ປັບປຸງຄຸນນະພາບການສຶກສາຄວນເລັ່ງໃສ່ 2 ດ້ານນີ້ເປັນຫຼັກ: ຄຸນນະພາບວິຊາສະເພາະ, ວິຊາການ ແລະ ຈີດໃຈຮັກຊາດ
ໂດຍ: ລູກເມືອງພວນ
ເຖິງແມ່ນວ່າ ໄລຍະຜ່ານມາ ຂະແໜງການສຶກສາໄດ້ມີຄວາມພະຍາຍາມ ປັບປຸງຄຸນນະພາບການສຶກສາໃຫ້ດີຂຶ້ນເປັນກ້າວໆກໍຕາມ ແຕ່ໃນນາມສ່ວນຕົວສັງເກດເຫັນວ່າ: ຍັງແລ່ນນຳຫຼັກສູດການຮຽນ-ການສອນເປັນໃຫ່ຍ ເພາະຄົນສ່ວນຫຼາຍເຂົ້າໃຈວ່າ: ຄຸນນະພາບການສຶກຕໍ່າ ແມ່ນຍ້ອນຫຼັກສູດການຮຽນ-ການສອນອ່ອນ(ບໍ່ແຂງ). ຍ້ອນຄວາມເຂົ້າໃຈດັ່ງກ່າວ ໄລຍະຜ່ານມາກະຊວງສຶກສາຈຶ່ງເລັ່ງປັບປຸງຫຼັກສູດການຮຽນ-ການສອນຢູ່ຕະຫຼອດເວລາ ເພື່ອຍົກລະດັບຫຼັກສູດໃຫ້ສູງຂຶ້ນ, ຫວັງໃຫ້ຄຸນນະພາບການສຶກສາສູງຂຶ້ນ.
ທີ່ຈິງແລ້ວ, ອັນນັ້ນ ແມ່ນຄວາມເຂົ້າໃຈຜິດພາດທີ່ສຸດ, ນັ້ນມັນພຽງແຕ່ເປັນສາເຫດປາຍຂອງບັນຫາ. ບັນຫາທີ່ແທ້ຈິງ ແລະ ກົກຂອງມັນແທ້ໆ ແມ່ນຢູ່ທີ່ ຄວາມເຂົ້າໃຈເລິກເຊິ່ງເຖິງຖອງແກນຂອງບັນຫາ, ການກຳແໜ້ນຄວາມຮູ້ວິຊາສະເພາະ, ຄວາມເລິກເຊິ່ງ ແລະ ຄວາມສຳນານທາງດ້ານວິທະຍາສາດ, ວິຊາການ ແລະ ວິທີການສົ່ງຄວາມຮູ້ທີ່ດີຂອງຜູ້ເປັນຄູ. ຖ້າຜູ້ເປັນຄູກຳວິຊາສະເພາະຂອງຕົນບໍ່ເລິກ, ບໍ່ແໜ້ນ ການສິດສອນກໍບໍ່ມີຄຸນນະພາບ, ນັກຮຽນກໍຈະອ່ອນຕາມ. ຜູເປັນຄົນກຳເນື້ອໃນວິທະຍາສາດວິຊາສະເພາະຂອງຕົນບໍ່ເຕັມຮ້ອຍ ເວລາສົ່ງຄວາມຮູ້ໃຫ້ນັກຮຽນກໍຈະເຮ່ຍໄປອີກ. ຕົວຢ່າງ: ຄວາມຮູ້ເຕັມ 100% ແຕ່ຜູ້ເປັນຄູກຳໄດ້ພຽງ 70%, ເວລາໄປສົ່ງຄວາມຮູ້ຕໍ່ກໍຈະຕົກເຮ່ຍໄປ, ນັກຮຽນກຳໄດ້ 50% ຖືວ່າດີແລ້ວ ຍັງບໍ່ທັນເວົ້າກໍລະນີຂີ້ຮ້າຍກ່ວານັ້ນ.
ຍ້ອນເຫດຜົນດັ່ງກ່າວ, ການປັບປຸງຫຼັກສູດການຮຽນ-ການສອນ ບໍ່ແມ່ນວ່າບໍ່ດີ ແຕ່ສິ່ງສຳຄັນບໍ່ຄວນປັບປຸງຢູ່ຕະຫຼອດເວລາ ເພາະມັນບໍ່ແມ່ນສາເຫດຫຼັກຂອງບັນຫາ, ບໍ່ແມ່ນສາເຫດຕົ້ນຕໍພາໃຫ້ຄຸນນະພາບການສຶກສາອ່ອນ ຫຼື ບໍ່ອ່ອນ ແຕ່ຫາກຄວນເລັ່ງປັບປຸງ, ບຳລຸງຄວາມຮູ້ວິທະຍາສາດ, ວິທະຍາການຂອງຜູ້ເປັນຄູໃຫ້ເລິກເຊິ່ງ, ໜັກແໜ້ນອີຫຼີ…
ຍົກສູງຄຸນນະພາບຂອງຜູ້ເປັນຄູດ້ວຍວິທີໃດ? ດ້ວຍວິທີ ບຳລຸງເພີ່ມ, ຍົກລະດັບເພີ່ມໃນແຕ່ລະປີ, ຈັດຕັ້ງການສອນຕົວແບບ, ວາງມາດຕະການແຂ່ງຂັນຊີງລາງວັນ, ຊີງນາມມະຍົດຄູດີເດັ່ນ, ຍົກລະດັບຊັ້ນ, ຂັ້ນເງິນເດືອນ ແລະ ໜ້າທີ່ຕຳແໜ່ງຂອງຜູ້ເປັນຄູໃຫ້ເປັນຂະບວນການຟົດຟື້ນ ຕິດພັນກັບຄຳຂວັນທີ່ວ່າ: “ຮັກຊາດ ແລະ ພັດທະນາ”. ອັນນັ້ນ ຄືຢາກະຕຸ້ນໃຫ້ຄູອາຈານມີຈິດໃຈພັດທະນາຄວາມຮູ້ຄວາມສາມາດຂອງຕົນຂຶ້ນຢ່າງບໍ່ຢຸດຢັ້ງ.
