ຮໍໂມນເພດຍິງຈະຊ່ວຍໃຫ້ຜູ້ຊາຍ ລອດຕາຍຈາກໂຄວິດ-19 ໄດ້ ຫລື ບໍ່ ?

ຮໍໂມນເພດຍິງຈະຊ່ວຍໃຫ້ຜູ້ຊາຍ ລອດຕາຍຈາກໂຄວິດ-19 ໄດ້ ຫລື ບໍ່ ? - 290 - ຮໍໂມນເພດຍິງຈະຊ່ວຍໃຫ້ຜູ້ຊາຍ ລອດຕາຍຈາກໂຄວິດ-19 ໄດ້ ຫລື ບໍ່ ?
ຮໍໂມນເພດຍິງຈະຊ່ວຍໃຫ້ຜູ້ຊາຍ ລອດຕາຍຈາກໂຄວິດ-19 ໄດ້ ຫລື ບໍ່ ? - kitchen vibe - ຮໍໂມນເພດຍິງຈະຊ່ວຍໃຫ້ຜູ້ຊາຍ ລອດຕາຍຈາກໂຄວິດ-19 ໄດ້ ຫລື ບໍ່ ?

    ນັກວິທະຍາສາດຄາດວ່າ: ຮໍໂມນເພດຍິງຊ່ວຍປົກປ້ອງຜູ້ຍິງຈາກໂຄວິດ-19 ເພາະຜູ້ຍິງຈະມີອາການຮຸນແຮງໜ້ອຍກວ່າ ແລະ ມີອັດຕາການລອດຊີວິດຫລາຍກວ່າຜູ້ຊາຍ.

ໃນຂະນະທີ່ເຊື້ອໂຄໂຣນາໄວຣັສແຜ່ລະບາດໄປທົ່ວໂລກຈົນເຖິງປັດຈຸບັນມີຜູ້ເສຍຊີວິດແລ້ວ 211.000 ກວ່າຄົນ, ແຕ່ມີຈຸດທີ່ໜ້າສັງເກດຄື: ຜູ້ຍິງຈະມີອາການຮຸນແຮງໜ້ອຍກວ່າ ແລະ ມີອັດຕາການລອດຊີວິດຫລາຍກວ່າຜູ້ຊາຍ ທັງຢູ່ຈີນ, ອິຕາລີ ແລະ ອາເມລິກາ ຈຶ່ງນຳມາສູ່ຄຳຖາມວ່າ: ຮໍໂມນທີ່ຜູ້ຍິງຜະລິດໄດ້ຫລາຍກວ່າເພດຊາຍ ຄືເອສໂຕຣເຈນ ແລະ ໂປຣເຈສເຕີໂຣນ ຈະໃຊ້ປິ່ນປົວ Covid-19 ໄດ້ ຫລື ບໍ່ ?. ປັດຈຸບັນມີການວິໄຈ 2 ບົດກຳລັງທົດລອງສົມມຸດຖານດັ່ງກ່າວ.

ຮໍໂມນເພດຍິງຈະຊ່ວຍໃຫ້ຜູ້ຊາຍ ລອດຕາຍຈາກໂຄວິດ-19 ໄດ້ ຫລື ບໍ່ ? - Visit Laos Visit SALANA BOUTIQUE HOTEL - ຮໍໂມນເພດຍິງຈະຊ່ວຍໃຫ້ຜູ້ຊາຍ ລອດຕາຍຈາກໂຄວິດ-19 ໄດ້ ຫລື ບໍ່ ?

