ພະຍາດຄືໜຶ່ງໃນສິ່ງທ້າທາຍຂ້າຄົນລາວໃນແຕ່ລະປີ
ໂດຍ: ທິດກໍ່າ
ກ່າວເຖິງເຊື້ອພະຍາດບາດເຍົາທີ່ພວມທ້າທາຍມວນມະນຸດໃນໂລກນີ້ ມັນກໍມີຫລາຍຊະນິດຈົນບໍ່ສາມາດພັນລະນາໄດ້ຢ່າງຄົບຖ້ວນ. ດັ່ງໃນປີຜ່ານມາ ກໍຄືໃນສະພາບປັດຈຸບັນ ເຊື້ອພະຍາດທີ່ມາທຳລາຍຊີວິດອິນຊີຂອງຄົນເຮົາ ແລະ ລະບົບເສດຖະກິດ-ສັງຄົມຂອງໂລກ ກໍແມ່ນເຊື້ອພະຍາດສາຍພັນໃໝ່ໂຄວິດ-19. ຫລ້າສຸດມາຮອດວັນທີ 6 ກັນຍາ 2020 ໄດ້ມີຄົນທົ່ວໂລກຕິດເຊື້ອໂຄວິດ-19 ເຖິງ 26.775.656 ຄົນ, ເສຍຊີວິດໄປແລ້ວ 879.694 ຄົນ, ສາມາດປິ່ນປົວໃຫ້ຫາຍດີ 18.950.726 ຄົນ. ບັນດາປະເທດທີ່ຍັງຄອງສະຖິຕິຄົນຕິດເຊື້ອຫລາຍກວ່າໝູ່ກໍແມ່ນປະເທດສະຫະລັດອາເມລິກາມີເຖິງ 6.390.176 ຄົນ. ອັນດັບສອງຮອງລົງມາກໍແມ່ນປະເທດເບຣຊິນມີ 4.091.801 ຄົນ, ເສຍຊີວິດໄປແລ້ວ 125.584 ຄົນ, ປິ່ນປົວດີ 3.278.243 ຄົນ. ສ່ວນອັນດັບສາມກໍແມ່ນປະເທດອິນເດຍມີຜູ້ຕິດເຊື້ອເຖິງ 4.034.339 ຄົນ, ເສຍຊີວິດ 69.749 ຄົນ ແລະ ສາມາດປິ່ນປົວໃຫ້ຫາຍດີ 3.112.669 ຄົນ.
ແຕ່ແນວໃດກໍຕາມ, ເມື່ອປຽບທຽບໃສ່ສະຖິຕິລະຫວ່າງຜູ້ຕິດເຊື້ອ, ຜູ້ເສຍຊີວິດກັບຜູ້ທີ່ປິ່ນປົວໃຫ້ຫາຍດີ ກໍຍັງເຫັນວ່າຜູ້ປິ່ນປົວດີມີຕົວເລກລື່ນຜູ້ທີ່ເສຍຊີວິດຕັ້ງຫລາຍທົບເທົ່າ. ສ່ວນວ່າ ສປປ ລາວເຮົາ ມາຮອດວັນທີ 6 ກັນຍາ 2020 ຍັງມີຜູ້ຕິດເຊື້ອຄົງເດີມ ຄືພຽງ 22 ຄົນ ສາມາດປິ່ນປົວໃຫ້ຫາຍດີ 21 ຄົນ ແລະ ຍັງນອນປິ່ນປົວຢູ່ໂຮງໝໍພຽງ 1 ຄົນ ຖືວ່າເປັນສະຖິຕິທີ່ຕໍ່າສຸດຂອງອາຊຽນ ແລະ ອາດເວົ້າໄດ້ວ່າເປັນອັນດັບທີ່ຕໍ່າສຸດຂອງໂລກກໍວ່າໄດ້. ໄປຄຽງຄູ່ກັບພະຍາດໂຄວິດ-19 ແລ້ວ, ສະເພາະຢູ່ ສປປ ລາວ ພວກເຮົາຍັງມີພະຍາດຊະນິດອື່ນໆທີ່ຍັງຝັງຮາກ, ທ້າທາຍ ແລະ ສັງຫານຄົນລາວແຕ່ລະເດືອນ, ແຕ່ລະປີເປັນຈຳນວນບໍ່ໜ້ອຍ ເປັນຕົ້ນພະຍາດໄຂ້ເລືອດອອກ ຫລືວ່າ ໄຂ້ຍຸງ ເຊິ່ງປີນີ້ມີຄົນຕິດເຊື້ອເຖິງ 1.000 ກວ່າຄົນ ແລະ ເສຍຊີວິດໄປແລ້ວຫລາຍລາຍ. ປະເພດທີສອງກໍແມ່ນເຊື້ອພະຍາດເອສໄອວີ ແລະ ພະຍາດເອດສ໌ ເຊິ່ງຜ່ານການຕິດຕາມມາແຕ່ປີ 1990 ມາຮອດປີ 2020 ມີຜູ້ຕິດເຊື້ອເຖິງ 14.460 ຄົນ ແລະ ໄດ້ເສຍຊີວິດໄປແລ້ວ 4.760 ຄົນ, ສ່ວນພະຍາດປະເພດທີສາມທີ່ພວມທ້າທາຍຂ້າຄົນຕາຍຢ່າງອານາດປະຈຳວັນກໍແມ່ນພະຍາດມືນເມົາແລ້ວຂັບຂີ່ລົດ. ຕົວຢ່າງໃນເດືອນສິງຫາ 2020 ຜ່ານມາ ພຽງເດືອນດຽວຢູ່ນະຄອນຫລວງວຽງຈັນມີຄົນເສຍຊີວິດເຖິງ 68 ຄົນຍ້ອນອຸປະຕິເຫດໃນທ້ອງຖະໜົນ ເຊິ່ງມີຈຳນວນເຖິງ 568 ຄັ້ງ.
