ຕາດກອຍລອຍຟ້າ
June 12, 2017 - 6:46 PM


ທ່ອງທ່ຽວກັບລາວໂພສ ມື້ນີ້ ແອັດຈະພາທຸກຄົນໄປຮູ້ຈັກກັບ ອີກໜຶ່ງສະຖານທີ່ເໝາະກັບການ ພັກຜ່ອນ ແລະ ການຫລິ້ນກິດຈະ ກຳມ່ວນຊື່ນເໝາະສົມທີ່ຈະໄປ ທ່ຽວແບບເປັນ ກຸ່ມເພື່ອນ, ຄອບ ຄົວຫລືໄປກັບຄົນຮັກ ຮັບຮອງ ວ່າທັງມ່ວນທັງເມື່ອຍກັບມາແນ່ ນອນ ເຊິ່ງສະຖານທີ່ວ່ານີ້ມີຊື່ວ່າ: “ຕາດກອຍລອຍຟ້າ”


+ ລາວຈະຈັດມາດຖານແຫລ່ງທ່ອງທ່ຽວໃຫ້ເປັນຈຸດສຸມ
+ ລາວ-ຈີນຫາລືການຮ່ວມມືທາງດ້ານການທ່ອງທ່ຽວ
“ຕາດກອຍລອຍຟ້າ” ຢູ່ທີ່ ເມືອງປະທຸມພອນ ແຂວງຈຳປາ ສັກເປັນໜຶ່ງສະຖານທີ່ທ່ຽວທີ່ໄດ້ ຮັບຄວາມນິຍົມທັງນັກທ່ອງທ່ຽວ ພາຍໃນ ແລະ ຕ່າງຊາດເປັນຈຳ ນວນຫລາຍເພາະ ທີ່ຕາດແຫ່ງ ນີ້ ນອກຈາກຈະມີທຳມະຊາດ ສວຍງາມ, ມີແມ່ນ້ຳໄຫລໃສເຢັນ ໜ້າລົງລອຍແລ້ວຍັງມີກິດຈະກຳ ໄວ້ໃຫ້ຄົນທີ່ມາໄດ້ເລືອກຫລິ້ນ ຫລາກຫລາຍເຊັ່ນ: ການຍ່າງ ປ່າ, ຂີ່ສະລິງ, ໄຕ່ຂົວອູ່, ກິນເຂົ້າ ປ່າ ແລະ ອື່ນໆ.