ເປັນຫ່ວງນຳການສຶກສາລາວທີ່ບໍ່ທັນມີຄຸນນະພາບທຽບເທົ່າກັບພາກພື້ນ
#ລູກເມືອງພວນ
ສະບາຍດີ ເພື່ອນຜູ້ອ່ານທີ່ຮັກແພງ, ເມື່ອເວົ້າເຖິງການສຶກສາລາວບໍ່ທັນມີຄຸນນະພາບເທົ່າທີ່ຄວນ ອັນເນື່ອງມາຈາກຫລາຍສາເຫດ, ໜຶ່ງໃນສາເຫດຕົ້ນຕໍຕາມຜູ້ຂຽນວ່າ: ແມ່ນຍ້ອນຄຸນນະພາບຂອງຄູບໍ່ທັນໄດ້ມາດຕະຖານ. ຖ້າຖາມຕໍ່ວ່າ ຍ້ອນຫຍັງຄູຈຶ່ງບໍ່ທັນໄດ້ມາດຕະຖານ ? ຄຳຕອບກໍຄື ຍ້ອນລະດັບຄວາມຮູ້ວິຊາສະເພາະຂອງຄູບໍ່ທັນສູງ ແລະ ເປັນຫຍັງຈຶ່ງບໍ່ສູງ ຄຳຕອບກໍຄື: ຍ້ອນລະບົບການສຶກສານັ້ນເອງ. ຜູ້ຂຽນຢູ່ໃນວົງການສຶກສາມາດົນ ແລະ ກໍຜ່ານການສິດສອນເປັນເວລາຫລາຍປີ ແຕ່ເຫັນວ່ານັບແຕ່ປະເທດຊາດໄດ້ຮັບການປົດປ່ອຍເປັນຕົ້ນມາ ໄດ້ມີການປະຕິຮູບການສຶກສາເຖິງ 3 ຄັ້ງແລ້ວ: ຄັ້ງທີໜຶ່ງແມ່ນລະບົບການສຶກສາ ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍ ແຕ່ປີ 1975-2006, ຄັ້ງທີສອງແຕ່ 2005-2010 ແລະ ຄັ້ງທີສາມແຕ່ 2011-2015 ແລະ ເດືອນມິຖຸນາ 2019 ຜ່ານມາ ກໍມີການປະຕິຮູບລະບົບການສຶກສາຊັ້ນປະຖົມສຶກສາຄັ້ງໃຫຍ່ ໂດຍການຊ່ວຍເຫລືອຂອງສະຫະລັດອາເມລິກາ ແລະ ອົດສະຕຣາລີ. ການປະຕິຮູບແຕ່ລະຄັ້ງນັ້ນ ໂດຍລວມແລ້ວແມ່ນວາງນະໂຍບາຍລວມໆວ່າ: ຖືເອົາວຽກງານການສຶກສາເປັນບູລິມະສິດໄປກ່ອນຂະແໜງການອື່ນ ເພື່ອສ້າງບຸກຄະລາກອນທີ່ມີຄຸນນະພາບ, ຮອງຮັບໃຫ້ແກ່ການສ້າງສາພັດທະນາປະເທດຊາດໃນໄລຍະໃໝ່, ເຮັດໃຫ້ການສຶກສາມີຄຸນນະພາບສູງຂຶ້ນເທື່ອລະກ້າວ, ໃນນັ້ນ ຕົ້ນຕໍແມ່ນເນັ້ນໃສ່ການສ້າງບຸກຄະລາກອນໃຫ້ມີຄວາມຮູ້ຄວາມສາມາດ, ມີຄຸນສົມບັດສິນທຳປະຕິວັດ, ມີຈິດໃຈຮັບໃຊ້ຊາດ, ຮັບໃຊ້ປະຊາຊົນ.
