ອາເມລິກາເລີ່ມຈິງຈັງກັບການຈັດລະບຽບໂດຣນດ້ວຍອຸປະກອນທີ່ລະບຸຕົວຕົນເຈົ້າຂອງໂດຣນຈາກໄລຍະໄກ


ການເພີ່ມຂຶ້ນຢ່າງວ່ອງໄວຂອງປະຊາກອນໂດຣນເທິງທ້ອງຟ້າໃນໄລຍະ 2-3 ປີ ທີ່ຜ່ານມາ ເຮັດໃຫ້ເກີດບັນຫາໃຫຍ່ ເພາະໂດຣນບາງລໍາຖືກນໍາໄປໃຊ້ໃນຮູບແບບທີ່ບໍ່ເໝາະສົມເຊັ່ນ: ບິນເຂົ້າໄປໃກ້ເຂດສະໜາມບິນ, ໃຊ້ເປັນພາຫະນະຢ່ອນເຄື່ອງຜິດກົດໝາຍລົງໄປໃນຄຸກ ລວມທັງບິນເໜືອຝູງຊົນໃນງານມະຫະກໍາຂະໜາດໃຫຍ່ ເຊິ່ງສ່ຽງຕໍ່ອຸປະຕິເຫດທີ່ໂດຣນຈະຕົກລົງມາຖືກຄົນ.
ດ້ວຍເຫດນີ້ ໜ່ວຍງານລັດຂອງອາເມລິກາ ໄດ້ຊອກຫາວິທີການທີ່ຈະລະບຸຕົວຕົນຂອງໂດຣນທີ່ບິນຢູ່ເທິງທ້ອງຟ້າ ເພື່ອຈະຕັດສິນໃຈໄດ້ງ່າຍວ່າຈະເອົາມັນລົງຈອດດີ ຫຼື ບໍ່ ເຊິ່ງຊ່ວຍຫລຸດຄວາມສ່ຽງທີ່ໂດຣນລໍານີ້ຈະກໍ່ໃຫ້ເກີດຄວາມວຸ້ນວາຍ.
ສໍານັກງານບໍລິຫານການບິນແຫ່ງຊາດຂອງສະຫະລັດອາເມລິກາ ຫຼື FAA ໄດ້ຈັດກອງປະຊຸມພິເສດສະເພາະຜູ້ຊ່ຽວຊານ ເພື່ອຫາວິທີລະບຸຕົວຕົນຂອງໂດຣນທີ່ບິນຢູ່ເທິງທ້ອງຟ້າ ລວມທັງວິທີຕິດຕາມເສັ້ນທາງການບິນຂອງໂດຣນ ໂດຍໃນກອງປະຊຸມຄັ້ງນີ້ມີຕົວແທນຈາກກວ່າ 70 ບໍລິສັດທີ່ຢູ່ໃນອຸດສາຫະກໍາໂດຣນ.
ໂດຍ DJI ເຊິ່ງເປັນຜູ້ນໍາອຸດສາຫະກໍາການຜະລິດໂດຣນ ໄດ້ສ້າງລະບົບທີ່ເຈົ້າໜ້າທີ່ຜູ້ຮັກສາກົດໝາຍຢູ່ເທິງພາກພື້ນດິນ ສາມາດລະບຸຕົວຕົນຂອງໂດຣນຢູ່ເທິງທ້ອງຟ້າ ແລະ ໄດ້ນໍາສະເໜີເຕັກໂນໂລຊີນີ້ໃນເດືອນ ມີນາຜ່ານມາ ໂດຍທາງ DJI ເອີ້ນລະບົບນີ້ວ່າ: Electronic identification framework ໂດຍທີ່ໂດຣນຂອງ DJI ຈະມີການກະຈາຍຂໍ້ມູນກ່ຽວກັບຕໍາແໜ່ງ ແລະ ໝາຍເລກ ID ຂອງມັນຜ່ານຄື້ນວິທະຍຸ ເຊິ່ງລະບົບນີ້ມີຢູ່ໃນໂດຣນຫຼາຍລຸ້ນຂອງ DJI ຮຽບຮ້ອຍແລ້ວ ແລະ ເປັນເລື່ອງງ່າຍທີ່ຈະນໍາລະບົບດຽວກັນນີ້ ໄປຕິດຕັ້ງໃນໂດຣນຍີ່ຫໍ້ອື່ນໆ ແລະ ຈະມີສະເພາະຜູ້ຮັກສາກົດໝາຍ ທີ່ຈະສາມາດເຂົ້າເຖິງຖານຂໍ້ມູນ ແລະ ລະບຸໄດ້ວ່າໃຜເປັນເຈົ້າຂອງໂດຣນລໍານີ້.