ໃນອາທິດຜ່ານມາ, ທີມແພດຈາກວິທະຍາໄລການແພດແຫ່ງມະຫາວິທະຍາໄລສະໂຕນີບຣູກໃນລອງໄອແລນຂອງອາເມລິກາ ເລີ່ມທົດລອງໃຊ້ຮໍໂມນເອສໂຕຣເຈນກັບຜູ້ຕິດເຊື້ອ Covid-19 ເພື່ອເພີ່ມພູມຄຸ້ມກັນ ແລະ ໃນອາທິດໜ້າ ທີມແພດຈາກໂຮງໝໍຊີດາໄຊນາຍໃນລອສແອງເຈລິສ ຈະເລີ່ມປິ່ນປົວຜູ້ຕິດເຊື້ອຜູ້ຊາຍດ້ວຍຮໍໂມນໂປຣເຈສເຕີໂຣນ ເຊິ່ງມີຄຸນສົມບັດຕ້ານການອັກເສບ ແລະ ອາດປ້ອງກັນພູມຄຸ້ມກັນເຮັດວຽກຜິດປົກກະຕິນຳອີກ.

ທ່ານ ນາງ ຊາຣາ ການເດີຮາຣີ ນັກວິທະຍາປອດ ແລະ ແພດປະຈຳພະແນກຜູ້ປ່ວຍວິກິດ ຂອງໂຮງໝໍຊີດາໄຊນາຍ ເປີດເຜີຍວ່າ: ຈຳນວນຜູ້ປ່ວຍຊາຍ ແລະ ຍິງໃນພະແນກ ICU ຕ່າງກັນຫລາຍ ແລະ ຜູ້ຊາຍອາການຮຸນແຮງກວ່າ ໂດຍ 75% ຂອງຜູ້ປ່ວຍວິກິດຢູ່ໂຮງໝໍເປັນຜູ້ຊາຍ ແລະ ຜູ້ປ່ວຍທີ່ຕ້ອງໃຊ້ເຄື່ອງຊ່ວຍຫາຍໃຈສ່ວນຫລາຍກໍເປັນຜູ້ຊາຍ. ຂະນະທີ່ຜູ້ຍິງຖືພາທີ່ພູມຄຸ້ມກັນມັນຈະອ່ອນແອ ແຕ່ມີທັງຮໍໂມນເອສໂຕຣເຈນ ແລະ ໂປຣເຈສເຕີໂຣນສູງມີທ່າອ່ຽງມີອາການປ່ວຍ Covid-19 ບໍ່ຮຸນແຮງ. ດັ່ງນັ້ນ ນາງຈຶ່ງຄິດວ່າ: ຮໍໂມນອາດຈະຊ່ວຍປ້ອງກັນທັງຜູ້ຍິງ ແລະ ຜູ້ຍິງຖືພາຈາກເຊື້ອໂຄໂຣນາໄວຣັສ.

ເອສໂຕຣເຈນຫລຸດໂປຣຕິນທີ່ເປັນປະຕູຮັບເຊື້ອ: ທ່ານ ນາງ ແຄດຣີນ ແຊນເບິກ ຜູ້ອຳນວຍການສູນສຶກສາຄວາມແຕກຕ່າງທາງເພດດ້ານສາທາລະນະສຸກ, ໄວ ແລະ ໂຣກ ຈາກມະຫາວິທະຍາໄລຈອນທາວ ເປີດເຜີຍວ່າ: ມີການວິໄຈພົບວ່າຮໍໂມນເອສໂຕຣເຈນອາດສົ່ງຜົນຕໍ່ໂປຣຕິນ ACE2) ເຊິ່ງເຊື້ອໂຄໂຣນາໄວຣັສໃຊ້ເປັນປະຕູເຂົ້າໄປສູ່ຈຸລັງໃນຮ່າງກາຍມະນຸດ ແລະ ໂປຣຕິນຊະນິດນີ້ເຮັດວຽກຕ່າງກັນໃນເພດຊາຍ ແລະ ຍິງ.

ການສຶກສາໃນໜູທົດລອງພົບວ່າຮໍໂມນເອສໂຕຣເຈນຫລຸດປະລິມານໂປຣຕິນ ACE2 ໃນໄຕ. ດັ່ງນັ້ນ ຈຶ່ງເປັນໄປໄດ້ວ່າຮໍໂມນນີ້ຈະຫລຸດການຜະລິດໂປຣຕິນ ACE2 ໃນຜູ້ຊາຍເຊັ່ນກັນ.

