ລາວເລັ່ງແກ້ໄຂລົດນໍາເຂົ້າບໍ່ຖືກຕ້ອງ

- car - ລາວເລັ່ງແກ້ໄຂລົດນໍາເຂົ້າບໍ່ຖືກຕ້ອງ
- kitchen vibe - ລາວເລັ່ງແກ້ໄຂລົດນໍາເຂົ້າບໍ່ຖືກຕ້ອງ

- car 1024x386 - ລາວເລັ່ງແກ້ໄຂລົດນໍາເຂົ້າບໍ່ຖືກຕ້ອງ

ພາຍຫລັງກະຊວງການເງິນໄດ້ເປີດໂທລະສັບສາຍດ່ວນ 1519 ເປັນຕົ້ນມາ, ກໍມີພະນັກງານ, ທະຫານ, ຕໍາຫລວດ, ຊາວຄ້າຂາຍ ຕະຫລອດຮອດປະຊາຊົນໃນທົ່ວະເທດໄດ້ສະເໜີຫລາຍບັນຫາທີ່ນອນໃນຄວາມຮັບພິຊອບຂອງກະຊວງດັ່ງກ່າວ, ໃນນັ້ນການແກ້ໄຂລົດນໍາເຂົ້າບໍ່ຖືກຕ້ອງກໍແມ່ນບັນຫາໜຶ່ງທີ່ສັງຄົມໃຫ້ຄວາມສົນໃຈຫລາຍ. ໂດຍກະຊວງການເງິນຊີ້ແຈງວ່າ: ໃນໄລຍະປີ 2015-2016 ແລະ ໄລຍະ 3 ເດືອນຂ້າມຜ່ານ, ກະຊວງການເງິນໄດ້ອອກແຈ້ງການສະບັບເລກທີ 2833/ກງ ແລະ ສະບັບເລກທີ 095/ກງ ວ່າດ້ວຍການແກ້ໄຂລົດນໍາເຂົ້າບໍ່ຖືກຕ້ອງ, ໂດຍໄດ້ກໍານົດຫລັກການ ແລະ ບັນດາມາດຕະການໃນການແກ້ໄຂເປັນອັນລະອຽດ, ຊຶ່ງໄດ້ລະບຸພາຫະນະທີ່ທາງກໍາມະການຂັ້ນແຂວງໄດ້ຂຶ້ນບັນຊີປະເມີນລາຄາແລ້ວກ່ອນວັນທີ 31 ທັນວາ 2015 ໂດຍມູນຄ່າແຈ້ງພາສີແມ່ນນໍາໃຊ້ລາຄາທີ່ກໍານົດໃນແຈ້ງການຂອງກະຊວງການເງິນສະບັບເລກທີ 2030/ກງ, ສ່ວນພາຫະນະທີ່ແຈ້ງຫລັງວັນທີ 31 ທັນວາ 2015 ແມ່ນໄດ້ປະຕິບັດຕາມລາຄາຊື້-ຂາຍຕົວຈິງ (ລາຄາໂຮງງານ) ຕາມກົດໝາຍວ່າດ້ວຍພາສີກໍານົດ.

