ຈົ່ງຮ່ວມແຮງຮ່ວມໃຈກັນສຸມໃສ່ຕ້ານການຄ້າມະນຸດໃຫ້ແຂງແຮງກວ່າເກົ່າ
ຕາມຂໍ້ມູນຂອງອົງການແຮງງານສາກົນປີ 2017 ໃຫ້ຮູ້ວ່າ: ໃນປີ 2016 ທົ່ວໂລກມີຜູ້ຖືກເຄາະຮ້າຍໃນຮູບແບບຂ້າທາດສະໄໝໃໝ່ປະມານ 40 ລ້ານຄົນ, ໃນນັ້ນ ຖືກບັງຄັບໃຫ້ໃຊ້ແຮງງານປະມານ 25 ລ້ານຄົນ ແລະ ປະມານ 15 ລ້ານຄົນ ຖືກບັງຄັບໃຫ້ແຕ່ງດອງ. ສະເພາະ ສປປ ລາວ ຍັງເປັນປະເທດທີ່ມີການຄ້າມະນຸດຫລາຍ ເຊິ່ງສາເຫດແມ່ນເກີດມາຈາກຫລາຍປັດໄຈ ເປັນຕົ້ນບັນຫາຄວາມທຸກຍາກ, ລະດັບການສຶກສາ, ຄວາມຮູ້ວິຊາຊີບ, ສີມືແຮງງານ ແລະ ສະພາບຄວາມແຕກໂຕນດ້ານການພັດທະນາໃນອະນຸພາກພື້ນ ບວກກັບການຂະຫຍາຍຕົວຢ່າງໄວວາຂອງພື້ນຖານໂຄງລ່າງ ສິ່ງອຳນວຍຄວາມສະດວກສາທາລະນະ, ເຕັກໂນໂລຊີ-ການສື່ສານທີ່ບໍ່ມີເຂດແດນ ແລະ ອື່ນໆ. ບັນຫາດັ່ງກ່າວໄດ້ກາຍເປັນສິ່ງກະຕຸກຊຸກຍູ້, ເປັນປັດໄຈດຶງດູດເຮັດໃຫ້ມີການເຄື່ອນຍ້າຍພົນລະເມືອງຈາກຊົນນະບົດເຂົ້າສູ່ຕົວເມືອງ ແລະ ຈາກ ສປປ ລາວ ໄປຫາປະເທດອື່ນ ເພື່ອສະແຫວງຫາຊີວິດການເປັນຢູ່ທີ່ດີກວ່າ. ດັ່ງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຮອງປະທານຜູ້ປະຈຳການຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ໄດ້ກ່າວໃນພິທີໂຮມຊຸມນຸມ ແລະ ຍ່າງມິນິມາລາທອນ ລະນຶກວັນສາກົນເພື່ອຕ້ານການຄ້າມະນຸດເມື່ອປີ 2019 ຜ່ານມາວ່າ: ປະເພດຂອງການຄ້າມະນຸດທີ່ພົ້ນເດັ່ນກວ່າໝູ່ແມ່ນການຂູດຮີດທາງເພດ, ການຂູດຮີດແຮງງານດ້ວຍການຕົວະຍົວະຫລອກລວງໃນຮູບການໄປທ່ອງທ່ຽວ, ຄ້າຂາຍ, ອອກແຮງງານ, ແຕ່ງງານກັບຄົນຕ່າງປະເທດ ໂດຍບໍ່ຜ່ານອົງການທີ່ກ່ຽວຂ້ອງ. ໄປຄຽງຄູ່ກັນນັ້ນ ການຄ້າມະນຸດຍັງເປັນອາດຊະຍາກຳຮ້າຍແຮງໜຶ່ງທີ່ເກີດຂຶ້ນໃນສັງຄົມ ແລະ ມີລັກສະນະຂ້າມຊາດ. ການຄ້າມະນຸດໄດ້ລະເມີດສິດທິພື້ຖານຂອງພົນລະເມືອງທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ, ກົດໝາຍ ກໍຄືສົນທິສັນຍາສາກົນທີ່ ສປປ ລາວ ເປັນພາຄີ ແລະ ໄດ້ສົ່ງຜົນກະທົບດ້ານລົບຕໍ່ການພັດທະນາເສດຖະກິດ-ສັງຄົມ, ສະຖຽນລະພາບ ແລະ ຄວາມໝັ້ນຄົງພາຍໃນ ກໍຄືສາກົນ.
ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຍັງໄດ້ຮຽກຮ້ອງມາຍັງອົງການຈັດຕັ້ງພັກ, ລັດ, ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ກໍຄືປະຊາຊົນລາວບັນດາເຜົ່າຈົ່ງໃຫ້ຄວາມຮ່ວມມື, ພ້ອມກັນສະກັດກັ້ນ ແລະ ໃຫ້ເປັນຄວາມຮັບຜິດຊອບທົ່ວສັງຄົມ ໂດຍສຸມໃສ່ຖືເອົາວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດເປັນພັນທະ, ເປັນໜ້າທີ່ຂອງທຸກພາກສ່ວນ ນັບແຕ່ສູນກາງລົງຮອດທ້ອງຖິ່ນ, ເອົາໃຈໃສ່ໂຄສະນາ ແລະ ສຶກສາອົບຮົມໃຫ້ກວ້າງຂວາງດ້ວຍຫລາຍຮູບການ ເພື່ອໃຫ້ປະຊາຊົນລາວທຸກຊັ້ນຄົນ ໂດຍສະເພາະແມ່ຍິງ, ຊາວໜຸ່ມ-ເຍົາວະຊົນໄດ້ຮັບຮູ້ ແລະ ເຂົ້າໃຈ ແລະ ມີສ່ວນຮ່ວມໃນວຽກງານຕ້ານການຄ້າມະນຸດ, ເພີ່ມທະວີວຽກງານກວດກາ, ຕິດຕາມ, ຄຸ້ມຄອງການເຂົ້າອອກເມືອງ, ບັນດາດ່ານຊາຍແດນເຂດຫລໍ່ແຫລມ, ເກັບກຳບັນດາເປົ້າໝາຍ ນັບທັງຄົນລາວ ແລະ ຄົນຕ່າງປະເທດທີ່ເຂົ້າມາດຳລົງຊີວິດ, ດຳເນີນທຸລະກິດທີ່ມີການເຄື່ອນໄຫວຄ້າມະນຸດ, ພ້ອມທັງເອົາໃຈໃສ່ຟື້ນຟູຕໍ່ຜູ້ທີ່ຖືກເຄາະຮ້າຍ, ສຸມໃສ່ສ້າງຄວາມເຂັ້ມແຂງກ່ຽວກັບວຽກງານຕ້ານການຄ້າມະນຸດໃຫ້ຂະແໜງການທີ່ກ່ຽວຂ້ອງ ແລະ ເພີ່ມທະວີການພົວພັນຮ່ວມມືກັບສາກົນ ເພື່ອຍາດແຍ່ງເອົາການສະໜັບສະໜູນ, ການແບ່ງປັນບົດຮຽນຕ່າງໆຈາກພວກເພິ່ນໃຫ້ຫລາຍຂຶ້ນ ເພື່ອສ້າງໃຫ້ຂະບວນການຕ້ານການຄ້າມະນຸດຂອງລາວນັບມື້ເຂັ້ມແຂງ.