ລະວັງຂີ້ເຫຍື້ອຈະລົ້ນ


ເມື່ອຕົ້ນເດືອນກຸມພາ 2019 ຜ່ານມາ, ອົງການສະຫະປະຊາຊາດ (ສປຊ) ໄດ້ແຈ້ງເຕືອນໄພກ່ຽວກັບບັນຫາຂີ້ເຫຍື້ອເອເລັກໂຕຣນິກ ທີ່ກຳລັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງມວນມະນຸດ, ເພາະຂີ້ເຫຍື້ອປະເພດນີ້ ມີສານພິດທີ່ເປັນອັນຕະລາຍຮ້າຍແຮງກວ່າຂີ້ເຫຍື້ອທົ່ວໄປ ພ້ອມໆກັບຄຳຮຽກຮ້ອງໃຫ້ທຸກໆປະເທດໃນໂລກນຳເອົາມາດຕະການທີ່ຈຳເປັນເພື່ອແກ້ໄຂບັນຫາຂີ້ເຫຍື້ອປະເພດນີ້ ແລະ ອົງການ ສປຊ ກໍໄດ້ຊີ້ໃຫ້ເຫັນວ່າໃນປີ 2018 ຜ່ານມາ ທົ່ວໂລກ ໄດ້ຜະລິດຂີ້ເຫຍື້ອເອເລັກໂຕຣນິກອອກປະມານ 48,5 ລ້ານໂຕນ, ແຕ່ສາມາດແປຮູບເພື່ອນຳມາໃຊ້ຄືນໃໝ່ໄດ້ພຽງ 20% ເທົ່ານັ້ນ, ສ່ວນເຫຼືອນັ້ນໄດ້ຖືກຖິ້ມໄປຢ່າງຊະຊາຍ ແລະ ຕໍ່ບັນຫານີ້ອົງການ ສປຊ ຍັງໄດ້ຄາດຄະເນໄວ້ວ່າ: ພາຍໃນປີ 2050 ຈຳນວນຂີ້ເຫຍື້ອເອເລັກໂຕຣນິກຈະເພີ່ມຂຶ້ນເຖິງ 120 ລ້ານໂຕນ, ຈາກອຸປະກອນເອເລັກໂຕຣນິກທີ່ໝົດຄຸນ ເຊັ່ນ: ໂທລະສັບມືຖື, ເຄື່ອງຄອມພິມເຕີ, ໂທລະພາບ, ຕູ້ເຢັນ, ຈັກຊັກເຄື່ອງ, ແອເຢັນ ແລະ ອື່ນໆ ຄາດກັນວ່າຈຳນວນໂທລະສັບມືຖື ຄອມພິວເຕີ ກໍຄື ອຸປະກອນເອເລັກໂຕຣນິກ ທີ່ໃຊ້ໃນຄົວເຮືອນທີ່ໄດ້ກາຍເປັນຂີ້ເຫຍື້ອໃນທົ່ວໂລກນັ້ນ ມີມູນຄ່າເທົ່າໆກັບຈີດີພີຂອງປະເທດ ກົດສະຕາຣິກາ ໂຄຼເອຊີ ຫຼື ຕັງຊານີ ລວມເຂົ້າກັນ ດັ່ງນັ້ນ ສປຊ ຈຶ່ງຖືວ່າຂີ້ເຫຍື້ອເອເລັກໂຕຣນິກ ເປັນບັນຫາທ້າທາຍຂອງມວນມະນຸດ ທີ່ຕ້ອງໄດ້ຮ່ວມກັນແກ້ໄຂຢ່າງຈິງຈັງ.
ທີ່ຫວຽດນາມ: ມີຂ່າວໃນທ້າຍເດືອນພຶດສະພາ 2019 ຜ່ານມາວ່າ: ປະຊາຊົນຫວຽດນາມ ໄດ້ໃຫ້ການຮ່ວມມືກັບທາງການໃນການກຳຈັດຂີ້ເຫຍື້ອເປັນຢ່າງດີ ຄື: ບໍ່ຖິ້ມຂີ້ເຫຍື້ອຊະຊາຍໝາຍວ່າຕ້ອງ ແຕ່ຖິ້ມລົງຖັງທີ່ຈັດວາງໄວ້ ພ້ອມແຍກປະເພດຂີ້ເຫຍື້ອເພື່ອສາມາດນຳມາໃຊ້ໃໝ່ໄດ້ (ຣີໄຊເກິນ) ແລະ ເພື່ອງ່າຍໃນການກຳຈັດ ປະຊາຊົນຫວຽດນາມ ມີສະຕິບໍ່ຖິ້ມຂີ້ເຫຍື້ອລົງທະເລ ກໍຄື ແຫຼ່ງນ້ຳ ຢ່າງເຂັ້ມງວດແລ້ວ, ແຕ່ຖ້າເບິ່ງຕາມພາບລວມແລ້ວ ຫວຽດນາມ ຍັງຕ້ອງໄດ້ເຮັດເສິກໃຫຍ່ເພື່ອກຳຈັດຂີ້ເຫຍື້ອທີ່ມີຈຳນວນຫຼວງຫຼາຍນີ້, ຍົກຕົວຢ່າງ: ຢູ່ເມືອງຍາຈາງ ແຫຼ່ງທ່ອງທ່ຽວແຄມທະເລທີ່ລືຊື່ແຫ່ງໜຶ່ງຂອງປະເທດ, ຊຶ່ງແຕ່ລະປີມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດມາທ່ຽວຢູ່ບໍ່ຂາດໄລຍະນັ້ນ ກໍຍັງມີບັນຫາໜັກໃຈເລື່ອງຂີ້ເຫຍື້ອ.
ຂ່າວບອກວ່າ: ເມືອງແຫ່ງນີ້ໄດ້ສ້າງຂີ້ເຫຍື້ອປະເພດປລາສະຕິກອອກມາມື້ໜຶ່ງ ບໍ່ຕ່ຳກວ່າ 1 ໂຕນ, ຂີ້ເຫຍື້ອເລົ່ານີ້ມາຈາກຄົວເຮືອນ ຈາກກິດຈະການການປະມົງ ແລະ ອຸດສາຫະກຳທ່ອງທ່ຽວ ແຕ່ລະວັນພະນັກງານຕ້ອງໄດ້ເກັບກວາດຂີ້ເຫຍື້ອທີ່ຢັ່ງຢາຍຕາມແຄມຝັ່ງ ແລະ ລອຍຢູ່ຕາມໜ້ານ້ຳທະເລເປັນຈຳນວນບໍ່ໜ້ອຍ.
ຢູ່ລາວພວກເຮົາ ໂດຍສະເພາະແມ່ນໃນກະໂຕນະຄອນຫຼວງວຽງຈັນນີ້ ຈຳນວນຂີ້ເຫຍື້ອທີ່ສະສົມແຕ່ລະວັນນັ້ນມີລະຫວ່າງ 500-600 ໂຕນ ແຕ່ສາມາດເກັບມ້ຽນໄດ້ພຽງປະມານເຄິ່ງໜຶ່ງເທົ່ານັ້ນ ສ່ວນຈຳນວນຄົວເຮືອນທີ່ໃຊ້ການບໍລິການເກັບມ້ຽນຂີ້ເຫຍື້ອກໍມີພຽງ 27% ສ່ວນອີກ 73% ນັ້ນບໍ່ນຳໃຊ້ ໝາຍຄວາມວ່າກຳຈັດຂີ້ເຫຍື້ອເອົາເອງ ດ້ວຍວິທີທີ່ນີ້ແມ່ນບໍ່ຮັບປະກັນ.
Vientiane Mai