ອາດບໍ່ກ່ຽວກັບຮໍໂມນ: ທ່ານ ນາງ ຊາບຣາ ໄຄລ ຜູ້ຊ່ຽວຊານດ້ານຄວາມແຕກຕ່າງທາງເພດກ່ຽວກັບການຕິດເຊື້ອ ແລະ ການຕອບສະໜອງຕໍ່ວັກແຊງ ຈາກໂຮງຮຽນການແພດຈອນ ຮອບກິນ ບລູມເບິກ ເປີດເຜີຍວ່າ: ຖ້າຮໍໂມນມີສ່ວນປົກປ້ອງຜູ້ຍິງແທ້. ດັ່ງນັ້ນ ຜູ້ຍິງອາຍຸສູງທີ່ຕິດເຊື້ອ Covid-19 ຄວນມີອາການຮຸນແຮງເຊັ່ນດຽວກັບຜູ້ຕິດເຊື້ອຊາຍໃນໄວດຽວກັນ ເນື່ອງຈາກຍິງອາຍຸສູງມີລະດັບຮໍໂມນເພດຍິງຫລຸດລົງຢ່າງຈະແຈ້ງຫລັງໝົດປະຈຳເດືອນ. ນາງ ໄຄລ ເບິ່ງວ່າ: ອາດຈະມີເລື່ອງພັນທຸກຳເຂົ້າມາກ່ຽວຂ້ອງນຳ.

ພຶດຕິກຳກໍມີສ່ວນ: ອັດຕາການລອດຊີວິດທີ່ແຕກຕ່າງກັນລະຫວ່າງເພດຍິງ ແລະ ເພດຊາຍບົ່ງຊີ້ນັບແຕ່ຊ່ວງທຳອິດຂອງການລະບາດ ໃນປະເທດຈີນພົບວ່າຜູ້ຊາຍເສຍຊີວິດຫລາຍກວ່າຜູ້ຍິງ ເພາະຜູ້ຊາຍສູບຢາຫລກາຍວ່າຜູ້ຍິງ, ແຕ່ຜົນການສຶກສານີ້ເປັນໄປໃນທາງດຽວກັນກັບອິຕາລີ ແລະ ຢູ່ມະຫານະຄອນນິວຢອກທີ່ຜູ້ຊາຍເສຍຊີວິດຫລາຍກວ່າ.

ນັກວິທະຍາສາດທີ່ສຶກສາເລື່ອງຄວາມແຕກຕ່າງທາງເພດເປີດເຜີຍວ່າ: ທັງຄວາມແຕກຕ່າງໃນເລື່ອງພູມຄຸ້ມກັນ ແລະ ພຶດຕິກຳລ້ວນມີສ່ວນກ່ຽວຂ້ອງ ບໍ່ວ່າຈະເປັນຜູ້ຊາຍມັກສູບຢາ ແລະ ບໍ່ມັກລ້າງມື, ສ່ວນຜູ້ຍິງມີລະບົບພູມຄຸ້ມກັນທີ່ແຂງແຮງກວ່າ. ດັ່ງນັ້ນ ບັນຫານີ້ຈຶ່ງມີຄວາມສັບຊ້ອນ ແລະ ມີປັດໄຈຫລາຍຢ່າງ ໂດຍຮໍໂມນເປັນສ່ວນໜຶ່ງເທົ່ານັ້ນ.

ຮໍໂມນເພດຍິງຈະຊ່ວຍໃຫ້ຜູ້ຊາຍ ລອດຕາຍຈາກໂຄວິດ-19 ໄດ້ ຫລື ບໍ່ ? - 5 - ຮໍໂມນເພດຍິງຈະຊ່ວຍໃຫ້ຜູ້ຊາຍ ລອດຕາຍຈາກໂຄວິດ-19 ໄດ້ ຫລື ບໍ່ ?
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!