ເຮົາຈະຍອມມີຊີວິດຢູ່ກັບໂຄວິດ-19 ຫຼື ຈະຍອມຢູ່ຫ່າງໄກທາງສັງຄົມ?
ໂດຍ: ລູກເມືອງພວນ
ການຢູ່ຫ່າງໄກທາງສັງຄົມ ແມ່ນວິທີການຕ້ານການແຜ່ລະບາດຂອງພະຍາດໄດ້ດີທີ່ສຸດ.
ເຮົາມັກໄດ້ຍິນຄຳຖາມຢ້ອນກັບວ່າ: ຖ້າໃຜໆກໍຢູ່ຫາງໄກທາງສັງຄົມ(ກັກຕົວຢູ່ໃນເຮືອນ) ໝົດ, ແລ້ວແມ່ນໃຜຈະເປັນຜູ້ຜະລິດ ຊີ້ນປາອາຫານ ໃຫ້ສັງຄົມຊື້ກິນ? ປັດຈຸບັນທຸກຄົນຍັງດຳເນີນຊີວິດການເປັນຢູ່ໄດ້ກໍເພາະວ່າ ຍັງມີເງິນຄຳ ແລະ ອາຫານການກິນສະສົມໄວ້ຢູ່. ແຕ່ຖ້າສິ່ງທີ່ສະສົມໄວ້ນັ້ນໝົດແລ້ວ, ບໍ່ມີເຂົ້າ, ບໍ່ມີຊີ້ນປາອາຫານ, ເຖິງຈະມີເງິນຫຼາຍປານໃດກໍຕາມ ກໍບໍ່ສາມາດຈະຊື້ໄດ້. ເວລານັ້ນເງິນກໍຈະກາຍເປັນເສດເຈ້ຍ, ຖ້າຫາກມັນບໍ່ມີການໝູນວຽນ, ຄຸນຄ່າຂອງເງິນກໍຈະໝົດໄປໃນຕົວ.
ແຕ່ເຮົາຄວນຄຳນຶງວ່າ ສະພາບດັ່ງກ່າວນັ້ນ, ມັນເກີດຂຶ້ນຢູ່ໃນທົ່ວໂລກ ບໍ່ສະເພາະຫຍັງຢູ່ແຕ່ລາວເຮົາ. ເຖິງແມ່ນວ່າລັດຖະບານຈະຜ່ອນຜັນການຢູ່ຫ່າງໄກທາງສັງຄົມ, ປັບປຸງການຜະລິດຄືນໃໝ່ ກໍພຽງແຕ່ເປັນການເພິ່ງຕົນເອງ ກຸ້ມຕົນເອງເທົ່ານັ້ນ. ຖ້າທຸກໆປະເທດ ທຸກໆ ຂົງເຂດປິດປະຕູໝົດ ແລ້ວຈະດຳເນີນທຸລະກິດການຄ້າຂາຍກັບໃຜ? ເມື່ອໃດ ພະຍາດໂຄວິດ ຫາກໝົດໄປຈາກໂລກແລ້ວ, ທຸກປະເທດຈະມີການປັບປຸງ ຟື້ນຟູເສດຖະກິດຄືນໃໝ່ ເວລານັ້ນຈຶ່ງມີຄວາມຫວັງດຳເນີນຊີວິດໄດ້ປົກກະຕິຄືກ່ອນທີ່ບໍ່ທັນເກີດພະຍາດໄດ້.
ອາຫານການກິນທີ່ສະສົມໄວ້ນັ້ນຈະກຸ້ມດົນປານໃດ? ສູງສຸດກໍຈະໄດ້ແຕ່ສອງປີ. ແຕ່ໄລຍະສອງປີນັ້ນ ຖ້າພະຍາດຫາກບໍ່ໝົດໄປເດ ກໍຍັງຈະສືບຕໍ່ຢູ່ຫ່າງໄກທາງສັງຄົມອອກໄປອີກ ໂລກທັງໂລກກໍຈະຫິວຕາຍ. ເວລານີ້ເຖິງຈະມີເງິນຫຼາຍປານໃດກໍຕາມ ກໍບໍ່ສາມາດຈະຊື້ໄດ້ ແລະ ຍິ່ງໄປກວ່ານັ້ນ ສົມມຸດວ່າ ຜູ້ທຳການຜະລິດສິ່ງຂອງວັດຖຸ, ຜູ້ທີ່ອາໄສເງິນເດືອນເສຍຊີວິດກ່ອນ ແລ້ວຜູ້ທີ່ຍັງມີຊີວິດຢູ່ຈະກິນຫຍັງ? ໃນທີ່ສຸດກໍຕົກຢູ່ໃນຊະຕາກຳອັນດຽວກັນທັງໝົດ.
ວິທີການຢູ່ຫ່າງໄກທາງສັງຄົມ ແມ່ນວິທີການທີ່ດີທີ່ສຸດ ເພື່ອຕ້ານການແຜ່ລະບາດຂອງພະຍາດ ກ່ອນທີ່ມະນຸດພວກເຮົາຈະຄົ້ນພົບ ແລະ ຜະລິດໄດ້ ວັດຊີນ. ຖ້າໃຜຫາກກວດພົບເຊື້ອ ຈົ່ງແຍກປ່ຽວທັນທີ ແລະ ຄົ້ນຫາເປົ້າໝາຍສົງໄສຕິດເຊື້ອຕໍ່ໄປ ແລະ ຢູ່ໃນວົງກວ້າງ. ສ່ວນຜູ້ທີ່ປົກກະຕິທຳມະດາກໍຄວນເຄື່ອນໄຫວດຳເນີນຊີວິເປັນປົກກະຕິ. ແຕ່ກໍຕ້ອງມີການປ່ຽນແປງໃຫ້ສອດຄ່ອງກັບສະຖານະການເຊັ່ນ: ໃສ່ຜ້າອັດປາກ-ດັງເປັນປະຈຳ, ເຮັດວຽກດ້ວຍທາງອອນລາຍ ຖ້າເປັນໄປໄດ້.
ພວກເຮົາຈະຍອມມີຊີວິດຢູ່ກັບໂຄວິດ ຫຼື ຈະເອົາເສດຖະກິດ ປັບປຸງຊີວິດການເປັນຢູ່ໃຫ້ກັບຄືນສູ່ປົກກະຕິ ດັ່ງທີ່ສະຫະລັດອາເມລິກາ ແລະ ບັນດາປະເທດຍຸໂຣບ ດຳເນີນຢູ່ທຸກວັນນີ້?