ກວດພົບແລ້ວບໍ່ຢາກແກ້ ຕ້ອງມີຜູ້ນຳພາແກ້
ໂດຍ: ທິດກໍ່າ
ໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII, ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານອົງການກວດກາລັດຖະບານ ໄດ້ລາຍງານຜົນການກວດກາຕາມຜົນການກວດສອບໃນປີ 2018 ກ່ຽວກັບການໃຫ້ເຊົ່າ-ສຳປະທານດິນລັດທີ່ບໍ່ໄດ້ເຮັດສັນຍາເຊົ່າ-ສຳປະທານເຫັນມີຢູ່ 4 ແຂວງຄື: ແຂວງຜົ້ງສາລີ, ຫລວງພະບາງ, ເຊກອງ ແລະ ອັດຕະປື.
ຜ່ານການລາຍງານຜົນການກວດສອບຄັ້ງນີ້, ມີຜູ້ແທນຫລາຍທ່ານໄດ້ມີຄຳເຫັນຕັ້ງບັນຫາຊັກຖາມໃນທີ່ປະຊຸມສະພາວ່າ: ໃນເມື່ອກວດກາ-ກວດສອບເຫັນແລ້ວ ວິທີການແກ້ໄຂໄດ້ດຳເນີນໄປຄືແນວໃດ ?. ທ່ານຮອງນາຍົກ ບຸນທອງ ຈິດມະນີ ກໍໄດ້ໃຫ້ຄຳກະຈ່າງແຈ້ງວ່າ: ໄດ້ດຳເນີນການແກ້ໄຂ 2 ວິທີຄື: ອັນທີໜຶ່ງ ໄດ້ຮ່ວມກັບອົງການກ່ຽວຂ້ອງລົງເກັບກູ້ຄືນໂດຍກົງໃນພູດທີ່ໄດ້ພົບເຫັນຕົວຈິງ. ສ່ວນໜີ້ສິນຕ່າງໆ ແລະ ມູນຄ່າໂຄງການທີ່ອົງການຈັດຕັ້ງ ຫລື ບໍລິສັດທີ່ລະເມີດ ຫລື ສ້າງຄວາມເສຍຫາຍນັ້ນ ແມ່ນມອບໃຫ້ກະຊວງແຜນການ ແລະ ກະຊວງການເງິນຫັກລົບ ຫລື ລົບລ້າງອອກຈາກບັນຊີໂຄງການ. ວິທີສອງນັ້ນ ເມື່ອກວດກາເຫັນແລ້ວ ແມ່ນມອບໃຫ້ອົງການກ່ຽວຂ້ອງເປັນຜູ້ແກ້ໄຂຕາມກົດໝາຍຕ້ານການສໍ້ລາດບັງຫລວງ ແລະ ກົດໝາຍການກວດກາລັດ ເຊິ່ງຜ່ານມາກໍມີບາງອົງການ ແລະ ພະນັກງານຈຳນວນໜຶ່ງລະເມີດລະບຽບແຜນການແຜນງົບປະມານ ແລະ ຈຳນວນໜຶ່ງຖືກດຳເນີນລະບຽບວິໄນ ນັບແຕ່ຂັ້ນສຶກສາອົບຮົມ, ກ່າວເຕືອນ ໄປຈົນຮອດການດຳເນີນຄະດີທາງອາຍາ.
ຕໍ່ຄຳເຫັນ ແລະ ຊັກຖາມຂອງຜູ້ແທນໃນທີ່ປະຊຸມສະພາຍັງໄດ້ສະເໜີວ່າ: ບັນຫາການແກ້ໄຂໄລຍະຜ່ານມານັ້ນຍັງບໍ່ທັນເດັດຂາດເຂັ້ມງວດ ແລະ ວ່ອງໄວ ເຊິ່ງສ່ວນຫລາຍມີແຕ່ເກັບກູ້ຜົນເສຍຫາຍຄືນໃຫ້ລັດ, ແຕ່ການແກ້ໄຂຕໍ່ການຈັດຕັ້ງ ແລະ ບຸກຄົນທີ່ລະເມີດບໍ່ໄດ້ຮັບການແກ້ໄຂຕາມກົດໝາຍທີ່ເດັດຂາດທັນການ. ທ່ານຮອງນາຍົກ ກໍໄດ້ຕອບວ່າ: ການກວດກາຕາມຜົນການກວດສອບນັ້ນເປັນວຽກງານທີ່ມີຄວາມສັບສົນຫຍຸ້ງຍາກ ແລະ ຕ້ອງໃຊ້ເວລາໃນການສືບສວນ ຫລື ຊອກຫາຂໍ້ມູນຫລັກຖານຢ່າງລະອຽດ ເຊິ່ງໄລຍະຜ່ານມາ ອົງການກວດສອບລັດຖະບານກໍໄດ້ເອົາໃຈໃສ່ກວດກາເປົ້າໝາຍຕາມຜົນກວດສອບຢ່າງເຂັ້ມງວດ, ສ່ວນການແກ້ໄຂນັ້ນແມ່ນດຳເນີນໄປຕາມສອງວິທີທີ່ໄດ້ກ່າວມາຂ້າງເທິງນັ້ນ.
