ຈົດຈຳລຳລຶກບຸນຄຸນພຣະເຈົ້າໄຊຍະເຊດຖາທິຣາດ
ໂດຍ: ທິດກໍ່າ
ປີ 2020 ນັບວ່າເປັນໜຶ່ງ ແລະ ທັງເປັນປີນິມິດໝາຍຢ່າງລົ້ນພົ້ນຂອງຊາວນະຄອນຫລວງວຽງຈັນ, ຊາວແຂວງບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື ຫລື ເວົ້າໂດຍລວມແລ້ວກໍແມ່ນປະຊາຊົນບັນດາເຜົ່າຕາມເທສະບານເມືອງ, ເທສະບານແຂວງ, ນະຄອນທີ່ຂະບວນລົດແຫ່ຮູບຫລໍ່ເໝືອນຂອງພຣະເຈົ້າໄຊຍະເຊດຖາທິຣາດ ພ້ອມຊ້າງເຜືອກ, ພຣະພຸດທະຮູບຈຳລອງ ເປັນຕົ້ນແມ່ນພຣະສຸກ, ພຣະໃສ, ພຣະເສີມ, ພຣະແກ້ວມໍລະກົດ ໄດ້ແລ່ນຜ່ານຕາມເສັ້ນທາງ ແລະ ຈຸດພັກແຕ່ລະໄລຍະໄດ້ມີມວນຊົນເຝົ້າລໍຄອຍຕ້ອນຮັບຂັບສູ່ແຫ່ແຫນຢ່າງແໜ້ນໜາໃນສັດທາພ້ອມກັນໄດ້ຫວນຄືນຈົດຈຳລຳລຶກບຸນຄຸນຂອງພຣະເຈົ້າໄຊຍະເຊດຖາທິຣາດກະສັດລາວອົງໜຶ່ງທີ່ມີບຸນຄຸນຕໍ່ປະເທດຊາດບ້ານເມືອງຢ່າງສຸດຊຶ້ງ.
ຈາກສັດທາທີ່ເຮັດໃຫ້ເກີດມີກິດຈະກຳດີໆມີຄວາມໝາຍຄັ້ງນີ້ກໍແມ່ນພາຍໃຕ້ການຊີ້ນຳເຫັນດີຮ່ວມໄມ້ຮ່ວມມືຈາກພັກ ແລະ ລັດຖະບານ, ພິເສດກໍແມ່ນທ່ານ ຈູມມະລີ ໄຊຍະສອນ ອະດີດປະທານປະເທດແຫ່ງ ສປປ ລາວ ພ້ອມສູນກາງອົງການພຸດທະສາສະໜາສຳພັນແຫ່ງປະເທດລາວ, ອົງການແນວລາວສ້າງຊາດ, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ບໍລິສັດວັງຕັດຜູ້ອຸປະຖຳຫລັກ ຕະຫລອດຜູ້ມີຈິດໃຈໃສສັດທາເປັນເຄົ້າ.
ເທົ່າທີ່ໄດ້ເຫັນ ແລະ ຕິດຕາມພາບຄວາມຮູ້ສຶກໃນສັດທາຂອງຊາວລາວ ກໍຄືຊາວພຸດທະບໍລິສັດທັງຫລາຍເຫັນວ່າງານຄັ້ງນີ້ເປັນງານຍິ່ງໃຫຍ່ອາລັງການທີ່ບໍ່ທັນເຄີຍມີມາໃນປະຫວັດສາດຂອງຊາດລາວຄົນລາວເຮົາໃນຍຸກຜ່ານມາກໍຄືໃນປັດຈຸບັນ ເພາະວ່າກວ່າຈະເກີດມີສັດທາອັນແຮງກ້າຍິ່ງໃຫຍ່ຂະໜາດນີ້ມັນຕ້ອງມີການລົງທຶນລົງຮອນມະຫາສານ ແລະ ມີນ້ຳໃຈເສຍສະຫລະຢ່າງລົ້ນເຫລືອ, ມີການຈັດຕັ້ງຊີ້ນຳ-ນຳພາທີ່ໃຫຍ່ໂຕຈິງຈັງ ແລະ ຜ່ານຫລາຍຂັ້ນຕອນ ຈຶ່ງເກີດມີຮູບປະທຳອອກມາຄືແນວນີ້. ແຕ່ສິ່ງທີ່ປາກົດເຫັນປະຈັກຕາ, ຄວາມມີສັດທາ, ຄວາມຮ່ວມໄມ້ຮ່ວມມືຈາກອຳນາດການປົກຄອງ, ພຣະສົງອົງຄະເຈົ້າ ແລະ ມວນຊົນຊາວພຸດທະບໍລິສັດທັງຫລາຍແຕ່ລະທ້ອງຖິ່ນເຫັນວ່າມັນພິລຶກກຶກກືເໝືອນດັ່ງເກີດປະຕິຫານພາຍໃນຈິດໃຈຂອງຊາວລາວ ກໍຄືຊາວພຸດເຮົາທົ່ວປະເທດ. ອີກປະການໜຶ່ງ ມັນກໍຄ້າຍຄືປະຕິຫານຂອງພຣະເຈົ້າໄຊຍະເຊດຖາທິຣາດນັ້ນເອງ.
