ສື່ມວນຊົນລາວຕ້ອງຫ້າວຫັນທັນຍຸກ
ໂດຍ: ທິດກໍ່າ
ການສະເຫລີມສະຫລອງວັນສ້າງຕັ້ງສື່ມວນຊົນລາວ ຄົບຮອບ 70 ປີ (13/8/1950-13/8/2020) ຫາກໍຜ່ານພົ້ນໄປບໍ່ພໍເທົ່າໃດວັນ. ຖືວ່າປີນີ້ເປັນການສະເຫລີມສະຫລອງໃຫຍ່ໂຕພໍສົມຄວນ ຍ້ອນວ່າມີອາຍຸຄົບຮອບ 70 ປີ. ໂອກາດງານໂຮມຊຸມນຸມສະເຫລີມສະຫລອງຄັ້ງນີ້, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກໍໄດ້ເປັນກຽດເຂົ້າຮ່ວມ ແລະ ມີຄຳເຫັນຝາກໄວ້ນຳວົງການສື່ມວນຊົນລາວ ກໍຄືນັກສື່ມວນຊົນພວກເຮົາທັງຫລາຍວ່າ: “ສື່ມວນຊົນແມ່ນເປັນຜູ້ປາກອອກແສງ, ຜູ້ທີ່ແທງເຖິງໃຈ, ຜູ້ສະດຸ້ງໄວເມື່ອໄດ້ອ່ານ, ຜູ້ທີ່ກ້າຜ່ານອຸປະສັກ, ຜູ້ທີ່ຮັກຄວາມຈິງ, ຜູ້ທີ່ຍິງຖືກເປົ້າ”, ສ່ວນຄຳຂວັນອື່ນໆທີ່ເປັນສາຍານາມແຕ່ໃດມາ ຄື: ສື່ມວນຊົນເປັນກະບອກສຽງຂອງຊົນຊັ້ນ ຫລືວ່າ ເປັນກະບອກສຽງຂອງຊາດ, ຂອງພັກ ແລະ ລັດຖະບານນັ້ນມັນກໍຍັງມີຄວາມໝາຍຕະຫລອດການ ນັບແຕ່ສະໄໝການຕໍ່ສູ້ກູ້ຊາດຈົນມາຮອດຍຸກສ້າງສາ ແລະ ພັດທະນາປະເທດຊາດ.
ແນວໃດກໍຕາມ, ກ່ຽວກັບຄຳຂວັນທີ່ຍ້ອງຍໍ, ຍົກຍ້ອງ ແລະ ໃຫ້ຄວາມສຳຄັນຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ກ່າວມານັ້ນ ກໍຍິ່ງເພີ່ມທະວີບົດບາດທາດແທ້ຂອງວຽກງານສື່ມວນຊົນໃຫ້ສູງເດັ່ນຂຶ້ນໃນຍຸກໃໝ່ທັນສະໄໝ ຫລືວ່າ ໃນຍຸກທີ່ມີການສ້າງສາພັດທະນາຢ່າງວ່ອງໄວຄືດັ່ງທຸກວັນນີ້. ພິເສດໃນຄຳຂວັນທີ່ທ່ານນາຍົກໄດ້ກ່າວມານັ້ນ ມັນກໍມີຄວາມໝາຍແປນທີ່ພວກເຮົາເຈົ້າຂ້ອຍນັກສື່ມວນຊົນທັງຫລາຍທຸກທ່ານ, ທຸກຄົນຕ້ອງໄດ້ຮັບຮູ້ເຖິງບົດບາດ ແລະ ໜ້າທີ່ຂອງຕົນຢ່າງຈະແຈ້ງ ບໍ່ຈຳເປັນຕ້ອງໄດ້ມາອະທິບາຍໄຈ້ແຍກແຈກແຖມແຕ່ລະຄຳສັບໃນປະໂຫຍກແບບກິໆກີໆອີກຕໍ່ໄປ. ເມື່ອຕັ້ງໂຈດກັນວ່າ ເພື່ອເຮັດໃຫ້ວົງການສື່ມວນຊົນເປັນໄປຕາມຄຳຂວັນຍົກຍ້ອງຂອງທ່ານນາຍົກລັດຖະມົນຕີກ່າວ ມານັ້ນ ພວກເຮົາຕ້ອງເຮັດແນວໃດ ? ແນ່ນອນມັນກໍຕ້ອງມີຫລາຍປັດໄຈ ແລະ ຫລາຍເງື່ອນໄຂມາກະທົບ ເປັນຕົ້ນດ້ານໜຶ່ງແມ່ນທຶນຮອນມາປັບປຸງແກ້ໄຂ ແລະ ພັດທະນາ. ໃນທຶນຮອນທີ່ກ່າວມານີ້ ກ່ອນອື່ນກໍຕ້ອງແມ່ນບຸກຄະລາກອນເປັນກົກ ມີທັງຄວາມຮູ້ຄວາມສາມາດທາງດ້ານສື່ແຕ່ລະປະເພດຢ່າງແນ່ນອນ ແລະ ຊຳນິຊຳນານ. ດ້ານສອງຕ້ອງມີພື້ນຖານວັດຖຸເຕັກນິກ ແລະ ວັດຖຸອຸປະກອນຮັບໃຊ້ທີ່ຈຳເປັນຢ່າງພຽງພໍຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານ ເພື່ອສ້າງເງື່ອນໄຂໃຫ້ສື່ມີການພັດທະນາຕົນເອງໄປຕິກໆ ຈາກຍຸກເກົ່າກ້າວໄປສູ່ຍຸກໃໝ່, ຈາກຍຸກນີ້ກ້າວໄປສູ່ຍຸກໜ້າຢ່າງບໍ່ຢຸດຢັ້ງ. ໃນຄວາມເປັນຈິງແລ້ວ ພາລະກິດຂອງສື່ມວນຊົນມັນກໍມີຫລາຍຂົງເຂດ ແລະ ມີການພົວພັນເຊື່ອມໂຍງກັບບັນດາຂະແໜງການອື່ນໆຢ່າງມີຈັງຫວະຈຶ່ງຈະເຮັດໃຫ້ສື່ມີການພັດທະນາກ້າວໄປໄກ. ສະເພາະພາລະກິດການສ້າງບຸກຄະລາກອນຂອງສື່ກໍຕ້ອງໃຫ້ມີຫລາກຫລາຍສີສັນ, ເປັນຄົນທີ່ມັກຮັກອາຊີບ, ມີຄວາມຮູ້ຄວາມສາມາດທີ່ແນ່ນອນ ທັງດ້ານປະລິມານ ແລະ ຄຸນນະພາບ. ການສະໜອງຂ່າວຄາວກໍຕ້ອງວ່ອງໄວທັນໃຈໄປຕາມສະພາວະຄວາມເປັນຈິງຂອງສະພາບການ ຫລື ເຫດການທີ່ມັນເກີດຂຶ້ນແຕ່ລະໄລຍະ. ຢາກເຮັດໄດ້ຕາມທີ່ວ່ານັ້ນ ມັນກໍຂຶ້ນກັບຕົວເຮົາເອງເປັນຜູ້ຕັດສິນ ແລະ ສ້າງມັນຂຶ້ນມາ ບົນພື້ນຖານປັດໄຈໃໝ່ໆ ແລະ ຮູບປະທຳຢ່າງຊັດເຈນ. ຕົວຢ່າງຕໍ່ຄຳຕຳໜິຕິຊົມຂອງຄົນໃນສັງຄົມທົ່ວໄປໄດ້ເວົ້າວ່າ: ສື່ລາວອອກຂ່າວຊັກຊ້າບໍ່ທັນກິນ ບໍ່ວ່າໃນໜັງສືພິມ, ວິທະຍຸ ແລະ ໂທລະພາບ ເຮັດໃຫ້ຄົນທັງຫລາຍບໍ່ຄ່ອຍສົນໃຈໃນການຕິດ ຕາມຂ່າວຄາວ. ອັນສອງມາກໍເປັນຂ່າວອັນເກົ່າທີ່ຄ້າຍຄືກັນ ສ່ວນຫລາຍເນັ້ນໜັກໃສ່ແຕ່ກອງປະຊຸມ, ຂ່າວງານລ້ຽງພົບປະສັງສັນ. ໃນທາງກົງກັນຂ້າມ ເວລາອອກຂ່າວເວົ້າຄວາມຈິງເຖິງປາກົດການຫຍໍ້ທໍ້ໄປ ແລ້ວ ພັດມີບັນຫາໄປກະທົບເຖິງຜູ້ໃຫຍ່ມີອຳນາດຂັດໃຈຍ້ອນຂາຍໜ້າເພິ່ນ, ເວົ້າຄວາມຈິງຫລາຍກໍກາຍເປັນຄວາມບໍ່ພໍໃຈໃຫ້ກັນທວງຖາມເຖິງສຳນັກຂ່າວ, ຈົນມີຄຳນາບຂູ່ອາຄາດບາດໝາງ ເຖິງຂັ້ນຈົ່ມວ່າສິຮ້ອງຟ້ອງພວກນັກຂຽນນັກຂ່າວ ຫລື ບາງກໍລະນີ ເພິ່ນກໍບໍ່ເຫັນຄວາມສຳຄັນກໍບໍ່ໃຫ້ການຮ່ວມມື ທັງປິດລັບບໍ່ໃຫ້ເຜີຍແຜ່ໂຄສະນາເຜີຍແຜ່ສິ່ງທີ່ດີ ແລະ ແກ້ໄຂສິ່ງເຮິະຮ້າຍ.
ເຖິງຢ່າງໃດກໍດີ, ມາຮອດຍຸກປັດຈຸບັນນີ້ ເຫັນວ່າວົງການສື່ມວນຊົນລາວໄດ້ມີການພັດທະນາເຕີບໃຫຍ່ໄປຫລາຍສົມຄວນແລ້ວ. ອັນສຳຄັນນອກຈາກມີໜັງສືພິມ, ວິທະຍຸ, ໂທລະພາບນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນແລ້ວ ຍັງມີສື່ອອນລາຍທີ່ເປັນສື່ໃໝ່ຂອງພາກລັດ ແລະ ເອກະຊົນຢ່າງກວ້າງຂວາງ. ສິ່ງດັ່ງກ່າວໄດ້ຕອບສະໜອງຄວາມຮຽກຮ້ອງຕ້ອງການໃຫ້ສັງຄົມບໍລິໂພກໄດ້ເປັນຢ່າງດີ. ປັດຈຸບັນ ວົງການສື່ອອນລາຍເປັນທີ່ຍອມຮັບ ແລະ ເປັນເປົ້າໝາຍບໍລິໂພກຂອງຄົນໃນທົ່ວສັງຄົມ ກໍຄືທົ່ວໂລກ. ສິ່ງສຳຄັນພຽງແຕ່ວ່າຜູ້ບໍລິໂພກຈະເລືອກໃຊ້ສື່ແນວໃດ, ປະເພດໃດທີ່ມີຄຸນຄ່າ ແລະ ມີຜົນປະໂຫຍດແກ່ຕົນເອງ ແລະ ປະເທດຊາດ.