ສະຫະລັດອາເມລິກາໃຫ້ການຊ່ວຍເຫລືອໂຄງການເຄື່ອນທີ່ອົງຄະທຽມ ແລະ ເຄື່ອງຄໍ້າຊູ ທີ່ແຂວງໄຊຍະບູລີ

- Cope Clinic - ສະຫະລັດອາເມລິກາໃຫ້ການຊ່ວຍເຫລືອໂຄງການເຄື່ອນທີ່ອົງຄະທຽມ ແລະ ເຄື່ອງຄໍ້າຊູ ທີ່ແຂວງໄຊຍະບູລີ
- kitchen vibe - ສະຫະລັດອາເມລິກາໃຫ້ການຊ່ວຍເຫລືອໂຄງການເຄື່ອນທີ່ອົງຄະທຽມ ແລະ ເຄື່ອງຄໍ້າຊູ ທີ່ແຂວງໄຊຍະບູລີ

ໃນວັນທີ 1 ມິຖຸນາ, ທ່ານ ຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດອາເມລິກາ ໄດ້ໄປຢ້ຽມຢາມໂຄງການເຄື່ອນທີ່ອົງຄະທຽມ ແລະ ເຄື່ອງຄໍ້າຊູ Cooperative Orthotic and Prosthetic Enterprise (COPE) Mobile Clinic ທີ່ໄດ້ຮັບທຶນການຊ່ວຍເຫຼືອຈາກລັດຖະບານສະຫະລັດອາເມລິກາ ເພື່ອຊ່ວຍເຫຼືອຜູ້ເສຍອົງຄະດັ່ງຢູ່ໂຮຽໝໍເມືອງຊຽງຮ່ອນເຊິ່ງເປັນບ່ອນທີ່ໂຄງການເຄື່ອນທີ່ອົງຄະທຽມ ແລະ ເຄື່ອງຄໍ້າຊູໄດ້ໃຫ້ການບໍລິການການຟື້ນຟູໂດຍບໍ່ເສຍຄ່າ.ໃນໄລຍະຂອງການຢ້ຽມຢາມ, ທ່ານໄດ້ປຶກສາຫາລືກັບອຳນາດການປົກຄອງທ້ອງຖິ່ນກ່ຽວກັບການຊ່ວຍເຫຼືອຂອງສະຫະລັດອາເມລິກາເພື່ອໃຫ້ຜູ້ທີ່ເສຍອົງຄະຢູ່ຢ່າງມີຄວາມຫ້າວຫັນ ແລະ ມີປະສິດທິພາບ.

ທ່ານທູດໄດ້ກ່າວວ່າ: ການຊ່ວຍເຫຼືອຂອງພວກເຮົາໄດ້ສ້າງຄວາມແຕກຕ່າງຢ່າງແທ້ຈິງໃນພື້ນທີ່ຫ່າງໄກສອກຫຼີກເຊີ່ງເປັນບ່ອນມີການບໍລິການຂ້ອນຂ້າງບໍ່ສະໝຳສະເໝີ. ດັ່ງນັ້ນ   ຂ້າພະເຈົ້າຮູ້ສືກປະທັບໃຈຕໍ່ກັບທັກສະ ແລະ ຄວາມທຸ້ມເທຂອງບັນດາພະນັກງານຈາກໂຄງການເຄື່ອນທີ່ອົງຄະທຽມ ແລະ ເຄື່ອງຄໍ້າຊູ ແລະ ມີຄວາມດີໃຈທີ່ໄດ້ເຫັນວ່າ : ຜູ້ທີ່ໄດ້ຮັບການຊ່ວຍເຫຼືອດັ່ງກ່າວມີຄວາມປະທັບໃຈ ການສະໜັບສະໜູນຊ່ວຍເຫຼືອດ່ັງກ່າວແມ່ນແນໃສ່ໃຫ້ຜູ້ເສຍອົງຄະໃຫ້ເຂົ້າເຖີງການນຳໃຊ້ຂາທຽມ, ເຄື່ອງຄໍ້າຊູ ແລະ ການປິ່ນປົວຟື້ນຟູທາງດ້ານຮ່າງກາຍໂດຍບໍ່ເສຍຄ່າ. ພ້ອມຊ່ວຍຟຶກອົບຮົມເພື່ອພັດທະນາຄຸນະພາບມາດຕະຖານຂອງການປິ່ນປົວເຊີ່ງລວມທັງການພັດຖະນາຄຸນນະພາບຂາທຽມ ແລະ ສ້າງຄວາມເພິ່ງພໍໃຈໃຫ້ແກ່ຜູ້ປ່ວຍ.ນັບຕັ້ງແຕ່ປີ 2015ມາຮອດປັດຈຸບັນມີ ຫຼາຍກວ່າ 3000ຄົນ ທີ່ໄດ້ຮັບການຊ່ວຍເຫຼືອຈາກໂຄງການເຊິ່ງພວກເຂົາໄດ້ມີຂາທຽມ ແລະ ເຄື່ອງຄໍ້າຊູ. ນອກນັ້ນ, ຍັງມີການຈັດຝຶກອົບຮົມຫຼາຍຄັ້ງໃຫ້ແກ່ພະນັກງານວິຊາການ ແລະ ພະນັກງານຜູ້ບໍລິຫານໃນການພັດທະນາຄຸນນະພາບຂອງການປິ່ນປົວດີຂຶ້ນ.

- Visit Laos Visit SALANA BOUTIQUE HOTEL - ສະຫະລັດອາເມລິກາໃຫ້ການຊ່ວຍເຫລືອໂຄງການເຄື່ອນທີ່ອົງຄະທຽມ ແລະ ເຄື່ອງຄໍ້າຊູ ທີ່ແຂວງໄຊຍະບູລີ
- 3 - ສະຫະລັດອາເມລິກາໃຫ້ການຊ່ວຍເຫລືອໂຄງການເຄື່ອນທີ່ອົງຄະທຽມ ແລະ ເຄື່ອງຄໍ້າຊູ ທີ່ແຂວງໄຊຍະບູລີ
- 5 - ສະຫະລັດອາເມລິກາໃຫ້ການຊ່ວຍເຫລືອໂຄງການເຄື່ອນທີ່ອົງຄະທຽມ ແລະ ເຄື່ອງຄໍ້າຊູ ທີ່ແຂວງໄຊຍະບູລີ
- 4 - ສະຫະລັດອາເມລິກາໃຫ້ການຊ່ວຍເຫລືອໂຄງການເຄື່ອນທີ່ອົງຄະທຽມ ແລະ ເຄື່ອງຄໍ້າຊູ ທີ່ແຂວງໄຊຍະບູລີ