ແກ້ຕົນເອງເປັນສິ່ງທີ່ງ່າຍກວ່າ ຈະໄປແກ້ຄົນອື່ນ
ໂດຍ: ລູກເມືອງພວນ
ພວກເຮົາເຄີຍຮູ້, ເຄີຍເຫັນມາແລ້ວ ທິດສະດີສຶກສາຄົນບົນມະຕິ, ຂໍ້ກຳນົດກົດໝາຍຕ່າງໆທີ່ຜ່ານມາ ສ່ວນຫຼາຍແມ່ນແນໃສ່ແກ້ຄົນອື່ນຫຼາຍກ່ວາ ທີ່ຈະແກ້ຕົວຕົນເອງ ແລະ ບໍ່ທັນເຄີຍເຫັນມະຕິໃດທີ່ແນໃສ່ແກ້ຕົນເອງ.
ການທີ່ເລັ່ງແກ້ຄົນອື່ນ, ໂດຍບໍ່ເລັ່ງແກ້ຕົນເອງກ່ອນເປັນເລື່ອງທີ່ຝືນກົດເກນ ແລະ ບໍ່ສາມາດທີ່ຈະເປັນໄປໄດ້. ບໍ່ຕ່າງຫຍັງກັບຄຳບູຮານທີ່ວ່າ: ‘ນົກເຄົ້າທ້ວງຕາແມ່’ ທັງໆທີ່ຕາຕົນຕົນເອງກໍຍັງໃຫ່ຍຢູ່ ແລ້ວໄປທ້ວງວ່າຕາແມ່ໃຫຍ່, ອັນນັ້ນ ບໍ່ຕ່າງຫຍັງກັບວ່າຕົນເອງທ້ວງຕົນເອງ ແລະ ໃນທີ່ສຸດແມ່-ລູກກໍທ້ວງກັນໄປ ທ້ວງກັນມາເປັນເລື່ອງທີ່ບໍ່ຮູ້ສິ້ນສຸດເປັນ. ກໍບໍ່ຕ່າງຫຍັງກັບຜູ້ທີ່ເຮັດມະຕິນັ້ນ ມະຕິນີ້ ອອກມາເພື່ອຫ້າມປາມຄົນອື່ນບໍ່ໃຫ້ສໍ້ລາດບັງຫຼວງ, ຫ້າມການຮັບສິນບົນ, ຫ້າມຍັກຍອກສໍ້ໂກງ ເອົາຊັບສິນ ເງິນທອງຂອງລັດ ແລະ ລວມໝູ່ ມາເປັນຂອງຕົນເອງແຕ່ບໍ່ເຄີຍອອກກົດເພື່ອຫ້າມຕົນເອງ, ຫ້າມຄົນອື່ນໄດ້ ແຕ່ຕົນເອງຊໍ້າພັດເປັນຜູ້ກະທຳເສຍເອງ. ບໍ່ຕ່າງຫຍັງໃນຄອບຄົວໜຶ່ງພໍ່ແມ່ບອກໃຫ້ລູກເປັນຄົນຄຳຮູ້ຜູ້ດີ ແຕ່ພໍ່ແມ່ບໍ່ເປັນແບບຢ່າງຜິດຖຽງກັນ, ຕີກັນຢູ່ທຸກມື້, ຫຼີ້ນເບ້ຍເຈ້ຍໄພ້, ດື່ມເຫຼົ້າ ດື່ມເບຍເປັນປະຈຳ, ແລ້ວລອງຄຶດເບິ່ງວ່າລູກເຂົາຈະເປັນຄົນດີໄດ້ຈັ່ງໃດ. ດີແລ້ວ ທີ່ລູກເຂົາບໍ່ເວົ້າໃຫ້ພໍ່-ແມ່ຄືນ.
ນັກສຶກສາສາດຄົນໜຶ່ງກ່າວໄວ້ວ່າ: ທິດສະດີການສຶກສາຈະສູງເດັ່ນປານໃດກໍຕາມ ກໍຍັງບໍ່ທໍ່ການສຶກສາດ້ວຍຄວາມເປັນແບບຢ່າງ, ການສຶກສາດ້ວຍຄວາມເປັນແບບຢ່າງແມ່ນການສຶກສາທີ່ດີເລີດທີ່ສຸດ ແລະ ໄດ້ຜົນທີ່ສຸດ.
ເຖິງເວລາແລ້ວທີ່ພວກເຮົາຄວນເລັ່ງແກ້ຕົນເອງກ່ອນ, ກ່ອນທີ່ຈະໄປແກ້ຄົນອື່ນ, ຖ້າຕົນເອງແກ້ຕົນເອງບໍ່ທັນໄດ້ຢ່າຟ້າວໄປແກ້ຄົນອື່ນ, ຢ່າທ້ວງຕີນຂັ້ນໄດເຮືອນຄົນອື່ນເປື້ອນ, ໃນເມື່ອຕີນຂັ້ນໄດເຮືອນຕົນເອງຍັງຮົກເຮື້ອຢູ່. ຢຸດຕິໄດ້ແລ້ວຄຳທີ່ວ່າ: ‘ໄກ່ເຫັນຕີນງູ, ງູເຫັນຕີນໄກ່’ ແລະ ທ້ວງກັນໄປ-ມາ ບໍ່ມີມື້ສິ້ນສຸດ. ຖ້າບໍ່ດັ່ງນັ້ນ, ປະເທດຊາດຈະຫຼົ້ມຈົມໂດຍບໍ່ຕ້ອງສົງໄສ ແລະ ຈະສວາຍເກີນແກ້.