ໂດຍ Brendan Schulman ທີ່ເປັນເຈົ້າໜ້າທີ່ຂອງ DJI ໄດ້ໃຫ້ຄວາມເຫັນກ່ຽວກັບເລື່ອງນີ້ວ່າ: DJI ເຂົ້າໃຈວ່າ ຄວາມຮັບຜິດຊອບເປັນເລື່ອງສໍາຄັນທີ່ເຈົ້າຂອງໂດຣນຈະຕ້ອງຄຳນຶງ ແລະ ມີຂໍ້ສະເໜີທີ່ໃຫ້ຄວາມສົມດຸນລະຫວ່າງ ຄວາມເປັນສ່ວນຕົວຂອງເຈົ້າຂອງໂດຣນ ກັບເລື່ອງການຮັກສາກົດໝາຍ ເຊິ່ງເຈົ້າໜ້າທີ່ຂອງລັດຄວນຈະສາມາດເຂົ້າເຖິງຂໍ້ມູນຂອງນັກບິນໂດຣນບາງລາຍ ທີ່ມີພຶດຕິກໍາບໍ່ເໝາະສົມ.
ແຕ່ຖ້າຈະລະບຸຕົວຕົນຂອງເຈົ້າຂອງໂດຣນໄດ້ນັ້ນ ໝາຍຄວາມວ່າ ເຈົ້າຂອໂດຣນຕ້ອງລົງທະບຽນເຂົ້າລະບົບ ແລະ ເລື່ອງນີ້ມີຄວາມສັບຊ້ອນກວ່ານັ້ນ ຄືໃນເດືອນມິຖຸນາຜ່ານມາ ລັດຖະບານກາງຂອງສະຫະລັດອາເມລິກາ ໄດ້ຕັດສິນວ່າໂດຣນຂອງປະຊາຊົນທີ່ບໍ່ໄດ້ນໍາໄປໃຊ້ໃນທາງການຄ້າບໍ່ຕ້ອງນໍາມາລົງທະບຽນອີກຕໍ່ໄປ, ແຕ່ຂໍ້ບັງຄັບເລື່ອງທີ່ປະຊາຊົນທົ່ວໄປຕ້ອງນໍາໂດຣນມາລົງຖະບຽນ ກໍຍັງບໍ່ໄດ້ຖືກເກັບໄວ້ເປັນການຖາວອນ ເພາະໜ່ວຍງານທີ່ກ່ຽວຂ້ອງຍັງພະຍາຍາມຈະຊຸກຍູ້ໃຫ້ນໍາເອົາຂໍ້ບັງຄັບນີ້ອອກມາໃຊ້ໃຫມ່ ໂດຍຈະມີການນໍາສະເໜີເລື່ອງນີ້ຕໍ່ລັດຖະສະພາຂອງອາເມລິກາ ແລະ ຖ້າຊາວອາເມລິກັນທຸກຄົນທີ່ມີໂດຣນ ໄດ້ນໍາໂດຣນຂອງຕົນເອງມາລົງທະບຽນເຂົ້າລະບົບ ແນວທາງທີ່ເຈົ້າໜ້າທີ່ຜູ້ຮັກສາກົດໝາຍຈະສາມາດລະບຸຕົວຕົນຂອງໂດຣນໄດ້ຈາກໄລຍະໄກ ດ້ວຍອຸປະກອນທີ່ຖູກອອກແບບມາເປັນພິເສດ ກໍຈະເປັນເລື່ອງທີ່ເກີດຂຶ້ນໄດ້.