70 ປີສື່ມວນຊົນລາວ ( 13/8/1950-13/8/2020)
ໂດຍ: ຂ ຊານຸບານ
ກ່ອນປີ 1950 ຂະບວນການຮັກຊາດຕີຕ້ານລັດທິລ່າເມືອງຂຶ້ນແບບເກົ່າໃນລາວເຮົາ ຕົກຢູ່ໃນສະພາບກະແຈກກະຈາຍຕາມເຂດແຂວງຕ່າງໆ ພາຍໃຕ້ການນຳພາຂອງຫັນກອມມູນິດອິນດູຈິນ, ບໍ່ທັນມີການຈັດຕັ້ງແນວໂຮມທີ່ເປັນຂອງປະຊາຊົນ.
ມາໃນວັນທີ 13 ສິງຫາ 1950, ກອງປະຊຸມທົ່ວປະເທດຜູ້ແທນລາວຕໍ່ຕ້ານໄດ້ໄຂຂຶ້ນ ແລະ ໄດ້ສ້າງຕັ້ງ “ແນວລາວອິດສະຫລະ”, ພ້ອມໄດ້ວາງໂຄງການການເມືອງ 12 ຂໍ້ອອກ ເພື່ອເປັນແນວທາງຕໍ່ຕ້ານລັດທິລ່າເມືອງຂຶ້ນແບບເກົ່າຢູ່ລາວເປັນການສະເພາະແນ່ໃສ່ຍາດເອົາສັນຕິພາບ, ເອກະລາດ ແລະ ສິດເປັນເຈົ້າຕົນເອງມາໃຫ້ປະຊາຊົນລາວບັນດາເຜົ່າ. ໃນວັນດຽວກັນນີ້ຫນັງສືພິມລາວອິດສະຫລະ ຕົ້ນກຳເນີດຂອງຫນັງສືພິມປະຊາຊົນ ໃນປັດຈຸບັນກໍໄດ້ສ້າງຕັ້ງຂຶ້ນ ແລະ ກໍໄດ້ລົງພິມເຜີຍແຜ່ ໂຄງການການເມືອງ 12 ຂໍ້ ຂອງປະຊຸມໃຫຍ່ແນວລາວອິດສະຫລະ ດັ່ງກ່າວ.
ການກຳເນີດເກີດຂຶ້ນຂອງຫນັງສືພິມແນວລາວອິດສະຫລະ ເປັນເຫດການຫນຶ່ງທີ່ມີຄວາມຫມາຍປະຫວັດສາດໃນດ້ານສື່ມວນຊົນຂອງປະເທດເຮົາ, ເພາະເປັນການເປີດສາກໃຫ້ ບັນດາສື່ມວນຊົນປະຕິວັດເກີດຂຶ້ນ ແລະ ເຕີບໃຫຍ່ຖັດນັ້ນມາ.
70 ປີແຫ່ງການກໍ່ສ້າງ ແລະ ສູ້ຮົບ, ສື່ມວນຊົນປະເທດເຮົາໄດ້ເຕີບໃຫຍ່ເຂັ້ມແຂງ ທັງດ້ານປະລິມານ ແລະ ຄຸນນະພາບອັນປະກອບມີຫລາຍປະເພດເຊັ່ນ: ສື່ສິ່ງພິມ, ວິທະຍຸກະຈາຍສຽງ, ໂທລະພາບ, ສື່ເອເລັກໂທຣນິກ ແລະ ສື່ອອນລາຍອື່ນໆ ທີ່ເປັນຂອງກຸ່ມບໍລິສັດ, ສະຖາບັນຄົ້ນຄ້ວາ, ກົມກອງວິຊາຊີບທີ່ເປັນຂອງລວມຫມູ່ ແລະ ບຸກຄົນໄດ້ຮັບການພັດທະນາຢ່າງແຜ່ຫລາຍ ແລະ ໄດ້ກາຍເປັນເລົ່າຮົບຫນຶ່ງຂອງສະຫນາມຮົບແນວຄິດການເມືອງ ແລະ ວັດທະນາທຳ.
ໃນສະໄຫມສົງຄາມສື່ມວນຊົນພຽງແຕ່ເຮັດຫນ້າທີ່ປຸກລະດົມປະຊາຊົນເຮັດຫນ້າທີ່ຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານ, ແນວຫນ້າສູ້ຮົບພິລະອາດຫານ, ແນວຫລັງເພິ່ມພູນຜະລິດຜົນເກັ່ງເພື່ອຊ່ວຍຫນູນແນວຫນ້າ ດ້ວຍຄຳຂັວນທີ່ວ່າ: ທຸກສິ່ງທຸກຢ່າງເພື່ອແນວຫນ້າ, ທຸກສິ່ງທຸກຢ່າງເພື່ອຕີເອົາຊະນະຂ້າເສິກສັດຕູຜູ້ຮຸກຮານ ແລະ ເພື່ອປົດປ່ອຍປະເທດຊາດ.
