ແຈ້ງການໂຈະອອກບັດປະຈຳຕົວແບບເກົ່າ

ແຈ້ງການໂຈະອອກບັດປະຈຳຕົວແບບເກົ່າ - 555 42 - ແຈ້ງການໂຈະອອກບັດປະຈຳຕົວແບບເກົ່າ
ແຈ້ງການໂຈະອອກບັດປະຈຳຕົວແບບເກົ່າ - kitchen vibe - ແຈ້ງການໂຈະອອກບັດປະຈຳຕົວແບບເກົ່າ

ວັນທີ 20 ຕຸລາ 2020 ນີ້ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ອອກໜັງສືແຈ້ງການ ເລກທີ 323/ປກສ.ນວ ໃຫ້ຮູ້ວ່າ:  ເພື່ອປະຕິບັດ ຕາມເນື້ອໃນກອງປະຊຸມຄັ້ງວັນທີ 15 ຕຸລາ 2020 ລະຫວ່າງຫົວຫນ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງ ປ້ອງກັນຄວາມສະຫງົບ ແລະ ຫົວຫນ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ຕົກລົງເປັນເອກະພາບໃຫ້ຢຸດເຊົາເຮັດ ບັດປະຈໍາຕົວປະຊາຊົນ (ແບບເກົ່າ) ນັບແຕ່ວັນທີ 16 ຕຸລາ 2020 ເປັນຕົ້ນໄປ ເນື່ອງຈາກການປັບປຸງລະບົບການຜະລິດປຶ້ມ ສໍາມະໂນຄົວ ແລະ ບັດປະຈໍາຕົວປະຊາຊົນດ້ວຍລະບົບທັນສະໄຫມໄດ້ສໍາເລັດສາມາດນໍາໃຊ້ໄດ້ເປັນປົກກະຕິ.

ສະເພາະບັດປະຈໍາຕົວປະຊາຊົນ (ແບບເກົ່າ) ທີ່ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຜະລິດອອກໃຫ້ ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ຊາວນະຄອນຫຼວງວຽງຈັນ, ແຕ່ວັນທີ 08 -15 ຕຸລາ 2020 ແມ່ນ ສາມາດເຮັດທຸລະກໍາຕ່າງໆ ທາງສັງຄົມໄດ້.

ແຈ້ງການໂຈະອອກບັດປະຈຳຕົວແບບເກົ່າ - Visit Laos Visit SALANA BOUTIQUE HOTEL - ແຈ້ງການໂຈະອອກບັດປະຈຳຕົວແບບເກົ່າ

ສ່ວນການເຮັດບັດປະຈໍາຕົວປະຊາຊົນແບບໃຫມ່ ແມ່ນໃຫ້ພະນັກງານ, ທະຫານ, ຕໍາຫຼວດ ແລະ ພໍ່ແມ່ ປະຊາຊົນ ບັນດາເຜົ່າ ໄປລົງທະບຽນຄໍາຮ້ອງຢູ່ກອງບັນຊາການ ປກສ ເມືອງ ທີ່ຕົນຂື້ນສໍາມະໂນຄົວຢູ່.

ດັ່ງນັ້ນ, ຫົວຫນ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຈື່ງແຈ້ງການມາຍັງສໍານັກງານ – ອົງການ ພາກລັດ ແລະ ເອກະຊົນ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນ ຊາວນະຄອນຫຼວງວຽງຈັນ ເພື່ອຊາບ ແລະ ຈັດຕັ້ງປະຕິບັດ ຕາມແຈ້ງການ.

ແຈ້ງການໂຈະອອກບັດປະຈຳຕົວແບບເກົ່າ - 121887809 3251293631659172 8372713927816794049 o 720x1024 - ແຈ້ງການໂຈະອອກບັດປະຈຳຕົວແບບເກົ່າ

ແຈ້ງການໂຈະອອກບັດປະຈຳຕົວແບບເກົ່າ - 5 - ແຈ້ງການໂຈະອອກບັດປະຈຳຕົວແບບເກົ່າ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!