‘ໂຄວິດ’ ສອນຫຍັງເຮົາແດ່ ?
ຈາກວິກິດໂຄວິດ-19 ທີ່ສົ່ງຜົນກະທົບຕໍ່ທົ່ວໂລກ ແລະ ປະເທດລາວໃນໄລຍະຫລາຍເດືອນຜ່ານມາ ໄດ້ສອນຫຍັງໃຫ້ພວກເຮົາແດ່ ?
“ໂຄວິດ” ຄືສັດຕູຕົວຮ້າຍທີ່ເບິ່ງບໍ່ເຫັນດ້ວຍຕາເປົ່າຂອງມະນຸດທົ່ວໂລກ ມັນຢູ່ບ່ອນໃດເຮົາກໍບໍ່ຮູ້ ເຮົາຮູ້ແຕ່ວ່າມັນກຽມຈະຕິດໃສ່ເຮົາຕະຫລອດເວລາ.
ຄວາມຈິງແລ້ວ ການລະບາດຄັ້ງນີ້ຄືສົງຄາມກັບມະນຸດທົ່ວໂລກ, ການຕໍ່ສູ້ຄັ້ງນີ້ມັນຍິ່ງກວ່າສົງຄາມໂລກທີ່ປະເທດແບ່ງອອກເປັນຝັກເປັນຝ່າຍ ແຕ່ຄັ້ງນັ້ນມີຝ່າຍດຽວສູ້ກັບພວກເຮົາທົ່ວໂລກ.
“ໂຄວິດ-19” ສອນໃຫ້ເຮົາຮູ້ວ່າ:
- ມີ “ເງິນຢ່າໃຊ້ໝົດ” ຕ້ອງ “ທ້ອນເງິນ” ໄວ້ໃຊ້ໃນຍາມຈຳເປັນ ເພາະເວລາເກີດວິກິດ ຄົນມີເງິນກັບຄົນທີ່ບໍ່ມີເງິນ ທຸກຕ່າງກັນຫລາຍ.
- ມີ “ວຽກ” ຕ້ອງຮັກວຽກ ຕ້ອງຂະຫຍັນ ຕ້ອງເຕັມທີ່ກັບມັນ ເພາະຕໍ່ຈາກນີ້ບໍ່ມີຫຍັງຢືນຢັນຄວາມໝັ້ນຄົງອີກແລ້ວ ຕ້ອງເປັນພະນັກງານທີ່ອົງການເຫັນວ່າເຮັດວຽກໃຫ້ເຂົາໄດ້ “ກຸ້ມຄ່າ” ເຂົາຈຶ່ງຈະຈ້າງໄວ້ຕໍ່.
- ມີ “ຄົນທີ່ຮັກ” ບໍ່ວ່າຈະເປັນຄົນໃນຄອບຄົວ, ຍາດຕິພີ່ນ້ອງ, ຄູ່ຮັກ ຫລື ເພື່ອນຮັກຕ້ອງສ້າງ “ສຳພັນ” ກັນໃຫ້ດີ ມີຫຍັງກະອະໄພໃຫ້ກັນ ສະແດງຄວາມຮັກທີ່ມີຕໍ່ກັນອອກມານັບແຕ່ມື້ນີ້ ເພາະການລາຈາກໂດຍບໍ່ໄດ້ລຳລາມັນເປັນເລື່ອງທີ່ໜ້າເສົາຍິ່ງກວ່າ.
- ມີ “ເວລາ” ຕ້ອງໃຊ້ໃຫ້ດີ ຢ່າປ່ອຍໃຫ້ເວລາຜ່ານໄປໂດຍໄຮ້ປະໂຫຍດ ເພາະເຄີຍຄິດກັນວ່າທຸກຄົນມີເວລາຢ່າງໜ້ອຍ 70-80 ປີ ຕໍ່ຈາກນີ້ອາດບໍ່ແນ່ນອນແບບນັ້ນອີກແລ້ວ.
- ມີ “ຮ່າງກາຍ” ຕ້ອງເບິ່ງແຍງຮັກສາໃຫ້ດີທີ່ສຸດ ຢ່າບອກວ່າບໍ່ມີເວລາ ຮ່າງກາຍທີ່ແຂງແຮງຈະເປັນ “ພູມຕ້ານທານ” ຕໍ່ພະຍາດຕ່າງໆ ການມີຊີວິດຢູ່ພາຍໃຕ້ຮ່າງກາຍທີ່ແຂງແຮງຈະເຮັດໃຫ້ເຮົາມີຄຸນນະພາບຊີວິດທີ່ດີ.