ທາງກົມໃຫຍ່ຕຳຫລວດຍັງແຈ້ງຕື່ມອີກວ່າ: ສາເຫດຫລັກໆກໍແມ່ນຕາຍຍ້ອນດື່ມສິ່ງມືນເມົາ ແລະ ຂັບຂີ່ລົດໄວເກີນກຳນົດ. ຈາກສະຖິຕິທີ່ໄດ້ກ່າວມານີ້ ພວກເຮົາພາກັນມາຄິດໄລ່ ແລະ ບວກລົບຄູນຫານເບິ່ງວ່າໃນປີໜຶ່ງທົ່ວປະເທດຄົນລາວອາດຕາຍຍ້ອນອຸປະຕິເຫດຫລາຍຮ້ອຍຫລາຍພັນຄົນໃນທົ່ວປະເທດ. ນີ້ຄືຜົນຮ້າຍຂອງໂຣຄາພະຍາດທີ່ມັນຍັງລອຍນວນ ແລະ ຝັງຮາກຢູ່ໃນປະເທດເຮົາ ເຊິ່ງໄທເຮົາເຈົ້າຂ້ອຍຕ້ອງໄດ້ພ້ອມກັນຄິດ ແລະ ພ້ອມກັນແກ້.
ຕໍ່ສະພາບຄວາມເປັນຈິງ ການແຜ່ລະບາດຂອງພະຍາດ, ໂຣກລະບາດ ນັບທັງອຸປະຕິເຫດຕ່າງໆທີ່ໄດ້ເກີດຂຶ້ນນີ້ ມັນເປັນການສູນເສຍຊີວິດອິນຊີຂອງພົນລະເມືອງໃນແຕ່ລະປີຢ່າງຫລວງຫລາຍ. ນອກຈາກສູນເສຍພົນລະເມືອງແລ້ວ ຍັງສູນເສຍກຳລັງການຜະລິດ, ເສດຖະກິດ-ສັງຄົມຂອງປະເທດຢ່າງໃຫຍ່ຫລວງ. ຕົວຢ່າງນັບແຕ່ພະຍາດໂຄວິດ-19 ໄດ້ລະບາດຂຶ້ນໃນໂລກລາວເຮົາຕ້ອງສູນເສຍລາຍຮັບຈາກການທ່ອງທ່ຽວເຖິງ 500 ລ້ານໂດລາສະຫະລັດ. ນອກຈາກນັ້ນ ພາກທຸລະກິດ-ບໍລິການໃນທຸກຂະແໜງການຕ້ອງປະສົບບັນຫາຫລຸດຖອຍ ແລະ ເຈັ້ງໄປຕາມໆກັນ. ຖ້າຫາກໂຣຄາພະຍາດຊະນິດຕ່າງໆຍັງບໍ່ມີທ່າທີຫລຸດຜ່ອນ ຫລື ຫາຍໄປຈາກປະເທດຂອງພວກເຮົາ ກໍຍິ່ງທຸກຊ້ຳເຕີມຫລຸດຖອຍລົງເລື້ອຍໆ.
ເຖິງຢ່າງໃດກໍດີ, ອີງໃສ່ແນວທາງຂອງພັກ ແລະ ລັດຖະບານວາງອອກ ເພື່ອແກ້ໄຂຜົນກະທົບໃນໄລຍະສັ້ນ ແລະ ໄລຍະຍາວ ພວກເຮົາກໍພໍມີທາງອອກຄື: ພ້ອມກັນເຄັ່ງຂັດປະຕິບັດມາດຕະການຜ່ອນຜັນການຕ້ານໂຄວິດ-19 ທີ່ທາງລັດຖະບານວາງອອກ. ອັນສອງມາຕ້ອງຊຸກຍູ້ ແລະ ສົ່ງເສີມການຜະລິດ, ການບໍລິການຢູ່ພາຍໃນໃຫ້ແຂງແຮງ ບໍ່ວ່າໃນດ້ານການຜະລິດກະສິກຳ, ອຸດສາຫະກຳຂະໜາດນ້ອຍ, ຂະໜາດກາງ ເພື່ອເພິ່ງຕົນເອງ, ກຸ້ມຕົນເອງເທື່ອລະກ້າວ. ໄປຄຽງຄູ່ກັນນັ້ນ ກໍຕ້ອງໄດ້ວາງບັນດາມາດຕະການໃນການຕ້ານໂຣຄາພະຍາດທີ່ມັນເກີດຂຶ້ນຢູ່ບ້ານເຮົາໃຫ້ເດັດຂາດ ເໝືອນດັ່ງບົດຮຽນພວກເຮົາຕ້ານໂຄວິດ-19. ຖ້າບໍ່ດັ່ງນັ້ນ ການຕາຍຍ້ອນພະຍາດອື່ນໆມັນຈະແຊກແຊງຍືນຍົງຄົງຕົວລາມພະລາມຈົວດັ່ງທີ່ເຫັນໃນປັດຈຸບັນ.