ແຕ່ແນວໃດກໍຕາມ, ເທົ່າທີ່ເຄີຍມີ ແລະ ເຄີຍເຫັນມາ ບັນຫາການແກ້ໄຂປາກົດການຫຍໍ້ທໍ້ຕໍ່ການຈັດຕັ້ງ ແລະ ບຸກຄົນທີ່ຈົງໃຈລະເມີດລະບຽບກົດໝາຍ ເພື່ອຍັກຍອກເອົາຊັບສິນຂອງລັດ ເຊິ່ງນອນຢູ່ໃນເຄືອຂ່າຍການສໍ້ລາດບັງຫລວງນັ້ນເຫັນວ່າມີຄວາມຜິດ ແລະ ມີການແກ້ໄຂແກ່ຍາວຊັກຊ້າແທ້. ອັນສາເຫດກໍຍ້ອນວ່າມັນມີຊ່ອງວ່າງໃນການຕໍ່ລອງ ຫລື ໃຊ້ທຸກວິທີ ເພື່ອແກ່ຍືດແກ່ຍາວ, ບາງກໍລະນີມັນກໍຄານຳການນຳຂັ້ນລຸ່ມບໍ່ຢາກແກ້, ບໍ່ກ້າແກ້ ຫລື ຄານຳຄົນເຈົ້າຄົນຂ້ອຍ, ລັກສະນະໄກ່ເຫັນຕີນງູ, ງູເຫັນຕີນໄກ່ ຈຶ່ງເປັນເຫດໃຫ້ການແກ້ໄຂບັນຫາຄະດີໃນອົງການ ຫລື ຂະແໜງການຢູ່ບ່ອນນັ້ນບໍ່ເປັນໄປຕາມຂັ້ນຕອນຂອງກົດໝາຍທີ່ກຳນົດຢ່າງຈະແຈ້ງເໝາະສົມ. ເມື່ອຕັ້ງໂຈດກັນວ່າ: ຕໍ່ບັນຫາທີ່ເກີດຂຶ້ນນີ້ແມ່ນໃຜຈະເປັນຜູ້ແກ້ ຫລື ຖ້າບໍ່ຢາກແກ້ກໍຕ້ອງມີຜູ້ນຳພາແກ້.
