ແນວທາງດີໆ ບໍ່ມີໃຜສົນໃຈ!

ແນວທາງດີໆ ບໍ່ມີໃຜສົນໃຈ! - 57 12 - ແນວທາງດີໆ ບໍ່ມີໃຜສົນໃຈ!
ແນວທາງດີໆ ບໍ່ມີໃຜສົນໃຈ! - kitchen vibe - ແນວທາງດີໆ ບໍ່ມີໃຜສົນໃຈ!

ໂດຍ: ລູກເມືອພວນ

ແນວທາງດີໆ ທີ່ວ່ານີ້ແມ່ນແນວທາງພັດທະນາເສດຖະກິດແຫ່ງຊາດຂອງລັດຖະບານ ສະໄໝຫາກໍປົດປ່ອຍປະເທດຊາດໃໝ່ໆ ໄດ້ວາງແນວທາງໄວ້ວ່າ: “ການພັດທະນາເສດຖະກິດແຫ່ງຊາດ ຕ້ອງອີງໃສ່ພື້ນຖານກະສິກຳເປັນແປ້ນຢັນໃຫ້ແກ່ການພັດທະນາອຸດສາຫະກຳ” ຫຼື “ການດຳເນີນກະສິກຳຕ້ອງຜູກພັນສອງສົ້ນ “ອື່ນໆ ແລະ ອື່ນໆ (ປະມານນັ້ນ ເພາະບໍ່ຈື່ຕົງເປະ). ແນວທາງນະໂຍບາຍດັ່ງກ່າວ ເຖິງຈະຜ່ານພົ້ນໄປເປັນເວລາ 40 ປາຍປີແລ້ວກໍຕາມ ແຕ່ເຫັນວ່າ ຍັງຖືກຕ້ອງສອດຄ່ອງ ກັບສະພາບຄວາມເປັນຈິງຂອງລາວເຮົາຈົນເທົ້າທຸກວັນນີ້ ແລະ ຄິດວ່າຍັງຈະຖືກອີກຕໍ່ໄປເປັນໄລຍະເວລາຫຼາຍປີໃນຕໍ່ໜ້າຢູ່.

ແນວທາງດີໆ ບໍ່ມີໃຜສົນໃຈ! - Visit Laos Visit SALANA BOUTIQUE HOTEL - ແນວທາງດີໆ ບໍ່ມີໃຜສົນໃຈ!
  • ນະໂຍບາຍທີ່ວ່າ: “ການພັດທະນາເສດຖະກິດແຫ່ງຊາດ ຕ້ອງອີງໃສ່ພື້ນຖານກະສິກຳເປັນແປ້ນຢັນໃຫ້ແກ່ການພັດທະນອຸດສາຫະກຳ” ນີ້ ແມ່ນຖືກຕ້ອງສອດຄ່ອງທີ່ສຸດ ເພາະປະເທດເຮົາແຕ່ໃດໆມາ ແມ່ນເປັນປະເທດກະສິກຳ, ປະຊາຊົນດຳລົງຊີວິດດ້ວຍການປູກຝັງລ້ຽງສັດ ເພື່ອລ້ຽງຊີບ, ມີມູນເຊື້ອ ແລະ ບົດຮຽນໃນການຜະລິດ, ປະຊາຊົນມີຄວາມດຸໝັ່ນຂະຫຍັນພຽນ “ໄປຢຽບໝາ ມາຢຽບຂຽດ”. ດິນກະສິກຳກວ້າງໃຫ່ຍໄພສານ ແລະ ອຸດົມສົມບູຍໄປດ້ວຍທາດບຳລຸງລ້ຽງຕ່າງໆ ອັນເໝາະສົມໃຫ້ແກ່ການປູກຝັງ-ລ້ຽງສັດ, ນອກຈາກນັ້ນ ດິນຟ້າອາກາດກໍເໝາະສົມ ແລະ ອຳນວຍຄວາມສະດວກດີທີ່ສຸດ.
  • ນະໂຍບາຍທີ່ວ່າ: “ການດຳເນີນກະສິກຳຕ້ອງຜູກພັນສອງສົ້ນ ” ເປັນນະໂຍບາຍເປັນນະໂຍບາຍທີ່ຖືກຕ້ອງສອດຄ່ອງຕະຫຼອດການ ຖ້າຫາກຕາບໃດຍັງເປັນປະເທດກະສິກຳຄືປະເທດເຮົາ. ການຜູກພັນສອງສົ້ນນັ້ນກໍຄື: ການຜູກພັນສັນຍາກັນລະຫວ່າງຜູ້ຜະລິດກັບຜູ້ເກັບຊື້ຜົນຜະລິດຫຼື ຜູ້ຜະລິດ ກັບນັກລົງທຶນ. ຜູ້ລົງທຶນ ຕ້ອງຕອບສະໜອງ: 1. ຕົ້ນທຶນ(ແນວພັນ, ຝຸ່ນປຸ໋ຍ), 2. ຕອບສະໜອງດ້ານວິຊາການ(ເຕັກນິກໃນການປູກ, ການລ້ຽງ), 3. ເກັບຊື້ຜົນຜະລິດ ດ້ວຍລາຄາສັນຍາກັນ. ຜູ້ຜະລິດຕ້ອງມີຄວາມຮັບຜິດຊອບ: 1. ເປັນຜູ້ທຳການຜະລິດດ້ວຍຄວາມຮັບຜິດຊອບຕໍ່ຜົນໄດ້ຜົນເສຍ(ເວັ້ນຈາກກໍລະນີບັງເອີນຈາກໄພທຳມະຊາດ), 2. ເປັນຜູ້ເບິ່ງແຍງດູແລ, ບົວລະບັດ ຮັກສາຜົນຜະລິດໃຫ້ມີການຈະເລີນເຕີບໂຕດີ ມີຄຸນນະພາບ. ສ່ວນເລື່ອງເກັບກູ້ເກັບກ່ຽວນັ້ນ ແມ່ນຂຶ້ນຢູ່ກັບສັນຍາ ວ່າຈະໃຫ້ຝ່າຍໃດເປັນຜູ້ເກັບກູ້ເກັບກ່ຽ່ວ.

