ການສຶກສາຄືການຖະນຸບຳລຸງ ຫາກບໍ່ແມ່ນການທຳລາຍກຽດສັກສີຄວາມເປັນມະນຸດ
ໂດຍ: ລູກເມືອງພວນ
ຊາຍໜຸ່ມຄົນໜຶ່ງພົບເຫັນນາຍຄູເກົ່າຂອງຕົນໃນສະໄໝຮຽນຢູ່ຊັ້ນຖົມໂດຍບາງເອີນຢູ່ໃນງານດອງດອງໜຶ່ງ. ເຂົາຟ້າວຍ່າງເຂົ້າໄປຫານາຍຄູແລ້ວທັກທາຍດ້ວຍຄວາມເຄົາລົບວ່າ:
– ນັກຮຽນ: ສະບາຍດີນາຍຄູ, ນາຍຄູຍັງຈຳນ້ອງໄດ້ຢູ່ບໍ?
– ນາຍຄູ: ໂອ, ນາຍຄູບໍ່ຈື່ແລ້ວ. ນ້ອງລອງເວົ້າກ່ຽວກັບຕົນເອງໃຫ້ນາຍຄູຟັງເບິ່ງຕີ.
– ນັກຮຽນ: ນ້ອງແມ່ນນັກຮຽນຢູ່ຫ້ອງ ປ3 ຊຶ່ງອາຈານເປັນຄູປະຈຳຫ້ອງຂອງພວກນ້ອງໃນເວລານັ້ນ. ນ້ອງເປັນຜູ້ທີ່ລັກເອົາໂມງຂອງເພື່ອນຮ່ວມຫ້ອງຄົນໜຶ່ງ. ນ້ອງເວົ້າແນວນີ້ນາຍຄູຄົງຈະຈື່ນ້ອງໄດ້ແລ້ວເນາະ?
(ຫນັງສືພິມລາວພັດທະນາ)
ນັກຮຽນເລີ່ມເລົ່າຊ້າໆໃຫ້ນາຍຄູຟັງຢ່າງລະອຽດວ່າ: ເວລານັ້ນມີເພື່ອນຮ່ວມຫ້ອງຄົນໜຶ່ງມີໂມງງາມໆ, ໜ່ວຍໜຶ່ງ, ນ້ອງໄດ້ລັກເອົາຂອງເຂົາ. ເມື່ອເສຍໂມງ ເພື່ອນຄົນນັ້ນກໍຮ້ອງໃຫ້ຂຶ້ນ ແລ້ວລາຍງານໃຫ້ນາຍຄູຮັບຊາບເລື່ອງລາວ. ເມື່ອນາຍຄູຮັບຊາບເລື່ອງລາວ ກໍອອກຄຳສັ່ງໃຫ້ນັກຮຽນໃນຫ້ອງທັງໝົດລຸກຂຶ້ນ, ແລ້ວບອກໃຫ້ຫຼັບຕາຢືນຢູ່ກັບທີ່. ຫຼັງຈາກນັ້ນນາຍຄູກໍໄປກວດເບິ່ງໃນຖົງໂສ້ງຖົງເສື້ອຂອງນັກຮຽນແຕ່ລະຄົນ. ນ້ອງຄິດຢູ່ໃນໃຈວ່າ ແນວໃດນາຍຄູກໍຕ້ອງປະຈານໜ້ານ້ອງຕໍ່ທຸກຄົນໃນຫ້ອງ, ໃຫ້ຮູ້ວ່ານ້ອງເປັນຜູ້ລັກເອົາໂມງຂອງເພື່ອນ ແລະ ພວກເພື່ອນກໍຈະຕ້ອງນິນທານ້ອງຕະຫຼອດໄປວ່າ: ” ບັກຂີ້ລັກ” . ເວລານີ້ນ້ອງຮູ້ສຶກຜິດຫວັງໃນການກະທຳຂອງຕົນ, ນ້ອງມີຄວາມໝົດຫວັງຕໍ່ອະນາຄົດທີ່ສວຍສົດງົດງາມຂອງຕົນ, ເສຍດາຍ ແລະ ກິນແໜງແຄງໃຈຕໍ່ຕົນເອງ ແລະ ຄິດວ່າມາຮອດນີ້ຊີວິດຄົງຈົບລົງພຽງເທົ່ານີ້.