ພາຍຫລັງປະເທດໄດ້ຮັບການປົດປ່ອຍ, ສະຫນາມຮົບສື່ມວນຊົນໄດ້ສຸມໃສ່ໂຄສະນາເຜີຍແຜ່ສອງຫນ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາປະເທດຊາດ, ຍູ້ແຮງການປ່ຽນແປງໃຫມ່ຮອບດ້ານ, ສ່ອງແສງຊີວິດ-ສັງຄົມ, ການເມືອງ, ເສດຖະກິດ, ວັດທະນາທຳ, ວິທະຍາສາດເຕັກໂນໂລຢີ ແລະ ສະພາບການສາກົນ, ສະທ້ອນໃຫ້ເຫັນຜົນສຳເລັດຂອງການພັດທະນາ, ແບບຢ່າງອັນດີຂອງບັນດາກົມກອງ, ທ້ອງຖິ່ນ, ຄອບຄົວ ແລະ ບຸກຄົນທີ່ດີ, ຜົນສຳເລັດໃນການພັດທະນາຕົນເອງ, ອັນເປັນການຢືນຢັນເຖິງແນວທາງນະໂຍບາຍຂອງພັກ, ລະບຽບກົດຫມາຍ ແລະ ແຜນພັດທະນາຂອງລັດໄດ້ກາຍເປັນຄວາມຮັບຮຸູ້ ແລະ ການກະທຳຂອງມະຫາຊົນຢ່າງກ້ວາງຂວາງ ແລະ ຍາດຜົນສຳເລັດມາໄດ້ຫລາຍດ້ານຄື: ເສດຖະກິດຂະຫຽາຍຕົວຕໍ່ເນື່ອງ, ຄວາມດ້ອຍພັດທະນາຂອງປະເທດ ແລະ ຄວາມທຸກຍາກຂອງປະຊາຊົນໄດ້ຮັບການລົບລ້າງເທື່ອລະກ້າວ,ຊີວິດການເປັນຢູ່ໄດ້ຮັບການປົວແປງດີຂຶ້ນ. ບັນຫາທີ່ເປັນພື້ນຖານທີ່ຍາດມາໄດ້ຄືສະຖຽນລະພາບທາງການເມືອງຢູ່ປະເທດເຮົາຫມັ້ນຄົງຫນັກແຫນ້ນຮັບປະກັນໃຫ້ການພັດທະນາຢູ່ໃນບັນຍາກາດແຫ່ງສັນຕິພາບ.
ບັນດາຜົນສຳເລັດທີ່ຍາດມາໄດ້ດັ່ງກ່າວນັ້ນມີສ່ວນປະກອບອັນຕັ້ງຫນ້າຂອງສື່ມວນຊົນ, ກ່ອນອື່ນຫມົດແມ່ນໄດ້ປະກອບສ່ວນເຂົ້າໃນການເຮັດໃຫ້ແນວທາງນະໂຍບາຍ, ແຜນພັດທະນາເສດຖະກິດ-ສັງຄົມຂອງພັກ ແລະ ລັດຖະບານເຮົາກາຍເປັນຄວາມຮັບຮູ້ ແລະ ການກະທຳຂອງປະຊາຊົນ, ດັ່ງນັ້ນສື່ມວນຊົນເຮົາຈິ່ງສົມແລ້ວກັບການເປັນໂຄສົກຂອງພັກ, ລັດຖະບານ, ບັນດາອົງການຈັດຕັ້ງສັງຄົມ ແລະ ເປັນເວທີຫາງສຽງຂອງປະຊາຊົນທີ່ຫນ້າເຊື່ອຖືໄດ້.
