ເປັນຫຍັງລາວຈຶ່ງບໍ່ມີນັກກະເສດຕະກອນທີ່ດີໂດດເດັ່ນ?
ໂດຍ: ລູກເມືອງພວນ
ດັ່ງທີ່ທຸກຄົນຮູ້ນຳກັນແລ້ວວ່າ ປະເທດລາວເປັນປະເທດກະເສດຕະກຳ, ມີດິນດອນຕ່ອນຫຍ້າອັນກວ້າງໃຫ່ຍໄພສານ, ອຸດົມສົມບູນໄປດ້ວຍຫ້ວຍນໍ້າລຳເຊ ແລະ ແຮ່ທາດ ຊຶ່ງເປັນເງື່ອນໄຂອັນດີໃຫ້ແກ່ການຜະລິດກະສິກຳໄດ້ດີ.
ກະສິກຳໄດ້ກາຍເປັນພື້ນຖານຫຼັກຂອງເສດຖະກິດໃນລາວ ຊຶ່ງມີມາແຕ່ດຶກດຳບັນ, ເປັນສິ່ງຄໍ້າປະກັນຊີວິດການເປັນຢູ່ຂອງຄົນລາວມາແຕ່ບູຮານນະການ, ເປັນທ່າແຮງຫຼັກໃນການພັດທະນາເສດຖະກິດຂອງລາວໃນຍຸກທຳອິດນີ້, ກໍຍັງຖືເອົາກະສິກຳເປັນຕົ້ນຕໍ ໃຫ້ແກ່ການພັດທະນາດ້ານອຸດສາຫະກຳ, ເປັນແປ້ນຢັນກະໂດດຂຶ້ນຂອງເສດຖະກິດລາວ. ແຕ່ກົງກັນຂ້າມ, ຂະແໜງການກະສິກຳຂອງລາວຊໍ້າພັດກັບມາອ່ອນນ້ອຍ ດ້ອຍຄວາມກ້າວໜ້າ. ການຜະລິດກະສິກຳບໍ່ທັນໄດ້ເສີມຂະຫຍາຍເທັກໂນໂລຢີ ແລະ ວິທິຍາສາດເຂົ້າໃນການຜະລິດ ແລະ ການຜະລິດກໍຍັງເປັນລັກສະນະການຜະລິດນ້ອຍ ກະແຈກກະຈາຍພໍກຸ້ມຢູ່ກຸ້ມດິນ, ໝາຍຄວາມວ່າບໍ່ທັນມີການຜະລິດໃຫ່ຍ ທັນສະໄໝ ເຊັ່ນເປັນນິຄົມ ຫຼື ເປັນຟາມຂະໜາດໃຫ່ຍ.
ຍ້ອນເຫັນແຜ່ນດິນລາວຍັງກວ້າງ ແລະ ອຸດົມສົມບູນດ້ວຍແຮ່ທາດຕ່າງໆ ແລະ ແມ່ນໍ້າລຳເຊ ຊຶ່ງເປັນເງື່ອນໄຂທີ່ດີໃຫ້ແກ່ການທຳການຜະລິດໃຫ່ຍ, ນາຍທຶນຈາກຕ່າງປະເທດເຊັ່ນ: ຈີນ, ຫວຽດນາມ, ຍີ່ປຸ່ນແລະ ອື່ນໆຈຶ່ງກະໂດດເຂົ້າມາລາວເພື່ອເຊົ່າ ແລະ ສຳປະທານທີ່ດິນທຳການຜະລິດໃຫ່ຍເພື່ອສົ່ງອອກຜະລິດຕະພັນກະເສດອອກເຊັ່ນ: ເຂົ້າ, ສາລີ, ມັນຕົ້ນ, ຊາ, ກາເຟ, ກ້ວຍ, ສັດໃຫ່ຍ, ໄກ່, ໝູ ແລະ ອື່ນໆ. ລາວເຮົາໄດ້ພຽງແຕ່ຄ່າເຊົ່າທີ່ດິນ, ອາກອນລາຍໄດ້, ຄ່າທຳນຽມຕ່າງໆ ແລະ ປະຊາຊົນມີວຽກເຮັດງານທຳເລັກນ້ອຍແບບບໍ່ໝັ້ນຄົງເທົ່ານັ້ນ. ຜູ້ທີ່ໄດ້ກຳໄລມະຫາສານກໍຄືນາຍທຶນ ຫຼື ຜູ້ລົງທຶນຂອງຕ່າງປະເທກນັ້ນເອງ. ມາເຖິງບ່ອນນີ້ ຈຶ່ງຢາກຕັ້ງຄຳຖາມຂຶ້ນວ່າ: ຍ້ອນຫຍັງຄົນລາວຈຶ່ງບໍ່ມີນັກກະເສດຕະກອນທີ່ໂດດເດັ່ນ?
ຕອບຄຳຖາມດັ່ງກ່າວ, ຜູ້ຂຽນຄິດວ່າ ອັນເນື່ອງມາຈາກ 3-4ປັດໄຈຫຼັກດັ່ງຕໍ່ໄປນີ້:
- ການຜະລິດກະສິກຳຂອງຄົນລາວແຕ່ດຶກດຳບັນນັ້ນ ເປັນການຜະລິດນ້ອຍ, ທຳມະຊາດ ພໍກຸ້ມຢູ່ກຸ້ມກິນ ແລະ ກະແຈກກະຈາຍ ກາຍເປັນຄວາມຊິນເຄີຍທີ່ຫັນປ່ຽນໄດ້ຍາກ. ສະນັ້ນ, ໃນເມື່ອຫັນເຂົ້າສູ່ຍຸກດີຈິຕອນຈຶ່ງບໍ່ສາມາດຈະປັບຕົວທັນໄດ້ ອັນເນື່ອງມາຈາກຄວາມຮັບຮູ້ດ້ານວິທະຍາສາດ ເທັກໂນໂລຢີຍັງຈຳກັດ.
- ການເຮັດກະເສດສຸມ ຫຼື ການຜະລິດໃຫ່ຍທີ່ເປັນຟາມ, ເປັນນິຄົມ ຊຶ່ງຜະລິດດ້ວຍເຄື່ອຈັກເຄື່ອງລາງ ເທັກໂນໂລຢີທັນສະໄໝນັ້ນ ຈະຕ້ອງໄດ້ລົງທຶນຢ່າງມະຫາສານ ອັນເປັນເງື່ອນໄຂທີ່ສູງ ຊຶ່ງຄົນລາວເຮົາບໍ່ທັນມີຄວາມສາມາດຈະປະຕິບັດໄດ້ ເພາະຕົ້ນທຶນຂອງຄົນລາວ ແມ່ນມາຈາກພື້ນຖານການຜະລິດນ້ອຍຫຼ້າຫຼັງ ຈຶ່ງເປັນເງື່ອນໄຂຈຳກັດອັນໜຶ່ງອີກ.
- ຈີນຕະນາການການຜະລິດຂອງຄົນລາວຍັງໜີບໍ່ພົ້ນແນວຄວາມຄິດເກົ່າຄອງເດີມ ໝາຍຄວາມວ່າ ແນວຄວາມຄິດຈີນຕະນາການຜະລິດເປັນສິນຄ້າຫາກໍເລີ່ມຕົ້ນເກີດຂຶ້ນກັບຄົນລາວ ໃນເມື່ອຢາກຫັນປ່ຽນໄປສູ່ການຜະລິດໃຫ່ຍຕ້ອງມີໄລຍະກະກຽມ ປູພື້ນຖານໂຄງລ່າງຫຼາຍຢ່າງ ຈິ່ງເຮັດໃຫ້ການຫັນປ່ຽນໄປສູ່ການຜະລິດເປັນສິນຄ້າ ດ້ວຍການລົງທຶນໃຫ່ຍຈຶ່ງເປັນໄປໄດ້ຍາກ.
- ລັດຖະບານຍັງຂາດຖັນແຖວນັກຊ່ຽວຊານດ້ານກະສິກຳທີ່ເກັ່ງ ແລະ ຂາດງົບປະມານ ຈຶ່ງເຮັດໃຫ້ການຫັນໄປສູ່ການຜະລິດໃຫ່ຍດ້ວຍເທັກໂນໂລຢີສູງ ມີຄວາມຫຍຸ້ງຍາກ, ຂາດຄວາມຮູ້ປະສົບການ.
ນັ້ນ, ພຽງແນວຄວາມຕິດ ແລະ ທັດສະນະຂອງຜູ້ຂຽນເອງ. ເຖິງຢ່າງໃດກໍດີ, ການຫັນປ່ຽນຈາກແນວຄິດນ້ອຍດ້ອຍພັດທະນາ ຂອງພວກສັກດິນນາຫຼ້າຫຼັງໄປສູ້ການຜະລິດໃຫ່ຍທັນສະໄໝດ້ວຍເທັກໂນໂລຢີສູງນັ້ນ ແມ່ນຂະບວນວິວັດແຫ່ງການປ່ຽນແປງຄັ້ງໃຫ່ຍທາງດ້ານແນວຄວາມຄິດ ຈີນຕະນາການ ແລະ ກະກຽມງົບປະມານທີ່ມະຫາສານ ຊຶ່ງບໍ່ແມ່ນບັນຫາທີ່ຈະເຮັດໄດ້ມື້ໜຶ່ງຍາມດຽວ.