ຂ່າວດ່ວນ ! ນາຍົກລັດຖະມົນຕີ ຊິນໂຊອາເບະ ລາຕຳແໜ່ງແລ້ວຍ້ອນບັນຫາສຸຂະພາບ


ຂ່າວຈາກ Zing, ວັນທີ 28 ສິງຫານີ້ລາຍງານໃຫ້ຮູ້ວ່າ: ທ່ານນາຍົກລັດຖະມົນຕີ ຊິນໂຊອາເບະ ຂອງຍີ່ປຸ່ນໄດ້ຕັດສິນໃຈລາອອກຈາກຕຳແໜ່ງແລ້ວຍ້ອນບັນຫາສຸຂະພາບຂອງທ່ານເອງ.
ຄາດວ່າທ່ານຈະຈັດກອງປະຊຸມຖະແຫຼງຂ່າວໃນວັນທີ 28 ນີ້ ເພື່ອຊີ້ແຈງເຫດຜົນລາອອກຈາກໜ້າທີ່ຂອງທ່ານ ແລະ ໃນວັນດຽວກັນທ່ານກໍໄດ້ພົບປະກັບພັກກຳອຳນາດຂອງທ່ານແລ້ວ.
ຂ່າວລືວ່າທ່ານຈະລາອອກຈາກຕຳແໜ່ງມີຂຶ້ນກ່ອນໜ້ານີ້ແລ້ວ, ພາຍຫຼັງວັນທີ 17 ສິງຫາທ່ານໄດ້ໄປໂຮງໝໍມະຫາວິທະຍາໄລ Keio ຢູ່ໃນTokyo ແລະ ໄດ້ປິ່ນປົວຢູ່ທີ່ນັ້ນເປັນເວລາ 7 ຊົ່ວໂມງເຄິ່ງ. ຫຼັງຈາກນັ້ນ ວັນທີ 24 ສິງຫາ ທ່ານກໍກັບຄືນໄປໂຮງໝໍດັ່ງກ່າວນັ້ນອີກ ແລະ ປິ່ນປົວຢູ່ທີ່ນັ້ນເປັນເວລາ 3 ຊົ່ວໂມງເຄິ່ງ.
ຜ່ານການກວດສຸຂະພາບ ບັນດາທ່ານໝໍໃຫ້ຮູ້ວ່າ: ທ່ານ ອາເບະ ເປັນພະຍາດລຳໄສ້ອັກເສບ. ສະນັ້ນ, ທ່ານຈຶ່ງໄດ້ລາອອກເພື່ອບໍ່ເປັນການກີດຂວາງການເຄື່ອນໄຫວທາງການເມືອງຂອງຍີ່ປຸ່ນ.
ທ່ານ Taro Aso ຮອງນາຍົກລັດຖະມົນຕີ ໄດ້ກາຍເປັນຜູ້ວ່າການນາຍົກລັດຖະມົນຕີແທນທ່ານ ອາເບະ ຊຶ່ງວາລະຂອງທ່ານຈະສິ້ນສຸດລົງໃນເດືອນກັນຍາ 2021.
ປີ 2006 ທ່ານໄດ້ກາຍເປັນນາຍົກລັດຖະມົນຕີໜຸ່ມທີ່ສຸດໃນບັນດານາຍົກລັດຖະມົນຕີຂອງຍີ່ປຸ່ນນັບຕັ້ງແຕ່ສົງຄາມໂລກຄັ້ງທີ່ 2 ເປັນຕົ້ນມາ ແລະ ທ່ານໄດ້ລາອອກຈາກຕຳແໜ່ງໃນປີ 2007 ພາຍຫຼັງເປັນນາຍົກໄດ້ 366 ວັນ ແລະ ປີ 2012 ທ່ານໄດ້ກັບມາເປັນນາຍົກລັດຖະມົນຕີອີກຄັ້ງ ຈົນເຖິງປັດຈຸບັນ.
ຂ່າວ: ລູກເມືອງພວນ.