“ປິດປະເທດ” ຄືຫຍັງ ເປັນຫຍັງທຸກປະເທດຕ້ອງໃຊ້ວິທີນີ້ສູ້ໂຄວິດ-19 ?
ຕອນນີ້ຄຳວ່າ: “ປິດປະເທດ” ເປັນຄຳເວົ້າຍອດນິຍົມໃນເກືອບທຸກປະເທດ ໃນຖານະມາດຕະການສະກັດກັ້ນການແຜ່ລະບາດຂອງໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19) ຄຳນີ້ເລີ່ມຮູ້ຈັກກັນທົ່ວໂລກໃນວັນທີ 23 ມັງກອນ ເມື່ອລັດຖະບານຈີນສັ່ງປິດເມືອງອູ່ຮັ່ນ ມົນຫົນຫູເປີຍ ຕົ້ນຕໍການແຜ່ລະບາດ.
ຕອນນັ້ນລັດຖະບານຈີນສັ່ງປິດເມືອງ ຄົນໃນຫ້າມອອກ ຄົນນອກຫ້າມເຂົ້າ ຕັດການຄົມມະນາຄົມສາທາລະນະທັງໝົດ, ບໍລິສັດ, ຫ້າງຮ້ານ, ສະຖານທີ່ຕ່າງໆທີ່ບໍ່ກ່ຽວກັບການດຳລົງຊີວິດປະຈຳວັນຖືກປິດໝົດ, ຊຸບເປີມາເກັດ, ຮ້ານຂາຍຢາ ເປີດໄດ້, ແຕ່ປິດບໍລິການໄວກວ່າປົກກະຕິ.
ປັດຈຸບັນນີ້ ລັດຖະບານຫລາຍປະເທດຍັງມີແນວທາງປິດປະເທດແຕກຕ່າງກັນ ຂຶ້ນຢູ່ກັບຄວາມຮຸນແຮງຂອງສະຖານະການ, ມາດຕະການມີນັບແຕ່ຈຳກັດການເດີນທາງ, ປິດສະໜາມບິນ, ປິດຊາຍແດນຢ່າງສິ້ນເຊີງ.
ສ່ວນການຄວບຄຸມຄົນໃນປະເທດປະກອບມີ ໃຫ້ປະຊາຊົນຢູ່ແຕ່ໃນເຮືອນ, ປິດບໍລິການທຸກຢ່າງຍົກເວັ້ນທີ່ຈຳເປັນ (ຮ້ານອາຫານ, ຮ້ານຢາ, ທະນາຄານ), ຫ້າມຈັດກິດຈະກຳທີ່ຄົນລວມຕົວກັນເປັນຈຳນວນຫລາຍ, ເວັ້ນໄລຍະຫ່າງໃນການໃກ້ຊິດກັບບຸກຄົນອື່ນ.
ສະຫລຸບແລ້ວ “ປິດປະເທດ” ບໍ່ມີນິຍາມທີ່ແນ່ນອນ ຂຶ້ນຢູ່ກັບນະໂຍບາຍຂອງແຕ່ລະປະເທດນັ້ນເອງ.