ຈີນຍຶດຜ້າອັດປາກບໍ່ໄດ້ມາດຕະຖານ 89 ລ້ານອັນ

ຈີນຍຶດຜ້າອັດປາກບໍ່ໄດ້ມາດຕະຖານ 89 ລ້ານອັນ - 261 - ຈີນຍຶດຜ້າອັດປາກບໍ່ໄດ້ມາດຕະຖານ 89 ລ້ານອັນ
ຈີນຍຶດຜ້າອັດປາກບໍ່ໄດ້ມາດຕະຖານ 89 ລ້ານອັນ - kitchen vibe - ຈີນຍຶດຜ້າອັດປາກບໍ່ໄດ້ມາດຕະຖານ 89 ລ້ານອັນ

     ເຈົ້າໜ້າທີ່ຂອງສຳນັກງານບໍລິຫານຈັດການກົດລະບຽບຕະຫລາດແຫ່ງລັດຂອງຈີນ ກ່າວໃນວັນທີ 26 ເມສານີ້ວ່າ: ເຈົ້າໜ້າທີ່ຈີນໄດ້ຍຶດຜ້າອັດປາກທີ່ບໍ່ໄດ້ມາດຕະຖານຫລາຍກວ່າ 89 ລ້ານອັນ.

ຮອງຜູ້ອຳນວຍການສຳນັກງານບໍລິຫານຈັດການກົດລະບຽບຕະຫລາດແຫ່ງລັດ ກ່າວວ່າ: ມາຮອດວັນທີ 24 ເມສາຜ່ານມາ ເຈົ້າໜ້າທີ່ຄວບຄຸມຕະຫລາດຂອງຈີນໄດ້ເຂົ້າກວດບໍລິສັດຫລາຍແຫ່ງ ແລະ ສາມາດຍຶດຜ້າອັດປາກທີ່ຄຸນນະພາບຕໍ່າກວ່າມາດຕະຖານຫລາຍກວ່າ 89 ລ້ານອັນ ແລະ ອຸປະກອນປ້ອງກັນການຕິດເຊື້ອອີກ 418.000 ຊຸດ. ນອກຈາກນັ້ນ ຍັງພົບສານຂ້າເຊື້ອທີ່ບໍ່ມີປະສິດທິພາບ ມູນຄ່າ 1,1 ລ້ານໂດລາ. ເຖິງຢ່າງໃດກໍຕາມ, ຍັງບໍ່ແນ່ນອນວ່າເຄື່ອງທີ່ຍຶດໄດ້ນີ້ຈະສົ່ງໄປປະເທດໃດ, ຈີນພະຍາຍາມຈະກຳຈັດສິນຄ້າທີ່ບໍ່ໄດ້ມາດຕະຖານ ແລະ ໃນວັນທີ 25 ເມສາ ໄດ້ປະກາດໃຊ້ລະບຽບໃໝ່ ໂດຍກຳນົດໃຫ້ຜ້າອັດປາກທີ່ບໍ່ໄດ້ໃຊ້ໃນທາງການແພດຈະຕ້ອງມີຄຸນນະພາບໄດ້ມາດຕະຖານ ທັງໃນລະດັບປະເທດ ແລະ ລະດັບສາກົນ.

ຈີນຍຶດຜ້າອັດປາກບໍ່ໄດ້ມາດຕະຖານ 89 ລ້ານອັນ - Visit Laos Visit SALANA BOUTIQUE HOTEL - ຈີນຍຶດຜ້າອັດປາກບໍ່ໄດ້ມາດຕະຖານ 89 ລ້ານອັນ
ຈີນຍຶດຜ້າອັດປາກບໍ່ໄດ້ມາດຕະຖານ 89 ລ້ານອັນ - 5 - ຈີນຍຶດຜ້າອັດປາກບໍ່ໄດ້ມາດຕະຖານ 89 ລ້ານອັນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!