ຈີນຈັດສັນງົບສຸກເສີນ 700 ລ້ານຢວນ ຊ່ວຍເຫລືອນ້ຳຖ້ວມຢູ່ 4 ແຂວງ


ລັດຖະບານກາງຈີນຈັດສັນງົບປະມານສຸກເສີນ 700 ລ້ານຢວນ ເພື່ອຊ່ວຍເຫລືອ 4 ແຂວງທາງຕອນກາງ ແລະ ໃຕ້ຂອງປະເທດ ທີ່ເດືອດຮ້ອນຢ່າງໜັກຈາກນ້ຳຖ້ວມຄັ້ງໃຫຍ່ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດແລ້ວເກືອບ 60 ຄົນ.




ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງປັກກິ່ງ ປະເທດຈີນ ໃນວັນທີ 4 ກໍລະກົດນີ້ວ່າ: ກະຊວງກິດຈະການພົນລະເຮືອນຂອງຈີນ ອອກຖະແຫລງການໃນວັນທີ 4 ກໍລະກົດວ່າ: ຈຳນວນຜູ້ເສຍຊີວິດຈາກສະຖານະການອຸທົກກະໄພທີ່ເກີດຂຶ້ນແຕ່ທ້າຍອາທິດຜ່ານມາ ຢູ່ແຂວງຫູໜານ, ເຈີຈຽງ, ຈຽງຊີ ແລະ ກຸຍໂຈ ຢູ່ທາງຕອນກາງ ແລະ ທາງໃຕ້ຂອງປະເທດ ເພີ່ມເປັນຢ່າງໜ້ອຍ 56 ຄົນ ໂດຍເຄິ່ງໜຶ່ງພົບຢູ່ແຂວງຈຽງຊີ ແລະ ຍັງສູນຫາຍອີກ 22 ຄົນ, ອີກທັງປະຊາຊົນຫລາຍກວ່າ 260.000 ຄົນຕ້ອງອົບພະຍົບອອກຈາກບ່ອນຢູ່ອາໄສ ເນື່ອງຈາກລະດັບນ້ຳຂອງແມ່ນ້ຳຫລາຍກວ່າ 60 ສາຍຢູ່ພາກພື້ນຍັງລົ້ນຕາຝັ່ງ ແລະ ໄຫລເຂົ້າຖ້ວມເຮືອນຂອງປະຊາຊົນຢ່າງຕໍ່ເນື່ອງ.


ເຖິງຢ່າງໃດກໍຕາມ, ລັດຖະບານປັກກິ່ງຈັດສັນງົບປະມານສຸກເສີນ 700 ລ້ານຢວນ ໃຫ້ແກ່ລັດຖະບານທ້ອງຖິ່ນຂອງ 4 ແຂວງແລ້ວ ເພື່ອນຳໄປຊ່ວຍເຫລືອປະຊາຊົນຢ່າງຮີບດ່ວນ. ນອກຈາກນີ້ ຍັງໄດ້ຈັດສົ່ງເຕັ້ນ 3.300 ດາງ, ຜ້າຫົ່ມ ແລະ ໝອນ 30.000 ຊຸດ ແລະ ຕຽງແບບພັບໄດ້ອີກ 24.000 ຊຸດ ໃຫ້ເຈົ້າໜ້າທີ່ນຳໄປແບ່ງປັນໃຫ້ຜູ້ປະສົບໄພຢ່າງຮີບດ່ວນແລ້ວ.