- ມີ “ຈິດໃຈ” ຕ້ອງເຮັດໃຫ້ “ສົດຊື່ນ” ບໍ່ທຸກບໍ່ກັງວົນຕໍ່ເລື່ອງນ້ອຍໆ ບໍ່ຕ້ອງໄປໃຫ້ຄວາມສຳຄັນຕໍ່ຄົນບໍ່ດີ ແລະ ມີຊີວິດຢູ່ນຳປັດຈຸບັນໂດຍບໍ່ຈົມປັກຢູ່ກັບອະດີດ ຫລື ກັງວົນກັບອະນາຄົດທີ່ຍັງມາບໍ່ຮອດ.
- ມີ “ຊີວິດ” ຕ້ອງໃຊ້ຊີວິດໃຫ້ກຸ້ມຄ່າ ຕໍ່ໄປບໍ່ມີໃຜຮູ້ວ່າເຮົາມີເວລາຂອງຊີວິດຊໍ່າໃດ ຂໍໃຫ້ “ຮູ້ສຶກດີກັບຊີວິດ” ໃຊ້ຊີວິດໃນແບບທີ່ເປັນຕົວຂອງເຮົາເອງ ຮັກຕົວເອງສັດທາໃນຕົວເອງ ພູມໃຈໃນທຸກໆດ້ານຂອງຊີວິດເຮົາເອງ.
ທຸກຄົນຢາກໃຫ້ເລື່ອງ “ໂຄວິດ” ຈົບລົງໄວໆຈະໄດ້ກັບໄປໃຊ້ຊີວິດ “ຄືເກົ່າ” ໄດ້ໄປທ່ຽວ ໄດ້ໄປກິນ ໄດ້ໄປສັງສັນ ເຖິງຈະຮູ້ສຶກແບບນັ້ນ ແຕ່ຕ້ອງ “ຮຽນຮູ້” ຈາກເຫດການໃຫຍ່ຄັ້ງນີ້ນຳອີກ.
ມີຄົນບອກວ່າ “ໂຄວິດ-19” ເຮັດໃຫ້ໂລກຂອງເຮົາບໍ່ມີວັນ “ຄືເກົ່າ” ແລະ ໂລກຂອງເຮົາຈະບໍ່ມີວັນຄືເກົ່າເຊັ່ນກັນ ເພາະຊີວິດເຮົາຕໍ່ຈາກນີ້ມີແຕ່ຈະ “ດີຂຶ້ນ” ແລະ “ດີທີ່ສຸດ” ໃນແບບຊີວິດຂອງເຮົາທີ່ຈະເປັນໄດ້.
ເຮົາຄວນພິກ “ວິກິດ” ໃຫ້ເປັນ “ໂອກາດ” ເຮົາຄວນຮຽນຮູ້ຈາກ “ວິກິດ” ຄັ້ງນີ້ໃຫ້ຮູ້ຈັກຄຸນຄ່າຂອງຊີວິດຫລາຍຂຶ້ນ ນີ້ຄື “ໂອກາດ” ທີ່ສອນໃຫ້ມະນຸດທຸກຄົນໃນໂລກໃບນີ້ ບໍ່ວ່າລວຍ ຫລື ທຸກຕ້ອງຫັນມາຮູ້ຈັກຄຸນຄ່າຂອງຄຳວ່າ “ຮັກ ແລະ ຖະໜອມ” ໃນທຸກລົມຫາຍໃຈຂອງເຮົາ “ໃຫ້ດີທີ່ສຸດ”.
ຊີວິດຄືການຍ່າງໄປໃນຖະໜົນ ແລະ ຂົວທີ່ພົບທາງແບ່ງທາງຊ້າຍ ແລະ ຂວາ ໜ້າ ແລະ ຫລັງ ໃຜຈະຮູ້ວ່າການຍ່າງໄປບໍ່ເທົ່າໃດກ້າວໃນທິດທາງທີ່ຖືກອາດກາຍເປັນກ້າວທີ່ຍິ່ງໃຫຍ່ທີ່ສຸດໃນຊີວິດຂອງເຮົາກໍເປັນໄດ້.