ເສັ້ນທາງເລກ 9 ຍຸກເກົ່າກັບຍຸກໃໝ່
ທິດກໍ່າ:
ເປັນເວລາ 40 ກວ່າປີຫລັງຈາກປະເທດຊາດໄດ້ຮັບການປົດປ່ອຍ ທິດກໍ່າ ຈຶ່ງໄດ້ມີໂອກາດໄປສຳຜັດກັບທ້ອງຖິ່ນເຂດເມືອງພີນ, ເມືອງເຊໂປນ ບ່ອນເຄີຍໄດ້ເຄື່ອນໄຫວວຽກງານເຂດແນວຫລັງຕອນປະເທດຊາດໄດ້ຮັບການປົດປ່ອຍໃໝ່ໆຫລັງປີ 1975. ເວົ້າໄດ້ວ່າເສັ້ນທາງເລກ 9 ໃນສະໄໝສົງຄາມປຽບເໝືອນແບ່ງເປັນສາມຕອນໂດຍປະລິຍາຍຄື: ນັບແຕ່ຄ່າເຊໂນໄປຫາພະລານແມ່ນເປັນເຂດຄຸ້ມຄອງຂອງລາຊາອານາຈັກວຽງຈັນ, ແຕ່ຄ່າພະລານໄປຫາເຊທ່າມວກແມ່ນເປັນເຂດຍາດແຍ່ງລະຫວ່າງຝ່າຍວຽງຈັນກັບແນວລາວຮັກຊາດ ແລະ ແຕ່ຄ່າເມືອງພີນຂຶ້ນໄປຫາເຊໂປນກາຍຂຶ້ນໄປຮອດຊາຍແດນລາວບາວແມ່ນຢູ່ໃນການຄຸ້ມຄອງຂອງແນວລາວຮັກຊາດ ເອີ້ນວ່າເຂດປົດປ່ອຍ.
ແນວໃດກໍຕາມ, ຖືວ່າຍຸກນັ້ນຍັງເປັນຍຸກເກົ່າ ເສັ້ນທາງສາຍນີ້ຍັງເປັນທາງແຄບ, ເປັນທາງດິນແດງ ການໄປມາຫຍຸ້ງຍາກ, ຊ້ຳບໍ່ໜຳ ແຕ່ຄ່າເມືອງພີນໄປຈົນຮອດຊາຍແດນລາວບາວໄດ້ຖືກຍົນຖິ້ມລະເບີດທຳລາຍຢ່າງໜັກ ໜ່ວງ, ຕະຫລອດເສັ້ນທາງ ແລະ ຂົວແຕ່ລະແຫ່ງຖືກລະເບີດທຳລາຍຈົນກ້ຽງ ປັດຈຸບັນຂົວຂ້າມເຊບັ້ງຫຽງຍ່ານເມືອງເຊໂປນຍັງມີເສົາ ແລະ ຊາກສະຫລັກຫັກພັງໃຫ້ເຫັນຢູ່. ໃນຊ່ວງນັ້ນເສັ້ນທາງເລກ 9 ບາງຍ່ານກໍຍັງມີປ່າໄມ້ໄລ່ປົກຫຸ້ມ, ມີຂຸມລະເບີດທຳລາຍເປັນໄລຍະ 5 ແມັດ, 10 ແມັດເດຍລະດາດກັນໄປ ແລະ ມີບາງບ່ອນຈົນໄດ້ຫລີກເວັ້ນ ແລະ ຍັງມີຊາກສະຫລັກຫັກພັງຂອງລົດຂົນສົ່ງ, ລົດຫຸ້ມເກາະ, ລົດຕັງ, ລົດຊາຢັ່ງຢາຍເປັນໄລຍະໆຕາມສາຍທາງຈົນໄປຮອດຊາຍແດນລາວບາວ.
