45 ປີ ກະຊວງພະລັງງານ ແລະ ບໍ່ແຮ່ ເຕີບໃຫຍ່ເຂັ້ມແຂງ
ກະຊວງພະລັງງານ ແລະ ບໍ່ແຮ່ ແມ່ນພາກສ່ວນໜຶ່ງທີ່ນອນຢູ່ໃນກົງຈັກລັດຖະບານ ຊຶ່ງໄດ້ຮັບການສ້າງຕັ້ງຂຶ້ນພ້ອມໆ ກັບການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໃນວັນທີ 2 ເດືອນທັນວາ ປີ 1975 ແລະ ໄດ້ຜ່ານຂະບວນວິວັດແຫ່ງການປັບປຸງ, ປ່ຽນແປງ, ເພີ່ມເຕີມ ແລະ ເຕີບໃຫຍ່ຂະຫຍາຍຕົວຕິດພັນກັບການຂະຫຍາຍຕົວຂອງປະເທດຊາດ ກ່ອນປີ 1975 ສປປ ລາວ ວຽກງານພະລັງງານ ຢູ່ປະເທດເຮົາແມ່ນມີລັກສະນະອ່ອນນ້ອຍ, ບໍ່ໄດ້ຮັບການເອົາໃສ່ ແລະ ບໍ່ມີການລົງທຶນເຂົ້າໃສ່ການພັດທະນາພໍເທົ່າໃດ? ໃນເວລານັ້ນ, ທົ່ວປະເທດພວກເຮົາ ມີແຫຼ່ງຜະລິດພະລັງງານໄຟຟ້ານ້ຳຕົກຂະໜາດໃຫຍ່ພຽງແຕ່ 1 ແຫ່ງຄື: ເຂື່ອນໄຟຟ້ານ້ຳງື່ມ 1, ຊຶ່ງມີກຳລັງຕິດຕັ້ງພຽງແຕ່ 30 ເມກາວັດ ແລະ ເຂື່ອນໄຟຟ້າຂະໜາດນ້ອຍ 2 ແຫ່ງ ຄື: ເຂື່ອນນ້ຳດົງ ຢູ່ແຂວງຫຼວງພະບາງ ມີກຳລັງຕິດຕັ້ງ 1 ເມກາວັດ ແລະ ເຂື່ອນແຊລະບຳ ຢູ່ແຂວງຈຳປາສັກ ມີກຳລັງຕິດຕັ້ງ 1 ເມກາວັດ.
ນອກຈາກນີ້, ກໍ່ມີເຄື່ອງຈັກປັ່ນໄຟຟ້າທີ່ໃຊ້ນ້ຳມັນຢູ່ບາງຕົນເມືອງໃຫຍ່ຈຳນວນໜຶ່ງ; ສະນັ້ນ, ສັງລວມແລ້ວຢູ່ໃນທົ່ວປະເທດ, ປະຊາຊົນໄດ້ຊົມໃຊ້ໄຟຟ້າພຽງແຕ່ 5 ຕົວເມືອງໃຫຍ່ຄື : ນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ, ແຂວງຄໍາມ່ວນ, ແຂວງສະຫວັນນະເຂດ ແລະ ແຂວງ ຈຳປາສັກ ມີພຽງແຕ່ 19.000 ຄົວເຮືອນ ຫຼື ເທົ່າກັບ 10% ເທົ່ານັ້ນທີ່ໄດ້ໃຊ້ໄຟຟ້າ. ພາຍຫຼັງພັກເຮົາໄດ້ເລີ່ມນຳພາການດຳເນີນການປ່ຽນແແປງໃໝ່ນັບແຕ່ປີ 1986 ເປັນຕົ້ນມາ, ພັກເຮົາໄດ້ວາງແນວທາງ ຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ເພື່ອພັດທະນາປະເທດຊາດ ກ້າວຂຶ້ນຕາມທິດຍືນຍົງ ສູ່ຈຸດໝາຍສັງຄົມນິຍົມ. ໃນນີ້, ໄດ້ກໍານົດເອົາການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ຊຶ່ງແມ່ນທ່າແຮງທີ່ສໍາຄັນຂອງ ສປປ ລາວ ເພື່ອພື້ນຖານໃຫ້ແກ່ການພັດທະນາເສດຖະກິດແຫ່ງຊາດ ແນໃສ່ຈັດສັນ ແລະ ນຳໃຊ້ແຫຼ່ງຊັບພະຍາກອນຂອງຊາດ ໃຫ້ມີປະສິດທິຜົນສູງ, ຕາມທິດພັດທະນາແບບເປັນມິດກັບສິ່ງແວດລ້ອມ ແລະ ມີລັກສະນະຍືນຍົງ.
ທ່ານ ຄຳມະນີ ອິນທິລາດ ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ສຳພາດຕໍ່ສື່ມວນຊົນ ກ່ຽວກັບຜົນງານການເຄື່ອນໄຫວໃນໄລຍະ 45 ປີ ທີ່ຜ່ານມາ ໃນວັນທີ 12 ພະຈິກນີ້ວ່າ: ເພື່ອຜັນຂະຫຍາຍແນວທາງຂອງພັກ, ລັດເຮົາກໍໄດ້ວາງຍຸດທະສາດເພື່ອພັດທະນາອຸດສາຫະກໍາພະລັງງານໄຟຟ້າ ແມ່ນສຸມໃສ່ຂຸດຄົ້ນທ່າແຮງບົ່ມຊ້ອນແຫຼ່ງນໍ້າທໍາມະຊາດ ເພື່ອຜະລິດ ແລະ ສະໜອງກະແສໄຟຟ້າ ໃຫ້ພຽງພໍກັບຄວາມຕ້ອງການ ເພື່ອຊົມໃຊ້ຢູ່ພາຍໃນ ຕິດພັນກັບການສົ່ງອອກ, ບົນພື້ນຖານຮັບປະກັນການພັດທະນາພະລັງງານໄຟຟ້າ ແບບເປັນມິດກັບສິ່ງແວດລ້ອມ, ຜະລິດພະລັງງານສະອາດ ແລະ ມີລັກສະນະຍືນຍົງ ຊຶ່ງປະກອບດ້ວຍບັນດາໂຄງການ, ແຜນງານໃຫຍ່ໆທີ່ສຳຄັນ, ເປັນລະບົບຄົບຊຸດ, ມີທັງໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ.
ພາຍຫຼັງໄດ້ປະກາດໃຊ້ ກົດໝາຍໄຟຟ້າໃນປີ 1997 ແລະ ພາຍຫຼັງມີນະໂຍບາຍດືງດູດການລົງທືນຕ່າງປະເທດເຮັດໃຫ້ມີນັກລົງທືນຈາກຫຼາຍປະເທດເລີ່ມຫັນເຂົ້າມາລົງທືນນັບທັງໃນຮູບແບບໂຄງການພະລັງງານເອກະຊົນ (IPP) ອັນໄດ້ເຮັດໃຫ້ການພັດທະນາອຸດສາຫະກໍາພະລັງງານຢູ່ ສປປ ລາວ ຂະຫຍາຍຕົວດ້ວຍຈັງຫວະທີ່ໄວ ແລະ ບາງໄລຍະກໍມີລັກສະນະກ້າວກະໂດດ. ອັນທີ່ພົ້ນເດັ່ນແມ່ນ, ພວກເຮົາໄດ້ສຸມໃສ່ການພັດທະນາແຫຼ່ງຜະລິດກະແສໄຟຟ້າຢ່າງແຂງແຮງ ຊຶ່ງມາຮອດປັດຈຸບັນນີ້, ພວກເຮົາ ມີແຫຼ່ງຜະລິດໄຟຟ້າແລ້ວ 78 ແຫ່ງ, ມີກຳລັງຕິດຕັ້ງທັງໝົດ 9.972 ເມັກກາວັດ, ສາມາດຜະລິດພະລັງງານໄຟຟ້າໄດ້ເຖິງ 52.211 ລ້ານ ກິໂລວັດໂມງຕໍ່ປີ. ນອກຈາກນີ້, ໃນແຫຼ່ງຜະລິດໄຟຟ້າ 78 ແຫ່ງ ພວກເຮົາຍັງມີ : ໂຄງການໄຟຟ້າຖ່ານຫີນ 1, ໂຄງການພະລັງງານໄຟຟ້າຊີວະມວນ 4 ແຫ່ງ ແລະ ໂຄງການໄຟຟ້າແສງຕາເວັນລວມ 6 ແຫ່ງ. ຕາມການຄາດຄະເນ ໃນທ້າຍປີ 2020 ນີ້, ຈະມີແຫຼ່ງຜະລິດໄຟຟ້າກໍ່ສ້າງສໍາເລັດ ອີກ 13 ແຫ່ງ, ກໍາລັງຕິດຕັ້ງປະມານ 732 MW. ລວມຮອດທ້າຍປີ 2020 