ກະຊວງດັ່ງກ່າວ ໃຫ້ຮູ້ວ່າ: ສໍາລັບການແກ້ໄຂພາຫະນະນໍາເຂົ້າບໍ່ຖືກຕ້ອງແມ່ນປະຕິບັດຕາມແຈ້ງການຫ້ອງວ່າການສໍານັກງານນາຍົກລັດຖະມົນຕີສະບັບເລກທີ 1943/ຫສນຍ.ກສສ ແລະ ແຈ້ງການສະບັບເລກທີ 142/ຫສນຍ ແລະ ນິຕິກໍາກ່ຽວຂ້ອງອື່ນໆ, ຊຶ່ງໄດ້ຈັດຕັ້ງປະຕິບັດເປັນເອກະພາບໃນທົ່ວປະເທດ, ສ່ວນວິທີແກ້ໄຂ ແລະ ຄິດໄລ່ພາສີ-ອາກອນສໍາລັບພາຫະນະນໍາເຂົ້າບໍ່ຖືກຕ້ອງມີ 2 ແບບຄື: ພາຫະນະນໍາເຂົ້າບໍ່ຖືກຕ້ອງຂຶ້ນບັນຊີກ່ອນວັນທີ 31 ທັນວາ 2015 ມູນຄ່າແຈ້ງພາສີແມ່ນໃຫ້ນໍາໃຊ້ລາຄາກາງທີ່ກໍານົດໄວ້ໃນຂໍ້ຕົກລົງຂອງກະຊວງການເງິນ, ຈາກນັ້ນຫັກຄ່າຫລຸ້ຍຫ້ຽນຕາມອາຍຸການນໍາໃຊ້ຕາມລະບຽບຂອງຂະແໜງໂຍທາທິການ ແລະ ຂົນສົ່ງວາງອອກ. ສໍາລັບພາຫະນະທີ່ມີອາຍຸນໍາໃຊ້ເກີນ 8 ປີ ຄະນະກໍາມະການແກ້ໄຂຂັ້ນແຂວງແມ່ນໄດ້ປະເມີນລາຄາແຈ້ງພາສີໃຫ້ສອດຄ່ອງກັບຄວາມເປັນຈິງ, ຖ້າຫາກສະພາບເຕັກນິກບໍ່ໄດ້ມາດຕະຖານແມ່ນບໍ່ໃຫ້ນໍາໃຊ້ເດັດຂາດ ແລະ ການປັບໃໝແມ່ນປະຕິບັດຕາມກົດໝາຍວ່າດ້ວຍພາສີ. ສໍາລັບພາຫະນະນໍາເຂົ້າບໍ່ຖືກຕ້ອງຂຶ້ນບັນຊີຫລັງວັນທີ 31 ທັນວາ 2015 ແມ່ນໃຫ້ປະຕິບັດຕາມລາຄາຊື້-ຂາຍຕົວຈິງ, ຊຶ່ງມູນຄ່າແຈ້ງລາຄາຊະນິດໃດ, ລຸ້ນໃດ ແມ່ນກໍານົດໃນຖານຂໍ້ມູນລາຄາພາຫະນະຂອງກົມພາສີ, ຈາກນັ້ນຫັກຄ່າຫລຸ້ຍຫ້ຽນຕາມອາຍຸນໍາໃຊ້ຕາມລະບຽບຂອງຂະແໜງໂຍທາທິການ ແລະ ຂົນສົ່ງ, ສໍາລັບພາຫະນະທີ່ມີອາຍຸນໍາໃຊ້ເກີນ 8 ປີກໍປະຕິບັດເຊັ່ນດຽວກັນ.

ກະຊງການເງິນ ໃຫ້ຮູ້ຕື່ມວ່າ: ປັດຈຸບັນແມ່ນພົບເຫັນລົດນໍາເຂົ້າບໍ່ຖືກຕ້ອງເປັນຈໍານວນຫລາຍ ແລະ ມີຫລາຍກໍລະນີແມ່ນປອມແປງເອກະສານທາງພາສີໂດຍການໃຊ້ໃບແຈ້ງພາສີສີນຄ້າະເພດອື່ນທີ່ມີກາຈໍ້າແດງແທ້ໄປຂຶ້ນທະບຽນຢູ່ກອງຄຸ້ມຄອງພາຫະນະດັ່ງນີ້ເປັນຕົ້ນ. ແຕ່ແນວໃດກໍຕາມປັດຈຸບັນລັດຖະບານພວມເລັ່ງແກ້ໄຂບັນຫາການລັກລອບນໍາເຂົ້າລົດຜິດລະບຽບ ແລະ ກວດກາລົດປອມແປງເອກະສານຢ່າງເຂັ້ມງວດ.

- 4 - ລາວເລັ່ງແກ້ໄຂລົດນໍາເຂົ້າບໍ່ຖືກຕ້ອງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!