ດັ່ງທ່ານນາຍົກ ທອງລຸນ ສີສຸລິດ ມີຄຳເຫັນໃນກອງປະຊຸມສະໄໝສາມັນຄົບຄະນະ ຄັ້ງທີ 8 ຂອງຄະນະກຳມາທິການແຫ່ງຊາດ ເພື່ອການພັດທະນາຊັບພະຍາກອນມະນຸດ ປະຈຳປີ 2019 ໃນວັນທີ 20 ມັງກອນຜ່ານມານີ້ ທ່ານເນັ້ນຄະນະກຳມະການດັ່ງກ່າວວ່າ: “ໃຫ້ປະຕິຮູບການສຶກສາຄືນໃໝ່ຕື່ມອີກ ເພື່ອຮອງຮັບກັບການປ່ຽນແປງ ໂດຍສະເພາະວຽກງານການສຶກສາຂອງຄູຜູ້ທີ່ຈະນຳພາການປັບປ່ຽນການສຶກສາຂອງລາວໃນຍຸກສະໄໝໃໝ່ທີ່ມີການປ່ຽນແປງຢ່າງຫລວງຫລາຍ ແລະ ວ່ອງໄວ, ໃນນັ້ນ ສິ່ງສຳຄັນທີ່ສຸດຕ້ອງສຶກສາອົບຮົມໃຫ້ຊັບພະຍາກອນມະນຸດມີແນວຄິດຮັກຊາດ, ສືບທອດມູນເຊື້ອອັນພິລະອາດຫານຂອງບັນພະບູລຸດເຮົາໃນແຕ່ລະຍຸກແຕ່ລະສະໄໝໃຫ້ໜັກແໜ້ນ, ເຂັ້ມແຂງ, ເປັນເຈົ້າຕົນເອງ, ເປັນເຈົ້າຂອງປະເທດຊາດ, ອຸທິດຕົນເພື່ອພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າເທົ່າທຽມກັບບັນດາປະເທດພາກພື້ນ ແລະ ສາກົນ…” ແລະ ມີການປັບປຸງຫລັກສູດການຮຽນ-ການສອນຢ່າງຕໍ່ເນື່ອງ ເພື່ອຫວັງໃຫ້ທຽບເທົ່າກັບພາກພື້ນ ແລະ ສາກົນ, ແຕ່ທັງໝົດການປັບປຸງໂຄງການຫລັກສູດນັ້ນລ້ວນແຕ່ໄດ້ເຊື້ອເຊີນເອົາຊ່ຽວຊານຕ່າງປະເທດມາຊ່ວຍ ເຊິ່ງການປະຕິຮູບຫລັກສູດການຮຽນ-ການສອນນັ້ນສ່ວນໃຫຍ່ເບິ່ງຄືວ່າແທດເໝາະກັບສະພາບແວດລ້ອມ ແລະ ຄວາມເປັນຈິງຂອງລາວ ຫລື ເວົ້າຢ່າງໜຶ່ງກໍໝາຍຄວາມວ່າ: ຫລັກສູດແລ່ນນຳຕ່າງປະເທດ ໂດຍສະເພາະແມ່ນຫລັກສູດການຮຽນ-ການສອນຂອງໄທ. ການອອກແບບການຮຽນ-ການສອນນັ້ນຢູ່ເໜືອຄວາມອາດສາມາດທີ່ຄູລາວຈະເຮັດໄດ້, ການປັບປຸງແບບແຜນວິທີສິດສອນກໍລ້ວນແຕ່ນຳເອົາບົດຮຽນຂອງຕ່າງປະເທດມານຳໃຊ້ຢູ່ບ້ານເຮົາ ໂດຍຄົນລາວບໍ່ທັນມີເງື່ອນໄຂເຮັດໄດ້ເຖິງຂະໜາດນັ້ນເຊັ່ນ: ການສິດສອນແບບດາວ 5 ແຈ, ໃນນັ້ນ ມີແຈທີ່ເອີ້ນວ່າກະກຽມ ສື່ການສອນ ແລະ ສິ່ງກິດຈະການຕ່າງໆ, ເຄື່ອງໄມ້ເຄື່ອງມືໃຫ້ແກ່ການສິດສອນນັ້ນ ມີບາງບົດສອນອາດຈະປະຕິບັດບໍ່ໄດ້ເລີຍ, ການສິດສອນແບບຫ້ອງຄວບແມ່ນຖືກຕ້ອງກັບສະພາບຄວາມເປັນຈິງໃນການຂາດເຂີນຄູສອນໃນແຕ່ລະຊັ້ນຮຽນຢູ່ແຕ່ລະທ້ອງຖິ່ນ, ແຕ່ລະດັບຄູລາວເຮົາບໍ່ທັນມີຄວາມສາມາດທີ່ຈະເຮັດໄດ້ເຖິງຂະໜາດນັ້ນ, ການສິດສອນແບບເອົານັກຮຽນເປັນໃຈກາງແມ່ນຖືກຕ້ອງແລ້ວ, ແຕ່ເມື່ອຢາກເຮັດໄດ້ຄືແນວນັ້ນ ຄູຈະຕ້ອງມີການແຕ່ງບົດສອນຢ່າງລະອຽດ, ກະກຽມຫລາຍກິດຈະກຳ, ຫລາຍເຄື່ອງໄມ້ເຄື່ອງມື, ອຸປະກອນປະຈັກຕາໃຫ້ນັກຮຽນໄດ້ຮູ້ໄດ້ເຫັນ, ໄດ້ຈັບບາຍສຳຜັດ ໂດຍສະເພາະແມ່ນສື່ການຮຽນ-ການສອນທີ່ເປັນເຕັກໂນໂລຊີທີ່ທັນສະໄໝ ເຊິ່ງເຮົາບໍ່ທັນມີຄວາມພ້ອມ ແລະ ລະດັບຄູລາວບໍ່ທັນເຖິງ. ຖ້າຖາມວ່າສິ່ງເຫລົ່ານັ້ນຄູລາວເຮັດໄດ້ບໍ່ ? ຈະຕອບວ່າ ເຮັດໄດ້ ຖ້າເຮັດເພື່ອເຮັດ ໂດຍບໍ່ຄຳນຶງເຖິງຄຸນນະພາບ, ແຕ່ຖ້າເຮັດໃຫ້ໄດ້ຄຸນນະພາບຄືເພິ່ນແມ່ນເຮັດໄດ້ຍາກ. ທັງໝົດນີ້ລ້ວນແຕ່ແມ່ນບົດຮຽນການສິດສອນ “ແບບໃໝ່” ວ່າຊັ້ນ, ແຕ່ທັງໝົດນັ້ນລ້ວນແຕ່ຢູ່ເທິງດາວ ແມ່ນຄວາມໄຝ່ຝັນທີ່ຫ່າງເຫີນຈາກຄວາມເປັນຈິງ ເຊິ່ງທັງໝົດນັ້ນບໍ່ໝາຍຄວາມວ່າບໍ່ຖືກຕ້ອງ, ບໍ່ດີ ພຽງແຕ່ວ່າບໍ່ທັນສອດຄ່ອງກັບສະພາບຄວາມເປັນຈິງຂອງບ້ານເຮົາເທົ່ານັ້ນ. ລອງຖາມເບິ່ງວ່າ ວິທີສິດສອນແບບໃໝ່ນັ້ນ ເຄີຍປະເມີນເບິ່ງແລ້ວບໍ່ ? ມາເຖິງປັດຈຸບັນໄດ້ຜົນສໍ່າໃດ ? ຄຸນນະພາບການຮຽນ-ການສອນສູງສໍ່າໃດແລ້ວ ແລະ ປັດຈຸບັນບັນດາໂຮງຮຽນໃນລາວຍັງນຳໃຊ້ ຫລື ບໍ່ ? ແລະ ມີຜົນສຳເລັດແນວໃດ ? ພາຍຫລັງມີການຂຶ້ນເງິນເດືອນໃຫ້ຄູ, ທຸ້ມການລົງທຶນໃຫ້ຂະແໜງການສຶກສາຫລາຍກວ່າຂະແໜງການອື່ນແລ້ວ ຄວາມກະຕືລືລົ້ນ, ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ແລະ ຄວາມທຸ້ມເທຂອງຄູຫລາຍໜ້ອຍພຽງໃດ ? ຄຸນນະພາບການສອນດີຂຶ້ນ ຫລື ບໍ່ ? ເຖິງແມ່ນມີການປັບປຸງຫລັກສູດການຮຽນ-ການສອນຢ່າງເນື່ອງນິດລຽນຕິດກໍຕາມ, ແຕ່ປານນັ້ນຄຸນນະພາບການສຶກສາຂອງລາວກໍຍັງບໍ່ສາມາດທຽບເທົ່າກັບພາກພື້ນໄດ້. ບັນຫາຕັ້ງຂຶ້ນວ່າ: ທິດທາງການປັບປຸງ ແລະ ການປະຕິຮູບການສຶກສາຂອງພວກເຮົາໄປຖືກທິດແລ້ວບໍ ແລະ ສອດຄ່ອງກັບສະພາບຄວາມເປັນຈິງຂອງລາວແລ້ວ ຫລື ບໍ່ ? ເປັນຫຍັງຄຸນນະພາບການສຶກສາຈຶ່ງບໍ່ສາມາດທຽບທັນກັບພາກພື້ນໄດ້ ?.
ຈາກດ້ານທີໜຶ່ງນັ້ນ ມັນໄດ້ກາຍເປັນຜົນພວງໃສ່ດ້ານທີສອງ ນັ້ນກໍຄື ຄູບໍ່ສາມາດນຳໃຊ້ຫລັກສູດນັ້ນໄດ້ ເພາະມັນເໜືອຄວາມສາມາດທີ່ຄູຈະຮັບເອົາໄດ້ ໂດຍຜ່ານການຝຶກອົບຮົມພຽງແຕ່ 2-3 ວັນ ຫລື 1 ອາທິດເທົ່ານັ້ນ, ແຕ່ຄວາມຮູ້ວິຊາສະເພາະຂອງຄູບໍ່ໄດ້ຮັບການຍົກລະດັບຈັກເທື່ອເລີຍກໍມີ. ຍົກຕົວຢ່າງຄື: ມີບາງຄົນຮຽນຈົບຈາກ ມສຄ (ມະຫາວິທະຍາໄລດົງໂດກ) ອອກໄປສອນໄດ້ຕັ້ງ 20-30 ປີ ແລ້ວກໍບໍ່ເຄີຍໄດ້ຮັບການຍົກລະດັບຈັກເທື່ອເລີຍ. ສະນັ້ນ ຈຶ່ງຈຳເປັນຕ້ອງໄດ້ເອົາຄວາມຮູ້ເກົ່າໆທີ່ຕົນຮຽນມາແຕ່ດົນນັ້ນມາສອນຈົນເທົ່າທຸກມື້ນີ້, ເຖິງແມ່ນໄດ້ມີຕຳລາໃໝ່ ແຕ່ກໍບໍ່ໄດ້ຜ່ານການຝຶກອົບຮົມ. ສະນັ້ນ ເວລາຂຶ້ນຫ້ອງສອນ ນາຍຄູຈຶ່ງອາໄສແຕ່ອ່ານໃຫ້ນັກຮຽນຈົດກ່າຍເປັນຕົ້ນຕໍ ຫລື ບອກໃຫ້ນັກຮຽນກ່າຍບົດຮຽນໃສ່ປຶ້ມຂຽນຂອງຕົນເອົາເອງ ເພື່ອກວດເອົາຄະແນນ.