ເມື່ອຕັ້ງໂຈດກັນວ່າ, ເປັນຫຍັງຈຶ່ງມີໂຄງການຫລໍ່ສົມເດັດພຣະເຈົ້າໄຊຍະເຊດຖາທິຣາດ, ຫລໍ່ຊ້າງເຜືອກງານິນ, ຫລໍ່ພຣະສຸກ, ພຣະເສີມ ແລະ ພຣະໃສຈຳລອງນີ້ຂຶ້ນມາ ແລ້ວເອົາໄປປະດິດສະຖານຢູ່ແຂວງອັດຕະປື ? ຄຳຕອບໂຈດກໍຄື ຍ້ອນພຣະເຈົ້າໄຊຍະເຊດຖາທິຣາດມີຜົນງານ ແລະ ຄຸນງາມຄວາມດີຕໍ່ປະເທດລ້ານຊ້າງ ເປັນຕົ້ນເພິ່ນໄດ້ສ້າງພຣະອົງຕື້ຢູ່ວຽງຈັນ ແລະ ສີຊຽງໃໝ່, ບູລະນະປະຕິສັງຂອນພະທາດອີງຮັງ, ພະທາດສີໂຄດຕະບອງ, ທາດພະນົມ, ສ້າງພະທາດສີສອງຮັກເພື່ອເປັນຫລັກຊາຍແດນລະຫວ່າງລ້ານຊ້າງ ແລະ ຢູ່ດົງພະຍາໄຟແຂວງເລີຍໃນປັດຈຸບັນ. ພາຍຫລັງສ້າງສຳເລັດແລ້ວກໍພາກັນອະທິຖານວ່າ ລ້ານຊ້າງກັບສະຫຍາມບໍ່ຄວນລົບລາຂ້າຟັນກັນ, ໃຫ້ຮັກແພງເຊິ່ງກັນ ແລະ ກັນ, ໃຫ້ເປັນບ້ານໄພ້ເມືອງເຂີຍ, ເປັນບ້ານແກ່ວເມືອງດອງ, ໄປພຸ້ນກິນປາມາພີ້ກິນເຂົ້າ, ບໍ່ໂລບລ້ຽວຄິດຄົດທໍລະຍົດຕໍ່ກັນ ຂໍໃຫ້ສິ່ງສັກສິດເປັນພະຍານ, ໃຜບໍ່ສັດຊື່ຂໍໃຫ້ມີອັນເປັນໄປ, ເຂົ້າປ່າໃຫ້ເສືອຂົບ, ລົງນ້ຳໃຫ້ເງືອກກິນ, ເດີນໃຫ້ຟ້າຜ່າ. ອັນທີ່ສຳຄັນທີ່ສຸດ ພຣະເຈົ້າໄຊເຊດຖາເພິ່ນຫລົງໄຫລໃນສິນທຳ, ທັງມີຍຸດທະວິທີສິລະປະຍຸດໃນການສູ້ຮົບ. ໃນຍຸກພະມ້າເຂົ້າມາຮຸກຮານ ເພິ່ນສາມາດຕອບຕ້ານ-ຕອບໂຕ້ ແລະ ຮັກສາປະເທດລ້ານຊ້າງໄວ້ໄດ້ຢ່າງໝັ້ນຄົງ.