ຈະມີແຫຼ່ງຜະລິດໄຟຟ້າທັງໝົດ 90 ແຫ່ງ, ກໍາລັງຕິດຕັ້ງປະມານ 10,704 MW. ຄຽງຄູ່ກັນນີ້, ການພັດທະນາລະບົບສາຍສົ່ງກໍໄດ້ດໍາເນີນໄປຢ່າງແຂງແຮງ, ມາຮອດປັດຈຸບັນນີ້ ທົ່ວປະເທດມີລະບົບສາຍສົ່ງແຮງສູງ, ແຮງກາງ ແລະ ແຮງຕໍ່າຍາວທັງໝົດ 65.563 ກວ່າກິໂລແມັດ, ມີສະຖານີຈ່າຍໄຟຟ້າ 74 ແຫ່ງ.
ສໍາລັບການສົ່ງອອກໄປຈໍາໜ່າຍຕ່າງປະເທດ, ສາມາດບັນລຸໄດ້ແລ້ວ 6.935 ເມັກກາວັດ.ໃນນີ້: ສົ່ງອອກໄປຍັງປະເທດໄທແລ້ວ 5.935 ເມັກກາວັດ, ຫວຽດນາມ 570 ເມັກກາວັດ, ກໍາປູເຈຍ 320 ເມັກກາວັດ, ມຽນມ້າ 10 ເມັກກາວັດ, ການເຊື່ອມໂຍງ ແລະ ຈໍາໜ່າຍໄປຍັງຕະຫຼາດອາຊຽນ: ຊຶ່ງໃນກຸ່ມປະເທດອາຊຽນ ສປປ ລາວ ຂອງພວກເຮົາ ແມ່ນປະເທດທຳອິດ ທີ່ໄດ້ລິເລີ່ມ ສົ່ງຂາຍໄຟຟ້າແບບເຊື່ອມໂຍງໃນກຸ່ມປະເທດອາຊຽນ. ປະຈຸບັນ ໄດ້ສົ່ງອອກແລ້ວ 100 ເມັກກາວັດ ໂດຍຜ່ານປະເທດລາວ-ໄທ-ມາເລເຊຍ. ຊຶ່ງໃນມໍ່່ໆນີ້ ໃນປີ 2021 ຈະສົ່ງໃຫ້ໄດ້ 300 ເມັກກາວັດ. ພ້ອມດຽວກັນນີ້ ສືບຕໍ່ເຈລະຈາຊື້-ຂາຍ ແລະ ເຊື່ອມໂຍງໄປຮອດປະເທດສິງກະໂປ. ແຕ່ການ ສົ່ງອອກໃນອະນາຄົດ ຍັງຈະເພີີ່ມຂື້ນເລື້ອຍໆ ຕາມ ບັນທຶກຄວາມເຂົ້າໃຈຮ່ວມມືດ້ານພະລັງງານ (MOU) ທີ່ ສປປ ລາວ ເຮົາ ມີກັບ ບັນດາປະເທດໃກ້ຄຽງ ເຊັ່ນ: ມີບັນທຶກຄວາມເຂົ້າໃຈຮ່ວມມືດ້ານພະລັງງານ ກັບ ຣາຊະອານາຈັກໄທ 9.000 MW, ມີກັບ ຣາຊະອານາຈັກ ກໍາປູເຈຍ 6.000 MW ແລະ ມີກັບ ສສ ຫວຽດນາມ 5.000 MW. ທັງໝົດນີ້ ຈະສົ່ງອອກໃຫ້ຄົບຕາມຈໍານວນ ທັງ 3 ປະເທດ ພາຍໃນປີ 2030. ສຳລັບການຊົມໃຊ້ຢູ່ໃນສັງຄົມນັ້ນແມ່ນພວກເຮົາໄດ້ສະໜອງກະແສໄຟຟ້າຢ່າງພຽງພໍຢູ່ໃນພາກ: ທີ່ຢູ່ອາໃສ, ອຸດສາຫະກຳ, ກະສິກຳ, ຊົນລະປະທານ, ການລ້ຽງສັດ, ຫັດຖະກຳ, ການບໍລິການ, ການທ່ງທ່ຽວ, ຄົມມະນາຄົມ, ຂົນສົ່ງ ແລະ ຂະແໜງການອື່ນໆ ຊຶ່ງໄດ້ກາຍເປັນພື້ນຖານໃຫ້ແກ່ການຜະລິດ, ການຜະລິດເປັນສິນຄ້າ ແລະ ການແກ້ໄຂວຽກເຮັດງານທຳຢູ່ໃນສັງຄົມຢ່າງກວ້າງຂວາງ.