ດ້ານທີສອງ ເຫັນວ່າຫລັກສູດການຮຽນປັດຈຸບັນຍັງເປັນພຽງທິດສະດີເປັນຕົ້ນຕໍ ໂດຍປາສະຈາກພາກປະຕິບັດຕົວຈິງ. ເວົ້າເຖິງບ່ອນນີ້ແມ່ນມີຄວາມສຳຄັນຫລາຍໃນຫລັກສູດການຮຽນ-ການສອນ. ຈາກບ່ອນວ່າຮຽນທິດສະດີເປັນຕົ້ນຕໍຈຶ່ງຮູ້ແຕ່ເວົ້າ ແຕ່ເຮັດຕົວຈິງບໍ່ເປັນເຊັ່ນ: ສອນເຕັກນິກໃນການປູກຜັກກໍໄດ້ແຕ່ແນະນຳໃຫ້ຮູ້ວິທີເລືອກແນວພັນ, ການຂຸດໜານແປງໜານ, ຂະໜາດກວ້າງຍາວສູງຂອງໜານ, ວິທີການຫວ່ານແກ່ນ, ວິທີກ້າ ແລະ ບົງເບ້ຍເທົ່ານັ້ນ ແຕ່ບໍ່ໄດ້ນຳພາໃຫ້ນັກຮຽນເຮັດຕົວຈິງ ເຊິ່ງແຕກຕ່າງກັບຜູ້ຂ້າຮຽນໃນສະໄໝສົງຄາມຮຸກຮານຂອງຈັກກະພັດ ເຖິງແມ່ນຈະຮຽນຢູ່ໃນຖ້ຳໃນຮູ ແລະ ມີຄວາມທຸກຍາກຂາດເຂີນທຸກຢ່າງ ແຕ່ປານນັ້ນການຮຽນ-ການສອນຍັງໄດ້ຕິດພັນກັບການເຮັດຕົວຈິງພາຍຫລັງຮຽນທິດສະດີ. ຕົວຢ່າງ: ຮຽນວິທີປູກຜັກກາດກໍຕ້ອງປູກຜັກກາດຕົວຈິງ ຈົນໄດ້ກິນໄດ້ຂາຍ, ຮຽນວິທີຕີພ້າ ນາຍຄູກໍເອົາເຫລັກມານຳພານັກຮຽນຕີພ້າຕົວຈິງຈົນໄດ້ໃຊ້ໄດ້ຟັນ, ຮຽນວິທີເຮັດແປ້ນມ້ານັ່ງຮຽນຈາກນັ້ນກໍເຮັດຕົວຈິງຈົນມີຕັ່ງນັ່ງຮຽນ.
ສິ່ງດີໆ ຫລັກສູດການຮຽນ-ການສອນດີໆດັ່ງກ່າວ ດຽວນີ້ບໍ່ຮູ້ວ່າຫາຍໄປໃສໝົດແລ້ວ ທັງໆທີ່ປັດຈຸບັນມີເງື່ອນໄຂລື່ນສະໄໝສົງຄາມ ຢູ່ປ່າຢູ່ດົງຕັ້ງຫລາຍພັນເທົ່າ ແຕ່ເປັນຫຍັງເຮັດບໍ່ໄດ້ ? ແລະ ສະໄໝນັ້ນເປັນຫຍັງເຮັດໄດ້ ? ຍ້ອນຫຍັງກັນແທ້ ?.
ຖ້າເວົ້າເຖິງຫລັກສູດການຮຽນ-ການສອນຊັ້ນປະຖົມກໍມີຫັດຂຽນງາມ, ຂຽນທວາຍ, ນາຍຄູຕ້ອງຈັບມືນັກຮຽນແຕ້ມຕົວໜັງສືແຕ່ລະຕົວ ເພື່ອຂຽນໃຫ້ງາມ, ຂຽນໃຫ້ຖືກກັບຫລັກໄວຍາກອນ. ສິ່ງເຫລົ່ານັ້ນເປັນຫຍັງໃນຫລັກສູດການຮຽນ-ການສອນຢູ່ຊັ້ນປະຖົມຈຶ່ງບໍ່ມີອີກ ? ປັດຈຸບັນສັງເກດເຫັນວ່ານັກຮຽນສ່ວນຫລາຍແມ່ນຂຽນໜັງສືຂີ້ຮ້າຍຫລາຍ ແລະ ຂຽນຜິດຫລາຍ ບໍ່ຖືກກັບຫລັກໄວຍາກອນ, ບໍ່ຖືກພາສາລາວ. ມີນັກຮຽນຈຳນວນໜຶ່ງຮຽນຈົບມໍປາຍແລ້ວຫານເລກ 2 ໂຕບໍ່ໄດ້, ອ່ານໜັງສືພິມບໍ່ຂອດ. ນີ້ແຫລະຄືຄຸນນະພາບຂອງການສຶກສາໃນປັດຈຸບັນ.
