“ປະເທດຊາດບໍ່ແມ່ນຂອງເຮົາຜູ້ດຽວ” ແມ່ນຄວາມເວົ້າທີ່ໝົດກຳລັງໃຈ
ໂດຍ: ລູກເມືອງພວນ
ຄຳເວົ້ານີ້ ມັກຈະໄດ້ຍິນອອກຈາກປາກຂອງພະນັກງານຊັ້ນຜູ້ນ້ອຍຫຼາຍຄົນ ທີ່ມີຄວາມຕໍ່າຄ້ອຍນ້ອຍໃຈ ເຫັນພະນັກງານລັດຈຳນວນໜຶ່ງທີ່ເປັນມະນຸດເງິນເດືອນດ້ວຍກັນ ແຕ່ຊໍ້າພັດຮັ່ງມີດີໄດ້ຜິດປົກກະຕິ ມີເຮືອນຫຼັງໃຫ່ຍມູນຄ່າການກໍ່ສ້າງຫຼາຍຕື້ກີບ, ລົດຫຼູຄັນງາມໆ ເງິນໃຊ້ເງິນຈ່າຍບໍ່ອຶດບໍ່ຢາກ “ບໍ່ຮູ້ວ່າເຂົາເອົາມາແຕ່ໃສ?”.
ຈາກປາກົດການດັ່ງກ່າວໄດ້ສົ່ງຜົນຕໍ່ຈິດໃຈຂອງພະນັກງານຈຳນວນໜຶ່ງທີ່ມີຄວາມສັດຊື່ ບໍລິສຸດ ຕໍ່ພັກ ຕໍ່ລັດ ຕໍ່ປະຊາຊົນ, ກຳລັງໃຈເຮັດວຽກຖືກບັ່ນທອນ ແລະ ກໍເລີ່ມມີການຈົ່ມວ່າ: “ໃຜຢາກເຮັດຫຍັງກໍເຮັດໄປສາ, ປະເທດຊາດບໍ່ແມ່ນຂອງເຮົາຜູ້ດຽວ”, ຄຳເວົ້າແບບນີ້ ແມ່ນຄຳເວົ້າທີ່ສະແດງໃຫ້ເຫັນວ່າກຳລັງໃຈເຮັດວຽກຂອງພະນັກງານຕົກຕໍ່າ, ໝົດກຳລັງໃຈ, ໝົດຄວາຊັດທາ, ຈາກເປັນພະນັກງານທີ່ດີກໍເລີ່ມເຮັດວຽກແບບແປະແປະບາງບາງ ພໍແລ້ວຕີນແລ້ວມື, ເຮັດວຽກໂດຍບໍ່ມີຄວາມຮັບຜິດຊອບ ອັນເນື່ອງມາຈາກການສົມທຽບພະນັກງານກິນເງິນເດືອນຄືກັນ ແຕ່ມີຄວາມແຕກຕ່າງກັນປານຟ້າກັບດິນ ຊໍ້າບໍ່ໜຳຍັງບໍ່ຖືກວິໄນໃສ່ໂທດແຕ່ຢ່າງໃດ ແຕ່ຫາກຍັງໄດ້ເປັນດັບເປັນດີກ່ວາຜູ້ທີ່ຕັ້ງໃຈ, ເຮັດວຽກດ້ວຍຄວາມບໍລິສຸດຊໍ້າອີກ…
ຖ້າພວກເຮົາຫາກຍັງບໍ່ມີມາດຕະການສະກັດກັ້ນ ຫຼື ດຳເນີນມາດຕະການເຄັ່ງຄັດຕໍ່ຜູ້ສວຍໃຊ້ອຳນາດໜ້າທີ່ ໄປທາງທີ່ບໍ່ຖືກຕ້ອງນັ້ນໃຫ້ໝົດ, ຍັງປະປ່ອຍໃຫ້ສັງຄົມເປັນແບບນີ້ຕໍ່ໄປຄົງຈະສົ່ງຜົນສະທ້ອນຕໍ່ກຳລັງໃຈເຮັດວຽກຂອງພະນັກງານທີ່ເຮັດແທ້ທຳຈິງ, ບໍລິສຸດສັດຊື່ ແລະ ຈົງຮັກພັກດີຕໍ່ປະເທດຊາດບ້ານເມືອງນັບມື້ຫຼາຍກ່ວານີ້, ໃນທີ່ສຸດການເຮັດວຽກຂອງພະນັກງານຈະຂາດຄຸນນະພາບ, ປະເທດຊາດຈະຢໍ້າເທົ້າຢູ່ບ່ອນເກົ່າ, ພະນັກງານທີ່ເຄີຍເປັນພະນັກງານດີກໍເລີ່ມເກີດພຶດຕິກຳຮຽນແບບ, ນ້ອຍກິນຕາມນ້ອຍ, ໃຫ່ຍກິນຕາມໃຫ່ຍ ຜູ້ບໍ່ມີຫຍັງກໍກິນເວລາຂອງລັດຖະການ ເອົາເວລາໄປເຮັດວຽກສ່ວນຕົວຄອບຄົວ, ໄປການຊ້າ ເລີກໄວ ເປັນເລື່ອງທຳມະດາຂອງພະນັກງານລັດໃນທຸກມື້ນີ້, ບໍ່ມີໃຜກ້າເວົ້າໃຜ, ຖ້າເຈົ້າເວົ້າມາ ຂ້ອຍກໍເວົ້າຄືນ. ນີ້ຄີສະພາບຕົວຈິງການເຮັດວຽກຂອງພະນັກງານລັດຈຳນວນໜຶ່ງໃນປັດຈຸບັນ.
ເພື່ອເປັນການປັບປຸງກຳລັງໃຈໃຫ້ແກ່ພະນັກງານ, ວິທີທາງທີ່ດີທີ່ສຸດ ຫົວໜ້າແຕ່ລະອົງການ ຂະແໜງການຢູ່ແຕ່ລະຂັ້ນຕ້ອງເປັນແບບຢ່າງທີ່ດີ ບໍ່ສໍ້ລາດບັງຫຼວງ ບໍ່ສໍ້ຫຼວງບັງລາດ, ບໍ່ສວຍໂອກາດໃຊ້ໜ້າທີ່ຕຳແໜ່ງໄປໃນທາງທີ່ບໍ່ດີ, ນີ້ຄືວິທີການທີ່ສຶກສາອົບຮົມຄົນໄດ້ດີທົບຫຼາຍເທົ່າເອົາທິດສະດີເຂົ້າຫົວທັງສາງປຶ້ມ. ພ້ອມດຽວກັນນັ້ນກໍໃຊ້ມາດຕະການທາງດ້ານກົດໝາຍຢ່າງເຂັ້ມງວດຕໍ່ຜູ້ທີ່ມີຄວາມຜິດຢ່າງຈິງຈັງ ບໍ່ລະເວັ້ນວ່າຜູ້ໃຫ່ຍ ຫຼື ຜູ້ນ້ອຍ. ຂັ້ນເທິງຕ້ອງ “ແກ້ຜູ້ທີ່ບໍ່ຢາກແກ້, ແກ້ຜູ້ທີ່ບໍ່ກ້າແກ້”.