ຜົນສຳເລັດທີ່ສຳຄັນອີກອັນໜຶ່ງ ກໍແມ່ນພວກເຮົາໄດ້ເອົາໃຈໃສ່ວຽກງານພັດທະນາໄຟຟ້າ ໄປສູ່ຊົນນະບົດໂດຍຕິດພັນຢ່າງສະໜິດແໜ້ນກັບການພັດທະນາຊົນນະບົດ ຊຶ່ງມາຮອດປັດຈຸບັນນີ້, ພວກເຮົາສາມາດສະໜອງໄຟຟ້າຮັບໄດ້ 100% ຢູໃນທຸກເທດສະບານແຂວງ, ນະຄອນຫຼວງ, ເທດສະບານເມືອງ ແລະ ນະຄອນ. 93% ຂອງຈຳນວນບ້ານ ແລະ 95% ຂອງຈໍານວນຄອບຄົວໃນທົ່ວປະເທດໄດ້ໃຊ້ໄຟຟ້າແບບຖາວອນແລ້ວ ແລະ ຜົນສຳເລັດຂອງການພັດທະນາວຽກງານພະລັງງານໄດ້ສ້າງພື້ນຖານ ທີ່ສຳຄັນໃຫ້ແກ່ການຫັນຈາກເສດຖະກິດທຳມະຊາດໄປສູ່ເປັນເສດຖະກິດຜະລິດເປັນສິນຄ້າ, ການຫັນປ່ຽນແບບວິທີການຜະລິດ, ການດຳລົງຊີວິດ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າຢ່າງຕັ້ງໜ້າ. ນອກຈາກນີ້, ການພັດທະນາໄຟຟ້າທົດແທນ ເປັນຕົ້ນການພັດທະນາໄຟຟ້າຈາກແສງຕາເວັນ, ພະລັງງານຊີວະມວນ, ພະລັງງານລົມ ແລະ ອື່ນໆກໍໄດ້ຮັບຄວາມເອົາໃຈໃສ່ຢ່າງຕັ້ງໜ້າ. ຄຽງຄູ່ກັບການຂະຫຍາຍຕົວຂອງວຽກງານພະລັງງານ, ການພັດທະນາອຸດສາຫະກຳບໍ່ແຮ່ກໍໄດ້ມີບາດກ້າວຂະຫຍາຍຕົວຢ່າງວ່ອງໄວ ກ່ອນປີ 1975, ວຽກງານທໍລະນີສາດ ແລະ ແຮ່ທາດ ເກືອບເວົ້າໄດ້ວ່າບໍ່ໄດ້ຮັບການພັດທະນາເລີຍ, ເຖິງວ່າມີເລັກໆນ້ອຍໆ ກໍເປັນກິດຈະກຳທີ່ອ່ອນນ້ອຍ, ບໍລິມາດບໍ່ພໍເທົ່າໃດ ແລະ ກໍບໍ່ໄດ້ຮັບການສົ່ງເສີມຈາກພາກລັດເລີຍເຊັ່ນ : ບໍ່ກົ່ວໂພນຕີິ້ວເປັນຕົ້ນ. ນອກຈາກນັ້ນ, ໃນຊຸມປີ 1980 ກໍມີການຊອກຄົ້ນ ແລະ ຂຸດຄົ້ນແຮ່ທາດບາງອັນ ພາຍຫຼັງທີ່ປະເທດຊາດໄດ້ຮັບການປົດປ່ອຍ, ລັດເຮົາໄດ້ມີແຜນການສຶກສາຄົ້ນຄວ້າ : ສປປ ລາວ ເປັນປະເທດ ທີ່ມີທ່າແຮງທາງດ້ານຊັບພະຍາກອນແຮ່ທາດ ຊຶ່ງມາຮອດປະຈຸບັນສາມາດຄົ້ນພົບຈຸດປາກົດແຮ່ທາດໄດ້ຫຼາຍກວ່າ 570 ຈຸດ, ໃນຂອບເຂດເນື້ອທີ່ປະມານ: 162,104 ກມ2 ເທົ່າກັບ 68.46% ຂອງເນື້ອທີ່ທົ່ວປະເທດ; ຊຶ່ງປະກອບດ້ວຍ: ຄໍາ, ທອງ, ເງິນ, ນິແກນ, ກົ່ວ, ຖ່ານຫີນ, ບົກຊິດ, ຫີນກາວ, ເຫຼັກ, ແກ້ວປະເສີດ, ເກືອກິນ, ເກືອໂປຕັດສ໌, ຊືນ, ສັງກະສີ, ມັງການ, ຫີນປູນ, ຫີນໂດໂລໄມ, ບາລິດ ແລະ ອື່ນໆ ນັບແຕ່ປີ 1990 ເປັນຕົ້ນມາ, ລັດຖະບານລາວ ໄດ້ເປີດກວ້າງ ໂດຍອະນຸຍາດໃຫ້ຜູ້ລົງທຶນທັງພາຍໃນ ແລະ ຕ່າງປະເທດ ສາມາດລົງທຶນເຂົ້າໃສ່ການພັດທະນາອຸດສາຫະກຳບໍ່ແຮ່. ຊຶ່ງມາຮອດປັດຈຸບັນ ໄດ້ອະນຸຍາດໃຫ້ບໍລິສັດລົງທຶນໃນກິດຈະການທໍລະນີສາດ ແລະ ບໍ່ແຮ່ແລ້ວ ທັງໝົດ 214 ບໍລິສັດ 319 ກິດຈະການ. ຊຶ່ງຢູ່ໃນຂັ້ນຕອນການຊອກຄົ້ນ ຈໍານວນ 21 ບໍລິສັດ 28 ກິດຈະການ, ຢູ່ໃນຂັ້ນຕອນການສໍາຫຼວດ ຈໍານວນ 70 ບໍລິສັດ 83 ກິດຈະການ ແລະ ຢູ່ໃນຂັ້ນຕອນ ສຶກສາຄວາມເປັນໄປໄດ້ດ້ານເສດຖະກິດ-ເຕັກນິກ ຈໍານວນ 43 ບໍລິສັດ 67 ກິດຈະການ. ຢູ່ໃນຂັ້ນຕອນການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ມີຈໍານວນທັງໝົດ 80 ບໍລິສັດ 141 ກິດຈະການ ຊຶ່ງໂຄງການດ້ານແຮ່ທາດ ທີ່ໄດ້ຮັບອະນຸຍາດມີເນື້ອທີ່ທັງໝົດ: 7.281.047,42 ເຮັກຕາ ກວມ 30,75% ຂອງເນື້ອທີ່ປະເທດລາວ.