ໂດຍຢູ່ໃນວົງການສຶກສາມາດົນ ແລະ ສິດສອນມາຫລາຍປີ ຂໍສະເໜີວ່າ: ທິດທາງການປະຕິຮູບ ແລະ ປັບປຸງລະບົບການສຶກສາຕ້ອງປະຕິບັດຕາມທິດທາງແບບນີ້:
1. ສ້າງຄົນພົນລະເມືອງລາວໃຫ້ມີນ້ຳໃຈຮັກຊາດ, ຮັບໃຊ້ປະຊາຊົນຢ່າງແທ້ຈິງ. ຕໍ່ບັນຫານີ້ ຖ້າຢາກໃຫ້ຄົນລາວເກີດຄວາມຮັກຊາດ, ຮັກບ້ານເກີດເມືອງນອນຢ່າງແທ້ຈິງ ພວກເຮົາຄວນໃຫ້ນັກຮຽນໄດ້ເຂົ້າເຖິງປະຫວັດສາດການກຳເນີດຊາດລາວ, ການຕໍ່ສູ້ຕີສັດຕູຜູ້ຮຸກຮານລາວໃນປະຫວັດສາດໃຫ້ເລິກເຊິ່ງເຖິງຖອງ, ໃຫ້ຖືເອົາວິຊາປະຫວັດສາດເປັນບູລິມະສິດໃນການສຶກສາຄວາມຮັກຊາດ, ຄວາມເປັນຊາດ ແລະ ສະຕິຊາດຂອງຄົນລາວ ຄົນລາວຈຶ່ງຈະກາຍເປັນຊາດນິຍົມ ດັ່ງຈີນ, ຫວຽດນາມ, ໄທ, ສ.ເກົາຫລີ. ການເປັນຊາດນິຍົມແມ່ນການສະແດງໃຫ້ເຫັນຄວາມຮັກຊາດທີ່ສູງສົ່ງຂອງຄົນພາຍໃນຊາດ.
2. ການປະຕິຮູບການສຶກສາ, ໃນນັ້ນ ມີການປັບປຸງປົວແປງຫລັກສູດການຮຽນ-ການສອນ. ຫລັກສູດການຮຽນ-ການສອນດັ່ງກ່າວຕ້ອງແທດເໝາະ, ສອດຄ່ອງກັບສະພາບແວດລ້ອມຄວາມເປັນຈິງທາງດ້ານສັງຄົມ, ທຳມະຊາດ ແລະ ຄວາມກ້າວໜ້າທາງດ້ານເຕັກໂນໂລຊີ, ວິທະຍາສາດ ແລະ ຄວາມອາດສາມາດຂອງຄູລາວ.
3. ຫລັກສູດການຮຽນ-ການສອນຕ້ອງຕິດພັນກັບກິດຈະກຳຕົວຈິງ ຫລື ເວົ້າຢ່າງໜຶ່ງກໍໝາຍຄວາມວ່າ: ທິດສະດີຕ້ອງໄປຄຽງຄູ່ກັບເຮັດຕົວຈິງ.
4. ຍົກລະດັບຄວາມຮູ້ວິຊາສະເພາະຂອງຄູໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ, ໃຫ້ທັນກັບການປ່ຽນແປງຄວາມກ້າວໜ້າທາງວິທະຍາສາດໃນໄລຍະໃໝ່.