ສະພາບທີ່ວ່ານີ້ສາເຫດກໍມາຈາກສົງຄາມສະໝໍລະພູມບັ້ນຮົບລາມເຊີນ 719 ເຊິ່ງເປັນບັ້ນຮົບທີ່ໃຫຍ່ມີການຕໍ່ສູ້ກັນຢ່າງດຸເດືອດລະຫວ່າງກອງທັບປົດປ່ອຍປະຊາຊົນລາວ, ກອງທັບປົດປ່ອຍປະຊາຊົນຫວຽດນາມ ຕໍ່ສູ້ກັບກອງທະຫານອາເມລິກາ ສົມທົບທະຫານຫຸ່ນໄຊງ່ອນ ແລະ ທະຫານເລວຮັບຈ້າງຂອງໄທ. ຜ່ານການສູ້ຮົບກັນຢ່າງດຸເດືອດເປັນເວລາເກືອບສາມເດືອນ ໄດ້ເຮັດໃຫ້ກຳລັງຂອງຝ່າຍສັດຕູປະລາໄຊຢ່າງເລະເທະ. ຜູ້ໄດ້ຮັບໄຊຊະນະຢ່າງໃຫຍ່ຫລວງກໍຄືຝ່າຍກຳລັງປະຕິວັດລາວ ແລະ ຫວຽດນາມ.
ພໍຕົກມາເຖິງໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດຕະຫລອດໄລຍະ 40 ກວ່າປີມານີ້ ເສັ້ນທາງເລກ 9 ຈຶ່ງໄດ້ຮັບການບູລະນະສ້ອມແປງໃຫ້ກາຍເປັນເສັ້ນທາງຕາເວັນຕົກ ແລະ ຕາເວັນອອກ. ໃນເບື້ອງຕົ້ນແມ່ນສ້ອມແປງໃຫ້ກວ້າງອອກ, ປູຢາງທຳມະດາໃຫ້ໄປມາສະດວກສະບາຍ, ແຕ່ມາຮອດປັດຈຸບັນເສັ້ນທາງສາຍນີ້ໄດ້ມີການປັບປຸງກໍ່ສ້າງໃຫ້ໄດ້ມາດຕະຖານກວ່າເກົ່າ ອາດເວົ້າໄດ້ວ່າເສັ້ນທາງເລກ 9 ປັດຈຸບັນຍັງດີກວ່າເສັ້ນທາງຫລວງແຫ່ງຊາດເລກທີ 13 ໃຕ້ ແລະ ເໜືອ, ດີກວ່າເສັ້ນທາງເລກ 8 ແລະ ເສັ້ນທາງອື່ນໆທີ່ ທິດກໍ່າ ໄດ້ໄປເຫັນ.
ປັດຈຸບັນ, ເສັ້ນທາງເລກ 9 ກາຍເປັນເສັ້ນທາງຍຸດທະສາດຕາເວັນຕົກ-ຕາເວັນອອກ, ແຕ່ລະວັນມີລົດທຸກຊະນິດນ້ອຍໃຫຍ່ແລ່ນຜ່ານຢ່າງບໍ່ຂາດໄລຍະ ມີທັງລົດຂົນສົ່ງສິນຄ້າ, ລົດທ່ອງທ່ຽວ, ການໄປມາທຸລະກິດການງານຕ່າງໆ ເຮັດໃຫ້ເສັ້ນທາງສາຍນີ້ມີບັນຍາກາດຄຶກຄັກ. ຕະຫລອດເສັ້ນທາງ ນັບແຕ່ເຊໂປນໄປຮອດຊາຍແດນລາວບາວມີບ້ານເຮືອນຂອງປະຊາຊົນບັນດາເຜົ່າຕິດຈອດກັນ ແລະ ບາງຍ່ານກໍມີຕະຫລາດສົດ, ຂາຍເປັດ, ຂາຍໄກ່, ປູປາກຸ້ງຫອຍ ແລະ ຂາຍຜົນລະປູກ ໝາກອຶ, ໝາກແຕງ, ສາລີມັນດ້າງ, ບາງບ້ານກໍຂາຍເຄື່ອງປ່າຂອງນາທີ່ປະຊາຊົນຫາມາໄດ້ ເປັນຕົ້ນໜໍ່ໄມ້, ຫົວຕາວ, ໜໍ່ສານ, ຜັກຫວານປ່າ ຫລື ເຫັດບາງຊະນິດທີ່ໄດ້ມາຈາກປ່າ. ນອກຈາກນັ້ນ ກໍມີຮ້ານອາຫານ, ຮ້ານກິນດື່ມ, ເຮືອນພັກ, ໂຮງແຮມໃນຊຸມຊົນ, ມີໂຮງໝໍ, ໂຮງຮຽນຊຸມຊົນ ຫລື ບ້ານໃຫຍ່ໆ ແລະ ເທສະບານເມືອງອຸທຸມພອນ, ອາດສະພັງທອງ, ເມືອງພະລານໄຊ, ເຊທ່າມວກ, ເມືອງພີນ ແລະ ເຊໂປນ. ສ່ວນເບື້ອງຊາຍແດນລາວບາວ ຫວຽດນາມ ຫ່າງຈາກດ່ານເຂົ້າໄປປະມານໜຶ່ງກິໂລແມັດກໍມີຕະຫລາດໃຫຍ່ລາວບາວ, ພວກແມ່ຄ້າຊາວຂາຍແຖວຕະຫລາດເຂົາສາມາດຮູ້ພາສາລາວຢ່າງຄ່ອງແຄ້ວກັນໝົດ. ການຈັບຈ່າຍຊື້ສິ່ງຂອງເງິນກີບ, ເງິນດົງໃຊ້ໄດ້ຢ່າງສະບາຍ, ແຕ່ລະວັນລົດຄົນລາວ ນັບທັງພະນັກງານ, ທະຫານ-ຕຳຫລວດ ຕະຫລອດຮອດປະຊາຊົນ, ແມ່ຄ້າຊາວຂາຍຈາກຝັ່ງລາວແຖວເຊໂປນ ເມືອງພີນ ຫລື ບ້ານແດນສະຫວັນ ພາກັນໄປລົງຕະຫລາດຢູ່ລາວບາວ ເຊິ່ງບໍ່ຕ່າງຫຍັງກັບໄທວຽງຈັນໄປຕະຫລາດໜອງຄາຍ, ອຸດອນ, ຂອນແກ່ນ. ສ່ວນແມ່ຄ້າພໍ່ຄ້າຄົນຫວຽດນາມກໍຂ້າມຊາຍແດນມາເກັບຊື້ໝາກ ກ້ວຍ, ເຄື່ອງປ່າຂອງນາສັດສາວາສິ່ງໄປຂາຍຢູ່ຕະຫລາດຫວຽດນາມ ເຫັນແລ້ວກໍເປັນໜ້າພູມໃຈເປັນຢ່າງຍິ່ງ.
ເຖິງຢ່າງໃດກໍດີ, ສິ່ງທີ່ເຮັດໃຫ້ໜັກໃຈນັ້ນ ເບື້ອງຟາກຊາຍແດນລາວ ກະໂຕບ້ານແດນສະຫວັນຢູ່ຈຳກ້ອງຂີ້ແຮ້ຊາຍແດນເປັນຫຍັງບໍ່ມີຕະຫລາດຊາຍແດນຄືບ້ານເຂົາ ເພື່ອດຶງດູດເອົາຄົນເຂົາຂ້າມມາຊື້ສິນຄ້າບ້ານເຮົາ ອັນນີ້ພັດເຫັນແຕ່ເຮົາພາກັນໂຫ່ໄປຊື້ຢູ່ຕະຫລາດບ້ານເຂົາ, ຈາກພາບທີ່ເຫັນແລ້ວມັນປຸກປານຢາບ້ານຫ້ອມ.