ເຖິງຢ່າງນັ້ນກໍຕາມສື່ມວນຊົນປະເທດເຮົາຍັງມີຈຸດອ່ອນ ແລະ ຂໍ້ຄົງຄ້າງຫລາຍປະການ, ກ່ອນອື່ນຫມົດແມ່ນການຖະແຫລງຂ່າວບໍ່ຮອບດ້ານ, ໃຫ້ຄວາມສຳຄັນຕໍ່ຂົງເຂດເສດຖະກິດຍັງຫນ່ອຍເກີນໄປ, ລົງຂ່າວເປັນແບບພິທີການຫລາຍກ່ວາຂະບວນການສ້າງສາພັດທະນາຂອງປະຊາຊົນ, ບົດຂ່າວທີ່ລົງໃນຫນ້າຫນັງສືພິມທີ່ມີຂໍ້ມູນດີ, ເນື້ອໃນສຶກສາອົບຮົມດີ, ເປັນບົດຮຽນທີ່ດີ ແລະ ສາມາດນຳໄປຈັດຕັ້ງປະຕິບັດໄດ້ນັບມື້ມີຫນ້ອຍ, ໃນຂະນະທີ່ເນື້ອໃນການໂຄສະນາຕ້ານສິ່ງຫຍໍ້ທໍ້ໃນສັງຄົມ,ສັນລະເສີນຄົນດີວຽກເດັ່ນມີຫນ້ອຍ, ການເຮັດຫນັງສືພິມຕາມແບບບໍລິຫານບໍ່ເປັນໄປຕາມວິຊາຊີບຍັງແຜ່ຫລາຍ. ດ້ວຍເຫດນີ້ຈິ່ງເຮັດໃຫ້ຫນັງສືພິມປະເທດເຮົາຂາດລັກສະນະວິຊາຊີບ ແລະ ລັກສະນະທັນສະໄຫມ, ສຳນັກງານ, ນັກຂ່າວ, ນັກຫນັງສືພິມຕ້ອງໄດ້ແກ້ໄຂບາງບັນຫາອັນຕົ້ນຕໍຄື: ນັກຂ່າວ, ນັກຫນັງສືພິມຕ້ອງໄດ້ຍົກລະດັບຄວາມຮູ້ດ້ານການເມືອງ ແລະ ວິຊາຊີບໃຫ້ສູງຂຶ້ນ, ໃນຫນ້າຫນັງສືພິມຕ້ອງຈັດໃຫ້ມີຫລາຍຄໍລຳ ແລະ ມີຜູ້ຮັບຜິດຊອບສະເພາະແຕ່ລະຄໍລຳນັ້ນ, ສ້າງໂອກາດໃຫ້ນັກຂ່າວໄດ້ເຂົ້າເຖິງຂໍ້ມູນດ້ວຍການສ້າງລະບອບກອງປະຊຸມສຳພາດຂ່າວຈາກກະຊວງ, ຂະແຫນງການ, ສຳນັກງານທີ່ເຂົາເຈົ້າຕ້ອງການເຜີຍແຜ່ວຽກງານຂອງຕົນ, ພ້ອມກັນນັ້ນກໍເປີດກ້ວາງໃຫ້ນັກຂ່າວ, ນັບທັງບຸກຄົນຢູ່ນອກສໍານັກງານຫນັງສືພິມ ມີສິດໄດ້ສະແດງຄວາມຄິດຄວາມເຫັນຕໍ່ບັນດາບັນຫາທີ່ສັງຄົມໃຫ້ຄວາມສົນໃຈ ຫລື ບັນຫາທີ່ມີຜົນກະທົບຕໍ່ສັງຄົມໂດຍທົ່ວໄປ, ພ້ອມນັ້ນບັນດາສຳນັກງານຂ່າວກໍຕ້ອງໄດ້ພະຍາຍາມດັດແປງວິທີການດຳເນີນງານຫນັງສືພິມອອກຈາກສະພາບແບບບໍລິຫານໄປສູ່ວິຊາຊີບການຫນັງສືພິມຢ່າງແທ້ຈິງ, ຫມາຍຄວາມວ່າທຸກເຫດການທີ່ເກີດຂຶ້ນຢູ່ພາຍໃນ ແລະ ຕ່າງປະເທດທີ່ສັງຄົມມີຄວາມສົນໃຈຕ້ອງປ່ອຍໃຫ້ນັກຂ່າວ ໄດ້ສະແດງຄວາມຄິດຄວາມເຫັນດ້ວຍການຂຽນບົດຂ່າວລົງໃນຫນ້າຫນັງສືພິມໄດ້ຢ່າງຖືກຕ້ອງບໍ່ເອົາຜິດກັນ. ເຮັດໄດ້ແນວນີ້ຫນັງສືພິມຈິ່ງມີຄຸນນະພາບຜູ້ອ່ານກໍສົນໃຈ ແລະ ມີອິດທິພົນຕໍ່ສັງຄົມ ແລະ ກາຍເປັນອາວຸດອັນແຫລມຄົມຂອງພັກ ແລະ ລັດ, ເປັນເວທີທາງສັງຄົມຂອງປະຊາຊົນທີ່ເປັນຫນ້າເຊື່ອຖືໄດ້.