ໃນປັດຈຸບັນນີ້, ພວກເຮົາພວມສຸມໃສ່ຈັດຕັ້ງປະຕິບັດວິໄສທັດຮອດປີ 2030 , ຍຸດທະສາດຮອດປີ 2025 ແລະ ກໍາລັງຈະຈັດຕັ້ງປະຕິບັດແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ໄລຍະ 5 ປີ 2021-2025 ຊຶ່ງແມ່ນການຜັນຂະຫຍາຍທິດທາງ ແລະ ຈຸດໝາຍສູ້ຊົນໃນການພັດທະນາອຸດສາຫະກໍາພະລັງງານ ແລະ ບໍ່ແຮ່ ຕາມແນວທາງຫັນເປັນອຸດສາຫະກໍາ ແລະ ທັນສະໄໝຂອງພັກ. ທິດທາງໃນການພັດທະນາອຸດສາຫະກໍາພະລັງງານ ແລະ ບໍ່ແຮ່ ໃນຕໍ່ໜ້າແມ່ນສຸມໃສ່ພັດທະ ນາແຫຼ່ງໄຟຟ້ານໍ້າຕົກ ແລະ ຂຸດຄົ້ນແຮ່ທາດທີ່ເປັນທ່າແຮງ ເປັນຫຼັກ, ພາຍໃຕ້ເງື່ອນໄຂຂອງຄວາມສາມາດແຂ່ງຂັນ ແລະ ຄວາມຕ້ອງການຂອງຕະຫຼາດພະລັງ ງານໄຟຟ້າ ແລະ ແຮ່ທາດ; ສ້າງເງື່ອນໄຂຂະຫຍາຍການເຊື່ອມໂຍງກັບພາກພື້ນ. ໃນນີ້, ສຳລັບດ້ານພະລັງງານແມ່ນເອົາໃຈໃສ່ເປັນພິເສດກ່ຽວກັບການແລກປ່ຽນພະລັງງານກັບປະເທດເພື່ອນມິດ, ຮັບປະກັນສະຖຽນລະພາບການສະໜອງໄຟຟ້າຢູ່ພາຍໃນປະເທດໃຫ້ພຽງພໍ ແລະ ທົ່ວເຖິງ. ພ້ອມດຽວກັນນີ້, ກໍ່ຊຸກຍູ້, ສົ່ງ ເສີມການພັດທະນາພະລັງງານທາງເລືອກ ແລະ ພະລັງງານທົດແທນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນສູງລະດັບຄາດໝາຍ. ຮັບປະກັນການນໍາໃຊ້ຊັບພະຍາ ກອນແຫຼ່ງນໍ້າ, ແຫຼ່ງແຮ່ທາດຢ່າງມີປະສິດທິພາບ ແລະ ມີປະສິດທິຜົນສູງ, ສົ່ງເສີມບັນດາພາກສ່ວນເສດຖະກິດໃຫ້ເຂົ້າເຖິງຊັບພະຍາກອນພະລັງງານ ແລະ ແຮ່ທາດ, ສ້າງເງື່ອນໄຂໃຫ້ການມີສ່ວນຮ່ວມຂອງສັງຄົມ ແລະ ຄວາມເປັນເຈົ້າຂອງປະຊາຊົນບັນດາເຜົ່າຢ່າງເຕັມສ່ວນ, ຍາດແຍ່ງເອົາທຶນຮອນ, ເຕັກນິກ, ບົດຮຽນ ແລະ ຕະຫຼາດຈາກພາຍນອກຢ່າງແຂງແຮງ; ຍູ້ການຜະລິດເພື່ອສະໜອງໄຟຟ້າຮັບໃຊ້ພາຍໃນໃຫ້ພຽງພໍ ແລະ ໝັ້ນຄົງ, ເຊື່ອມໂຍງ, ແລກປ່ຽນພະລັງງານກັບປະເທດເພື່ອນບ້ານ ແລະ ພາກພື້ນໃຫ້ມີປະສິດທິຜົນສູງສຸດ ໃນການສ້າງແຜນພັດທະນາຂະແໜງການ 5 ປີຄັ້ງທີ IX (2021-2025) ແມ່ນບົນພື້ນຖານການຕີລາຄາຖອດຖອນບົດຮຽນ ສະພາບຄວາມຫຍຸ້ງຍາກ, ຈຸດດີ ແລະ ຂໍ້ຄົງຄ້າງຕ່າງໆ ໃນການຈັດຕັ້ງປະຕິບັດແຜນພັດທະນາຂະແໜງພະລັງງານ ແລະ ບໍ່ແຮ່ ໃນໄລຍະ 5 ປີຜ່ານມາ (2016-2020), ບວກກັບທ່າແຮງບົ່ມຊ້ອນ ແລະ ກາລະໂອກາດ ພ້ອມດຽວກັນນັ້ນ ກໍ່ຍັງເປັນການສືບຕໍ່ຜັນຂະຫຍາຍ 7 ຍຸດທະຍາດ ຂອງຂະແໜງການຮອດປີ 2025.