ສອງນະໂຍບາຍທີ່ກ່າວມາຂ້າງເທິງນີ້, ເຫັນວ່າຍັງຖືກຕ້ອງສອດຄ່ອງ ແລະ ນຳໃຊ້ໄດ້ຢ່າງມີປະສິດທິພາບ ປະສິດທິຜົນເປັນຢ່າງດີ ແຕ່ປາກົດວ່າບໍ່ເຫັນພາກສ່ວນໃດນຳໃຊ້ອີກແລ້ວ ໂດຍສະເພາະແມ່ນຂແໜງກະສິກຳ ຊຶ່ງເປັນຂະແໜງການພື້ນຖານເສດຖະກິດແຫ່ງຊາດໃນປັດຈຸບັນ. ເຖິງແມ່ນຈະມີ ແຕ່ນະໂຍບາຍດັ່ງກ່າວຍັງບໍ່ທັນລົງເຖິງຮາກຖານການຜະລິດຢ່າງແທ້ຈິງ. ຊາວນາຍັງຜະລິດໄປຕາມຄວາມຊິນເຄີຍທຳມະຊາດຂອງຕົນເອງ, ຫາແນວປູກ ແນວຝັງ, ແນວລ້ຽງດ້ວຍຕົນເອງ, ເວລາໄດ້ຜົນຜະລິດມາກໍຊອກຕະຫຼາດຈຳໜ່າຍເອົາເອງ.

ບັນຫາຕະຫຼາດ ແລະ ລາຄາ ເປັນປັດໄຈກະຕຸກຊຸກຍູ້ການຜະລິດໄດ້ດີທີ່ສຸດ. ໄລຍະຜ່ານມາເຖິງແມ່ນຊາວກະສິກອນຈະເຮັດດ້ວຍຕົນເອງ, ລົງທຶນດ້ວຍຕົນເອງກໍຕາມ ມັນກໍມີຂໍ້ຈຳກັດຕະຫຼາດຈຳໜ່າຍ ແລະ ບັນຫາລາຄາ. ດັ່ງນັ້ນ, ຈຶ່ງບໍ່ສາມາດສົ່ງເສີມການຜະລິດຂອງປະຊາຊົນໄດ້ຢ່າງເຕັມທີ່, ຊຸກຍູ້ການຜະລິດເປັນສິນຄ້າບໍ່ໄດ້ພໍເທົ່າໃດ ຍ້ອນປັດໄຈທຶນ, ລາຄາ, ຕະຫຼາດຈຳໜ່າຍ ແລະ ເຕັກນິດວີຊາການ ແລະ ເທັກໂນໂລຢີ ບໍ່ຖືກສົ່ງເສີມເຂົ້າໃນການຜະລິດເທົ່າທີ່ຄວນ.

ເຖິງເວລາແລ້ວ ຫຼື ຍັງທີ່ພວກເຮົາຈະຫັນກັບຄືນມາເບິ່ງ ແລະ ປະຕິບັດນະໂຍບາຍດັ່ງກ່າວຄືນໃໝ່ ໃຫ້ມີປະສິດທິຜົນສູງຂືຶ້ນ. ຖ້າຫາກພວກເຮົາສາມາດປະຕິບັດໄດ້ນະໂຍບາຍສອງສົ້ນໄດ້ຢ່າງຈິງຈັງ ແລະ ແຂງແຮງ ຄິດວ່າການຜະລິດກະສິກຳເປັນສິນຄ້າຢູ່ບ້ານເຮົາຈະພັດທະນາດີກວ່ານີ້ຢ່າງແນ່ນອນ.

ແນວທາງດີໆ ບໍ່ມີໃຜສົນໃຈ! - 3 - ແນວທາງດີໆ ບໍ່ມີໃຜສົນໃຈ!
ແນວທາງດີໆ ບໍ່ມີໃຜສົນໃຈ! - 4 - ແນວທາງດີໆ ບໍ່ມີໃຜສົນໃຈ!
ແນວທາງດີໆ ບໍ່ມີໃຜສົນໃຈ! - 5 - ແນວທາງດີໆ ບໍ່ມີໃຜສົນໃຈ!
  • 1097 Posts
  • 0 Comments
iLike/LPN/20