່ທັນເຄີຍໄດ້ຍິນພະນັກງານ, ທະຫານ, ຕໍາຫລວດຈໍານວນໜຶ່ງພາກັນຕິດຢາບ້າ, ພໍຕົກມາຮອດດຽວນີ້ແມ່ນມີແລ້ວ, ໃນຖັນແຖວກໍາມະກອນກໍ່ສ້າງຫາເຊົ້າກິນຄໍ່າ, ພວກແບກຫາບສາມລໍ້ແມ່ນບໍ່ໃຫ້ເວົ້າ.
ຕາມທິດກໍ່າວ່າ, ຈາກສະພາບທີ່ກ່າວມານັ້ນ ຈຶ່ງພາໃຫ້ເກີດມີຂີ້ລັກງັດແງະ, ປຸ້ນຈີ້ຊິງຊັບ, ຂ້າເຈົ້າເອົາຂອງ, ດຶງກະເປົາ, ດຶງສາຍຄໍ, ຈີ້ເອົາລົດ, ເກີດມີນັກເລງອັນຕະພານ, ມີແກ້ງກວນເມືອງສາລະພັດ ແລະ ຍິ່ງໄປກ່ວານັ້ນແມ່ນຂ້າກັນຕາຍແບບຈອງຫອງ ເຊິ່ງ ທຸກຄົນໃນສັງຄົມຕ່າງກໍມີຄວາມຢ້ານກົວ ແລະ ກໍບໍ່ເພິ່ງປາຖະໜາ. ທິດກໍ່າຂໍເວົ້າຄວາມຈິງ ແລະ ບໍ່ແມ່ນຕັ້ງແກ້ງຍ້ອງ ຄືນັບແຕ່ລັດຖະບານຊຸດທີ 8 ມານີ້ ໄດ້ໂອນເອົາອົງການປາບປາມຢາເສບຕິດໄປຂຶ້ນກັບກະຊວງປ້ອງກັນຄວາມສະຫງົບ ປາກົດວ່າມີບັນຍາ ກາດຄຶກຄັກໃນການປາບປາມພວກຢາເສບຕິດ, ການຈັບກຸມພວກຈັງໄຮໃນດ້ານນີ້ກໍປາກົດວ່າມີຢ່າງລຽນຕິດ ແລະ ສາມາດປາບໄດ້ຮອດກຸ່ມແກ້ງລາຍໃຫຍ່ໆ. ຖ້າຫວນຄືນເບິ່ງ 5 ປີ 10 ປີຫລັງແມ່ນມີຮອດເຈົ້າພໍ່ທີ່ພາກັນລອຍນວນປານພະເອກໜັງ “ຮອລລີວູດ”.
ເຖິງຢ່າງໃດກໍດີ, ຕາມທິດກໍ່າຄິດບັນຫາການສະກັດກັ້ນ, ຕ້ານ ແລະ ແກ້ໄຂຢາເສບຕິດຢູ່ບ້ານເຮົາຍັງຂ້ອນຂ້າງຫຍຸ້ງຍາກ ແລະ ແກ່ຍາວແບບບໍ່ມີກໍານົດ ຍ້ອນວ່າມັນເຂົ້າກະດູກດໍາແລ້ວ. ສະນັ້ນ ບາງກໍລະນີມັນຕ້ອງໄດ້ເຮັດຢ່າງລະອຽດອ່ອນ ແລະ ບາງກໍລະນີກໍຕ້ອງໄດ້ເຮັດແບບຫລົກຮາກຖອນໂຄນ, ແຕ່ອັນໂຕທີ່ຈະພາໃຫ້ມັນຫລຸດຜ່ອນກ້າວໄປເຖິງໝົດໄປຈາກສັງຄົມນັ້ນແມ່ນພາລະ ກິດຂອງທຸກຄົນ ແລະ ສັງຄົມ ເຊິ່ງກ່ອນອື່ນໝົດແມ່ນເລີ່ມຈາກການສ້າງຄອບຄົວທີ່ປອດຢາເສບຕິດ, ສ້າງບ້ານປອດຢາເສບຕິດ, ສ້າງກົມກອງປອດຢາເສບຕິດ, ສ້າງບ້ານປອດຄະດີໃຫ້ຫລາຍໆກາຍເປັນບ້ານພັດທະນາໃນທຸກບ້ານ, ກົມກອງພັດທະນາ ຢ່າງຮອບດ້ານຕາມທິດ 3 ສ້າງທີ່ພັກ ແລະ ລັດຖະບານວາງອອກນັ້ນຖືວ່າເປັນວິທີທີ່ຖືກຕ້ອງສອດຄ່ອງທີ່ສຸດ.