ເມື່ອນາຍຄູກວດເຫັນໂມງຮຽບຮ້ອຍແລ້ວ, ນາຍຄູບອກໃຫ້ນັກຮຽນທຸກຄົນມືນຕາແລ້ວນັ່ງລົງ. ນາຍຄູຍິບເອົາໂມງຍົກຂຶ້ນໃຫ້ທຸກຄົນໃນຫ້ອງເຫັນ ແຕ່ນາຍຄູບໍ່ໄດ້ບອກວ່າແມ່ນໃຜເປັນຄົນລັກ.
ຕະຫຼອດໄລຍະເວລາທີ່ຮຽນຢູ່ຊັ້ນປະຖົມນັ້ນ, ນາຍຄູບໍ່ໄດ້ເອົາເລື່ອງນີ້ເລົ່າສູ່ໃຜຟັງແມ່ນແຕ່ຄົນດຽວ, ບໍ່ມີຄູຄົນໃດ ແລະ ນັກຮຽນຄົນໃດຮູ້ເລື່ອງລາວຂອງນ້ອງ ແລະ ນາຍຄູກໍບໍ່ໄດ້ກ່າວເຖິງເລື່ອງລາວນັ້ນອີກເລີຍ ແລະ ກໍບໍ່ມີໃຜເວົ້າໃຫ້ນ້ອງວ່າ: ” ບັກຂີ້ລັກ” ອີກ.
ເມື່ອເລົ່າມາຮອດນີ້, ນັກຮຽນຖາມນາຍຄູວ່າ: ນາຍຄູຄົງຈື່ນ້ອງໄດ້ແລ້ວເນາະ?
– ນາຍຄູ: ໂອ, ເມື່ອນ້ອງເລົ່າແນວນີ້ນາຍຄູກະຈື່ໄດ້ແລ້ວ, ແຕ່ນາຍຄູກໍບໍ່ຮູ້ວ່າແມ່ນໃຜເປັນຄົນລັກໃນເວລານັ້ນ ເພາະເວລາກວດຖົງໂສ້ງຖົງເສື້ອຂອງພວກນ້ອງນັ້ນ ນາຍຄູກໍຫຼັບຕາຄືກັນ. ເພາະນາຍຄູບໍ່ຢາກໃຫ້ມັນມີແປ້ວມີແມງໃນຊີວິດໄວເດັກທີ່ສົດໃສຂອງພວກນ້ອງ, ຊຶ່ງມັນເປັນການເຄົາລົບກຽດສັກສີຂອງມະນຸດຄົນໜຶ່ງ. ພວກນ້ອງຍັງມີອາຍຸທີ່ສົດໃສ, ເປັນໜໍ່ແໜງໃນອະນາຄົດຂອງປະເທດຊາດ. ຈະເປັນຜູ້ປົກປັກຮັກສາ ແລະ ພັດທະນາປະເທດຊາດ. ນາຍຄູຄິດວ່າການປະຈານໜ້າກັນເປັນເລື່ອງທີ່ບໍ່ດີ, ບໍ່ມີມະນຸດຄົນໃດທີ່ບໍ່ມີກຽດສັກສີຂອງຄວາມເປັນຄົນ.
ການສຶກສາແມ່ນການເຮັດໃຫ້ຄົນຮູ້ສິ່ງທີ່ດີທີ່ຊອບ. ການສຶກສາບໍ່ແມ່ນການລົງໂທດ, ການສຶກສາຄືການແນະນຳສາມັນສຳນຶກສິ່ງທີ່ດີງາມ, ຮູ້ຜິດ, ຮູ້ຖຶກ, ຮູ້ເຄົາລົບກຽດສັກສີຊຶ່ງກັນ ແລະ ກັນ ຫາກບໍ່ແມ່ນການໜີບຮັດ, ບັງຄັບ, ກົດດັນ ສ້າງຮອຍລ້າວທີ່ເປິະເປື້ອນໄວ້ໃນສະໝອງຂອງເດັກ.
ເລື່ອງລາວທີ່ກ່າວມານີ້ ຂໍສະຫຼຸບຄວາມດ້ວຍບົດຮຽນມະນຸດສະທຳທີ່ວ່າ: ” ການສຶກສາຄືການແນະນຳ ແລະ ຖະນຸບຳລຸງ ຫາກບໍ່ແມ່ນການທຳລາຍກຽດສັກສີ ແລະ ຄວາມເປັນມະນຸດຂອງຄົນ “