ສານປະຊາຊົນແຂວງອຸດົມໄຊຕັດສິນປະຫານຊີວິດຜູ້ຄ້າຂາຍຢາເສບຕິດລາຍໃຫຍ່ 2 ຄົນ


ໃນວັນທີ 19 ມິຖຸນານີ້, ຄະນະສານອາຍາ ຂັ້ນຕົ້ນ ສານປະຊາຊົນ ແຂວງອຸດົມໄຊ ໄດ້ຕັດສິນປະຫານຊີວິດຜູ້ຄ້າຂາຍຢາເສບຕິດລາຍໃຫຍ່ 2 ຄົນ ຄືທ້າວ ຊາຍຄອນ ອາຍຸ 28 ປີ ຢູ່ບ້ານຫ້ວຍຊາຍໃຕ້ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ແລະ ທ້າວ ເພັດມະນີ ອາຍຸ 28 ປີ ຢູ່ບ້ານໃຫຍ່ຕົ້ນຜົ້ງ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ສະຖານ ຄ້າຂາຍ, ຂົນສົ່ງ ແລະ ມີຢາເສບຕິດໄວ້ໃນຄອບຄອງ ພາຍຫຼັງກັກຕົວໄດ້ ພ້ອມຂອງກາງ ປະເພດຢາບ້າ 194 ກິໂລກຣາມ ແລະ ເຮໂຣອິນ 37 ກິໂລກຣາມ.
ຕາມຄຳຖະແຫຼງຂອງ ອົງການໄອຍະການ ປະຊາຊົນ ແຂວງອຸດົມໄຊ ເຫັນວ່າ ທ້າວ ຊາຍຄອນ ຈຳເລີຍ 1 ຖືກຫາວ່າ: ຂົນສົ່ງຢາເສບຕິດ ແລະ ມີຢາເສບຕິດໄວ້ໃນຄອບຄອງ ປະເພດເຮໂຣອິນ ແລະ ຢາບ້າ ຖືກເຈົ້າໜ້າທີ່ກັກຕົວໄດ້ໃນວັນທີ 2 ກໍລະກົດ 2014 ແລະ ໄດ້ຊັດຖອດຫາທ້າວ ເພັດມະນີ (ຈໍາເລີຍ 2) ມີສ່ວນກ່ຽວຂ້ອງ ທັງຄ້າຂາຍຢາເສບຕິດ ແລະ ຊື້ຂາຍອາວຸດປະເພດ ປືນສັ້ນເກົ້າ ມມ ລະຫັດ KWM 430 ຈໍານວນ 1 ກະບອກ ລູກປືນ 32 ລູກ ໂດຍບໍ່ຖືກຕ້ອງຕາມກົດໝາຍ ແລະ ຖືກເຈົ້າໜ້າທີ່ຕຳຫຼວດ ປກສ ແຂວງອຸດົມໄຊ ກັກຕົວໃນວັນທີ 14 ພຶດສະພາ 2016.
ຜ່ານການວິນິດໄສ ຂອງຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ແຂວງອຸດົມໄຊ ເຫັນວ່າການກະທຳຂອງຈຳເລີຍທັງ 2 ຜິດຕໍ່ລະບຽບກົດໝາຍຫຼາຍມາດຕາ ຢູ່ໃນລະດັບຂັ້ນຮ້າຍແຮງ ແລະ ເປັນໄພອັນຕະລາຍຕໍ່ສັງຄົມ. ດັ່ງນັ້ນ ຈຶ່ງເຫັນຄວນຕັດສິນປະຫານຊີວິດສະຖານຂົນສົ່ງ, ຄ້າຂາຍ, ມີຢາເສບຕິດໄວ້ໃນຄອບຄອງດັ່ງກ່າວ ແລະ ຊຶ້ຂາຍອາວຸດຜິດກົດໝາຍ ພ້ອມທັງຮິບລົດດ້າມ ຍີ່ຫໍ້ ອີຊຸຊຸ (ISUZU ) ສີຟ້າ ໜາຍເລກທະບຽນກຳແພງນະຄອນ ບຂ 0056, ເງິນບາດ ຈຳນວນ 4.500 ບາດ, ເງິນໂດລາ ຈຳນວນ 20 ໂດລາ, ເງິນກີບ ຈຳນວນ 5 ລ້ານກີບ, ໂທສັບມືຖື ໂນເກຍ (NOKIA) ໜຶ່ງໜ່ວຍ ແລະ ຮິບຢາເສບຕິດ ປະເພດເຮໂຣອິນ ແລະ ຢາບ້າຈຳນວນນີ້ໄປທຳລາຍຖິ້ມ.
ສ່ວນລົດຈິບ ຍີ່ຫໍ້ ຟໍຈຸນເນີ ( FORTUNER ) ສີປອນເງິນ ໜາຍເລກທະບຽນ ຂວ 1717, ສາຍຄໍຄຳໜຶ່ງເສັ້ນ, ພະເຈົ້າສີເຫຼືອງ 1 ອົງ, ແຫວນສີເຫຼືອງ 1 ວົງ, ຕະກຸດສີເຫຼືອງໜຶ່ງຫຼອດ ແມ່ນໄດ້ສົ່ງຄືນໃຫ້ຄອບຄອບຂອງຈຳເລີຍ.