ຕໍ່ກໍລະນີນີ້, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກໍໄດ້ມີຄຳເຫັນມາແຕ່ກອງປະຊຸມສະໄໝສາມັນຊຸດທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ວ່າ: “ຖ້າພົບບັນຫາຢູ່ບ່ອນໃດໃຫ້ແກ່ຢູ່ບ່ອນນັ້ນ, ບ່ອນໃດແກ້ບໍ່ໄດ້ຕ້ອງໃຫ້ຂັ້ນເທິງທີ່ກ່ຽວຂ້ອງລົງໄປແກ້, ຜູ້ໃດບໍ່ຢາກແກ້ຕ້ອງແກ້ຜູ້ບໍ່ຢາກແກ້” ນັບແຕ່ມີຄຳເຫັນຊີ້ນຳນີ້ອອກມາ ກໍຍັງເຫັນວ່າຜົນໄດ້ຮັບຍັງບໍ່ທັນໄດ້ດີເທົ່າທີ່ຄວນ. ເມື່ອຕົກຢູ່ໃນສະພາບດັ່ງກ່າວ, ເຮົາວ່າຄວນມີຜູ້ນຳພາແກ້ຢ່າງສຸດກົກສຸດປາຍ ແລະ ເດັດຂາດຈິງຈັງ ເຊິ່ງຜູ້ນຳພາແກ້ນັ້ນຄົງໜີບໍ່ພົ້ນແມ່ນກະໂຕອົງການກວດກາລັດຖະບານ ນັບແຕ່ສູນກາງລົງຮອດທ້ອງຖິ່ນນັ້ນເອງ. ທັງນີ້ກໍເພາະວ່າອົງການກວດສອບລັດຖະບານມີອຳນາດໃນການແກ້ໄຂບັນຫາ ຫລື ເວົ້າຢ່າງໜຶ່ງກໍແມ່ນມີໄມ້ຄ້ອນຕະບອງເພັດຢູ່ໃນກຳມືແລ້ວ ເພາະຖ້າມອບໝາຍໃຫ້ຂະແໜງການນັ້ນໆ ຫລື ບຸກຄົນນັ້ນໆ ຫາກພາກັນແກ້ໄຂກັນເອງ ມັນກໍເປັນໄປຕາມຍະຖາກຳ, ຈະຕົກຢູ່ໃນກໍລະນີໂຍນພຸ້ນໂຍນພີ້ ອືດໆອາດແກ່ຍາວ ດ້ວຍເຫດ ແລະ ຜົນຕ່າງໆນາໆ. ການໃຊ້ມາດຕະການ ຫລື ການແກ້ໄຂບັນຫາຕໍ່ຜູ້ບໍ່ຢາກແກ້ດ້ວຍວິທີມີຜູ້ນຳພາແກ້ຢ່າງເດັດຂາດຈິງຈັງ ມັນກໍມີຜົນສັກສິດ ແລະ ວ່ອງໄວຫລາຍກວ່າການມອບໝາຍໃຫ້ຂະແໜງການກ່ຽວຂ້ອງແກ້ໄຂກັນເອງ. ນອກຈາກນັ້ນ ຍັງຮັກສາບົດບາດ ແລະ ອຳນາດຂອງອົງການກວດສອບໄດ້ຢ່າງສະເໝີຕົ້ນສະເໝີປາບ ແລະ ທັງໄວທັງມີຜົນສັກສິດອີກດ້ວຍ.
ເຖິງຢ່າງໃດກໍດີ, ອີງໃສ່ພາລະກິດແຫ່ງການສ້າງສາພັດທະນາປະເທດຊາດບ້ານເມືອງໃນເງື່ອນໄຂທີ່ປະເທດເຮົາເປັນປະເທດທີ່ທຸກຍາກ ແລະ ດ້ອຍພັດທະນາ ກໍຍ່ອມມີປາກົດການຫຍໍ້ທໍ້ຕ່າງໆຕາມມາຢ່າງຫລີກລ່ຽງບໍ່ໄດ້, ແຕ່ວ່າໃນເມື່ອຜ່ານການກວດສອບ-ກວດກາຫາກພົບເຫັນການລະເມີດລະບຽບກົດໝາຍ ອົງການກ່ຽວຂ້ອງກໍຕ້ອງດຳເນີນຄະດີໄປຕາມກົດໝາຍຢ່າງເລັ່ງດ່ວນ. ກົງກັນຂ້າມ ຖ້າຫາກປ່ອຍປະມອບໝາຍໃຫ້ຂະແໜງການກ່ຽວຂ້ອງ ຫລື ບຸກຄົນທີ່ຖືກຫາວ່າເປັນຜູ້ກະທຳຜິດແກ້ໄຂກັນເອງ ມັນຈະບໍ່ເປັນການສິ້ນສຸດ ທັງບໍ່ສັກສິດແກ່ຍາວ ຄືດັ່ງພວກເຮົາເຫັນໃນສະພາບຜ່ານມານັ້ນ, ຊ້ຳບໍ່ໜຳ ມີບາງຂະແໜງການ ແລະ ບາງຄົນມີການກະທຳຜິດຊ້ຳຊ້ອນ ໂດຍບໍ່ຢ້ານກົວຕໍ່ກົດໝາຍບ້ານເມືອງວາງອອກ. ເພາະສະນັ້ນ ເມື່ອກວດກາ-ກວດສອບ ຫາກພົບເຫັນການກະທຳຜິດແລ້ວບໍ່ຢາກແກ້ກໍຕ້ອງມີຜູ້ນຳພາແກ້ ກົດໝາຍຈຶ່ງມີຜົນສັກສິດ.