ນອກຈາກນັ້ນ ເພິ່ນກໍມີວິໃສທັດອັນກວ້າງໄກໃນການພັດທະນາສ້າງສາບ້ານເມືອງ ເປັນຕົ້ນໄດ້ຍ້າຍນະຄອນຫລວງຈາກຊຽງທອງມາຕັ້ງຢູ່ວຽງຈັນດ້ວຍສາເຫດທີ່ວ່າ: ຊຽງທອງ ຫລືວ່າ ຫລວງພະບາງ ຕັ້ງຢູ່ໃກ້ກັບສັດຕູ ຄືປະເທດພະມ້າ. ອີກປະການໜຶ່ງ ຍ້ອນຊຽງທອງມີພູຜາຫລາຍ ບໍ່ເໝາະສົມແກ່ການຜະລິດກະສິກຳຈຶ່ງໄດ້ຍ້າຍນະຄອນຫລວງມາຕັ້ງຢູ່ວຽງຈັນ ເພາະມີທົ່ງຮາບທົ່ງພຽງຢ່າງກວ້າງຂວາງ, ເໝາະແກ່ການປູກຝັງ, ລ້ຽງສັດ ແລະ ວຽງຈັນກໍມີທີ່ຕັ້ງຢູ່ຈຸດຍຸດທະສາດໃຈກາງຂອງປະເທດລ້ານຊ້າງ. ສ່ວນວ່າຊ້າງເຜືອກນັ້ນກໍເປັນຊ້າງປະຈຳຕົວຂອງເພິ່ນໃຊ້ເປັນພາຫະນະໄປມາສູ້ເສິກສົງຄາມຕໍ່ສູ້ກັບສັດຕູຕ່າງຊາດທີ່ເຂົ້າມາຮຸກຮານ. ກ່ຽວກັບພຣະສຸກ, ພຣະເສີມ, ພຣະໃສນັ້ນ ເປັນພຣະຕົວແທນລູກສາວຂອງເພິ່ນ ເພາະເຈົ້າໄຊຍະເຊດຖາທິລາດມີລາຊະທິດາ (ລູກສາວ) 3 ພະອົງຄື: ຍານາງສຸກ, ຍານາງໃສ ແລະ ຍານາງເສີມ ຈຶ່ງໄດ້ສ້າງພຣະຂຶ້ນມາ ເພື່ອເປັນການທຳບຸນທັງເປັນສິລິມຸງຄຸນເພາະເຈົ້າໄຊຍະເຊດຖາທິລາດມີຄວາມເຫລື້ອມໃສໃນພະພຸດທະສາສະໜາເປັນຢ່າງມາກ. ປັດຈຸບັນ ພຣະສຸກຍັງຈົມນ້ຳຢູ່ເວີນສຸກ, ພຣະໃສຢູ່ວັດໂພໄຊໜອງຄາຍ, ພຣະເສີມນັ້ນຢູ່ກຸງເທບ ຍ້ອນເກີດເສິກສົງຄາມສະຫຍາມໄດ້ເຂົ້າມາປຸ້ນສະດົມເຜົາຜານເມືອງວຽງຈັນຈົນຮາບກ້ຽງແລ້ວກໍເອົາວັດຖຸຊັບສິນ, ຂອງມີຄ່າ, ເຄື່ອງຄ້ຳຂອງຄູນໄປຈົນກ້ຽງ. ພຣະແກ້ວກໍຢູ່ກຸງເທບ, ພຣະສຸກໃນເວລາເອົາໄປບັງເອີນແພໄຫລນ້ຳແຕກຈຶ່ງຈົມນ້ຳ. ສ່ວນພຣະເສີມກັບພຣະໃສແມ່ນສາມາດເອົາໄປໄດ້ ປະຫວັດສາດຈຶ່ງຊ້ຳຮອຍມາຮອດທຸກວັນນີ້.
ສ່ວນສາເຫດທີ່ເອົາໄປປະດິດສະຖານຢູ່ແຂວງອັດຕະປືນັ້ນ ກ່າວກັນວ່າພຣະເຈົ້າໄຊຍະເສດຖາທິລາດໄປເສຍຊີວິດຢູ່ແຂວງອັດຕະປື ຍ້ອນຖືກລອບປົງພຣະຊົນ ດັ່ງຕຳນານກ່າວຂານວ່າຕາຍຢ່າງລຶກລັບ ແຕ່ທາດແທ້ແມ່ນຢູ່ພາຍໃນເຊື້ອລາດຊະວົງເກີດມີຄວາມຂັດແຍ່ງ ແລ້ວຫາວິທີຍົວະປອງຂ້າເຈົ້າໄຊຍະເຊດຖາຢູ່ອັດຕະປືໃນຄະນະໄປລາດຊະກິດ. ສະນັ້ນ ເພື່ອຈາລຶກບຸນຄຸນ ແລະ ຜົນງານອັນຍິ່ງໃຫຍ່ຂອງກະສັດອົງນີ້ທາງການເຮົາຈຶ່ງມີໂຄງການນີ້ຂຶ້ນມາ ເພື່ອໃຫ້ລູກຫລານໄດ້ສືບຕໍ່ສຶກສາຄົ້ນຄວ້າຕໍ່ໄປທັງເປັນການຈົດຈຳລຳລຶກ, ເປັນອານຸສອນສະຖານແຫລ່ງທ່ອງທ່ຽວທາງປະຫວັດສາດ.