ດ້ານທີສອງຂອງຄຸນນະພາບການສຶກສາ, ນອກຈາກດ້ານຄວາມຮູ້ວິທະຍາສາດ, ວິທະຍາການແລ້ວ, ມາດຖານດ້ານໜຶ່ງອີກທີ່ບໍ່ສາມາດຈະມອງຂ້າມໄດ້ນັ້ນກໍຄື ດ້ານຄຸນສົມບັດສິນທຳປະຕິວັດ ແລະ ນໍ້າໃຈຮັກຊາດຂອງນັກຮຽນ. ສອງດ້ານນີ້ ມີຄວາມຕິດພັນກັນຢ່າງສະໜິດແໜ້ນ ຈະຂາດດ້ານໃດດ້ານໜຶ່ງບໍ່ໄດ້ເດັດຂາດ. ປະທານ ໂຮິຈິມິນສັ່ງສອນໄວ້ວ່າ: “ ຄົນທີ່ມີຄວາມຮູ້ ແຕ່ບໍ່ມີຄຸນສົມບັດ ໃຊ້ການບໍ່ໄດ້, ຄົນທີ່ມີຄຸນສົມບັດດີ ແຕ່ຂາດຄວາມຮູ້ ເຮັດວຽກຫຍັງກໍຍາກ” ຫຼື “ໄມ້ຄົດເອົາໄວ້ເຮັດຂໍ, ເຫຼັກງໍເອົາໄວ້ເຮັດກ່ຽວ, ຄົນຄົດລ້ຽວເອົາໄວ້ບໍ່ມີປະໂຫຍດຫຍັງ”.
ສຶກສາຄຸນສົມບັດສິນທຳປະຕິວັດ ແລະ ນໍ້າໃຈຮັກຊາດໃຫ້ນັກຮຽນໄດ້ດ້ວຍວິທີໃດ? ເວົ້າເລື່ອງນີ້ ມັນບໍ່ຕາຍຕົວສະເພາະແຕ່ວີທີການໃດວິທີການໜຶ່ງ ມັນຂຶ້ນຢູ່ກັບຫຼາຍວິທີການ, ຫຼາຍຮູບແບບທີ່ແຕກຕ່າງກັນໄປ. ແຕ່ໃນທັດສະນະຂອງຜູ້ຂຽນເຫັນວ່າ: ເນື້ອໃນທີ່ຈະນຳເອົາມາສຶກສາອົບຮົມຄຸນສົມບັດສິນທຳປະຕິວັດ ແລະ ນໍ້າໃນຮັກຊາດໃຫ້ເດັກໄດ້ດີທີ່ສຸດ ກໍຄືສຶກສາ ແລະ ສິດສອນປະຫວັດສາດການກຳເນີດຊາດລາວ, ການຕໍ່ສູ້ກູ້ເອກກະລາດ, ອິດສະຫຼະພາບ ອະທິປະໄຕ ຂອງບັນພະບູລຸດລາວ ໃຫ້ເດັກຮັບຮູ້ຢ່າງເລິກເຊິ່ງເຖິງຖອງ, ເຫັນໄດ້ມູນເຊື້ອການຕໍ່ສູ້ສັດຕູຜູ້ຮຸກຮານຂອງຊາດລາວ ພ້ອມກັບອະລິຍະທຳ ປະຫວັດສາດ ແລະ ວັດທະນະທຳຂອງຊາດ…
ພວກເຮົາຄວນປັບປຸງຄຸນນະພາບຂອງຜູ້ເປັນຄູໃຫ້ຫຼາຍໆ ກ່ວາການປັບປຸງຫຼັດສູດການຮຽນ-ການສອນ ກ່ອນທີ່ ຄຸນນະພາບພາບການສຶກສາລາວຈະຫຼ້າສວາຍເກີນໄປ. ເຮົາຕ້ອງເບິ່ງບັນຫາ ແລະ ສາເຫດຕົ້ນເຫດຂອງບັນຫາໃຫ້ອອກ ແລະ ໃຫ້ຖືກຈຸດ, ເວລາເກົາຈຶ່ງຈະຖືກຈຸດ ປັບປຸງຈຶ່ງຖືກບ່ອນ, ຄຸນນະພາບຈຶ່ງຈະກ້າວໄກ. ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຄີຍກ່າວໄວ້ວ່າ: “ຢາກພັດທະນາປະເທດຊາດໃຫ້ມີຄວາມກ້າວໜ້າ ຕ້ອງພັດທະນາຄົນ ເພາະວ່າຄົນເປັນກຳລັງແຮງຂັບເຄື່ອນໃນການພັດທະນາປະເທດຊາດ ແລະ ຢາກໄດ້ຊັບພະຍາກອນມະນຸດທີ່ດີ ຕ້ອງມີລະບົບການສຶກສາທີ່ດີ, ມີການປະຕິຮູບ ແລະ ການປ່ຽນແປງໃຫ້ທັນຍຸກທັນສະໄໝ”.